ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມເຜີຍແຜ່ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ແລະ ສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2023

23/05/2024

ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມເຜີຍແຜ່ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ແລະ ສະຫຼຸບການເຄື່ອນໄຫວວຽກງານກວດກາປະຈໍາປີ 2023

ວັນທີ 21-22 ພຶດສະພາ 2024 ນີ້, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023 ແລະ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ຂຶ້ນ, ທີ່ຫ້ອງປະຊຸມຂອງກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຂອງສະຫາຍ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ບັນດາ ຄະນະພັກ-ຄະນະນໍາກະຊວງ, ຜູ້ຕາງໜ້າຈາກກົມກວດກາພັກ ຄະນະກວດກາສູນກາງພັກ, ເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກ, ຜູ້ກວດກາໜ່ວຍພັກ ແລະ ຄະນະກວດກາກະຊວງ, ພະນັກງານກວດກາ ແລະ ພະນັກງານລັດຖະກອນ ພາຍໃນກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມ.

ໃນພິທີ ສະຫາຍ ປອ. ໂພໄຊ ໄຊຍະສອນ ໄດ້ໃຫ້ກຽດກ່າວເປີດພິທີ ພ້ອມທັງໄດ້ເຜີຍແຜ່ບົດໂອ້ລົມ ຂອງສະຫາຍ ປອ. ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈໍາປີ 2023; ຄໍາສັ່ງແນະນໍາ ເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາ ຕໍ່ການເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນການກວດກາ; ຄໍາແນະນໍາເລກທີ 285/ຄກສພ, ລົງວັນທີ 15 ກັນຍາ 2023 ຂອງຄະນະກວດກາສູນກາງພັກ ວ່າດ້ວຍການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຈາກນັ້ນ, ສະຫາຍ ທອງພັດ ອິນທະວົງ ໄດ້ຂຶ້ນເຜີຍແຜ່ບົດແນະນໍາ ເລກທີ 379/ຄກສພ, ລົງວັນທີ 07 ພະຈິກ 2023 ວ່າດ້ວຍການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຕ່ລະຂັ້ນ; ຄໍາແນະນໍາ ເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດກາລັດ (ສະບັບປັບປຸງ) ພ້ອມນີ້, ສະຫາຍ ຄໍາຜ່ອງ ສິດທິຊົນ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ ໄດ້ເຜີຍແຜ່ບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ 2023 ແລະ ທິດທາງຈຸດສຸມປີ 2024 ຂອງຄະນະກວດກາສູນກາງພັກ; ໂອກາດດຽວກັນນີ້, ສະຫາຍຄໍາຫຼ້າ ວິຈິດວົງສາ ຄະນະພັກ, ຫົວໜ້າກົມກວດກາ ຍັງໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຫຍໍ້ການເຄື່ອນໄຫວວຽກງານກວດກາ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024 ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂດຍໄດ້ຍົກໃຫ້ດ້ານດີອັນພົ້ນເດັ່ນ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ທິດທາງວຽກງານຈຸດສຸມໃນຕໍ່ໜ້າ, ຈາກນັ້ນ ບັນດາຜູ້ແທນກອງປະຊຸມກໍໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2023 ແລະ ທິດທາງວຽກງານຈຸດສຸມ ປີ 2024 ຢ່າງກົງໄປກົງມາ, ພາວະວິໄສ, ເລິກເຊິ່ງ ແລະ ແທດເໝາະກັບຕົວຈິງ ເພື່ອເຮັດໃຫ້ມີເນື້ອໃນຈະແຈ້ງຄົບຖ້ວນ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ປອ. ໂພໄຊ ໄຊຍະສອນ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້ສືບຕໍ່ເຊື່ອມຊຶມ, ກຳແໜ້ນ ກ່ຽວກັບທິດທາງ, ໜ້າທີ່ລວມ ແລະ ຄາດໝາຍໃຫຍ່ຈຳນວນໜຶ່ງ ກ່ຽວກັບວຽກງານກວດກາ; ຕ້ອງເອົາວຽກງານກວດກາ ຕິດພັນກັບວຽກງານກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ກາຍເປັນຄວາມຮັບຜິດຊອບໂດຍກົງ ຂອງຄະນະພັກແຕ່ລະຂັ້ນ, ກາຍເປັນໜ້າທີ່ ແລະ ການເຂົ້າຮ່ວມຢ່າງເປັນເຈົ້າການຂອງສະມາຊິກພັກ, ພະນັກງານທຸກໆຄົນ; ເພີ່ມທະວີວຽກງານຕິດຕາມ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຕິດພັນກັບ 2 ວາລະແຫ່ງຊາດ ໂດຍສະເພາະຄາດໝາຍສູ້ຊົນທີ່ພົວພັນເຖິງຄວາມຮັບຜິດຊອບຂອງຂະແໜງພະລັງງານ ແລະ ບໍ່ແຮ່; ຕິດຕາມຄຸ້ມຄອງບັນດາໂຄງການພັດທະນາໄຟຟ້າ-ບໍ່ແຮ່ ແລະ ໄດ້ຜັນຂະຫຍາຍໜ້າວຽກອອກເປັນ 7 ຈຸດສຸມ; ເອົາໃຈໃສ່ປັບປຸງກົງຈັກ, ຍົກລະດັບພະນັກງານຜູ້ທີ່ເຮັດວຽກງານກວດກາໃຫ້ໜັກແໜ້ນ ແລະ ສູງຂຶ້ນ; ເພີ່ມທະວີການນຳພາ ຂອງຄະນະພັກ ແລະ ການນຳພາແຕ່ລະຂັ້ນ ຕໍ່ກັບການຈັດຕັ້ງປະຕິບັດວຽກງານກວດກາ ຢ່າງແຂງແຮງ. ພ້ອມທັງນໍາເອົາເນື້ອໃນຈິດໃຈ, ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງຂອງຕົນ ຢ່າງຖືກຕ້ອງ ແລະ ມີປະສິດທິຜົນ.
ຂ່າວ: ຄໍາຫວັນ ຈັນທະວົງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)