ປະທານອົງການກວດກາແຫ່ງລັດ ລາຍງານຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

07/11/2023

ປະທານອົງການກວດກາແຫ່ງລັດ ລາຍງານຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX

ໃນວັນທີ 7 ພະຈິກ 2023 ນີ້້, ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ ປະທານອົງການກວດກາແຫ່ງລັດ ໃຫ້ກຽດຂຶ້ນລາຍງານຜົນການກວດກາ ແລະ ການແກ້ໄຂຜົນການກວດກາ ຕາມມະຕິສະພາ ສະບັບເລກທີ 77/ສພຊ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 31 ຕຸລາ ຫາ 21 ພະຈິກ ປີ 2023 ນີ້ ເຊິ່ງມີເນື້ອໃນບາງຕອນວ່າ:

ການກວດກາຕາມແຜນການກວດກາ ປີ 2023 ແມ່ນມີໂຄງການລົງທຶນຂອງລັດ ທີ່ບໍ່ຜ່ານການປະເມີນ, ບໍ່ໄດ້ວາງເງິນຄໍ້າປະກັນສັນຍາ-ໂຄງການ ແລະ ປະກອບເອກະສານບໍ່ຄົບຖ້ວນຕາມລະບຽບການ ຕາມຜົນການກວດສອບ ທີ່ຍັງຄ້າງກວດກາທັງໝົດ 75 ໂຄງການ; ມາຮອດປະຈຸບັນກວດກາສໍາເລັດແລ້ວ 32 ໂຄງການ, ຍັງຄ້າງກວດກາ 43 ໂຄງການ; ໃນປີ 2023 ໄດ້ສືບຕໍ່ກວດກາ ໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ ມູນຄ່າຫຼຸດ 10 ຕື້ກີບລົງມາ ທີ່ຍັງບໍ່ທັນໄດ້ກວດກາ ເບື້ອງຕົ້ນມີ ຈໍານວນ 2.370 ໂຄງການ ແຕ່ໃນຕົວຈິງຍັງມີ 2.295 ໂຄງການ (ຫຼຸດລົງ 75 ໂຄງການ ຍ້ອນໂຄງການຈໍານວນໜຶ່ງເປັນໂຄງການປະຕິບັດສໍາເລັດ 100%, ຊໍາລະສໍາເລັດ 100%, ໂຄງການຈໍານວນໜຶ່ງເປັນໂຄງການກວດກາແຕ່ຫົວທີ ແລະ ໂຄງການຈໍານວນໜຶ່ງ ເກີດຈາກບັນຊີຊໍ້າຊ້ອນ), ໄດ້ກວດກາສໍາເລັດແລ້ວ 499 ໂຄງການ, ຍັງບໍ່ທັນໄດ້ກວດກາ 1.796 ໂຄງການ, ໃນນີ້ ໂຄງການທີ່ມີມູນຄ່າ 10 ຕື້ກີບ ຂຶ້ນໄປ 94 ໂຄງການ, ໂຄງການມູນຄ່າຫຼຸດ 10 ຕື້ກີບລົງມາ 1.702 ໂຄງການ; ໄດ້ກວດກາຄວາມຮັບຜິດຊອບຂອງພະນັກງານ ທີ່ຢັ້ງຢືນບໍລິມາດວຽກບໍ່ຖືກກັບຕົວຈິງ ແລະ ການກູ້ຢືມເງິນທະນາຄານມາຊໍາລະໂຄງການ ຢູ່ແຂວງເຊກອງຈໍານວນ 24 ທ່ານ, ຍິງ 01 ທ່ານ, ໃນນີ້ ບໍານານ 01 ທ່ານ, ເສຍຊີວິດ 04 ທ່ານ ແລະ ພະນັກງານບໍລິສັດ 02 ທ່ານ; ການກູ້ຢືມເງິນທະນາຄານ ເພື່ອມາຊໍາລະໂຄງການຈໍານວນ 26 ຕື້ກີບ ກັບທະນາຄານແຫ່ງ ສປປ ລາວ ໄລຍະກູ້ຢືມ 5 ປີ ແຕ່ ປີ 2009-2014 ໃນອັດຕາດອກເບ້ຍ 5% ຕໍ່ປີ, ແຕ່ບໍ່ສາມາດ ຊໍາລະຕົ້ນທຶນ ແລະ ດອກເບ້ຍຕາມສັນຍາທີ່ໄດ້ກໍານົດໄວ້ ເຮັດໃຫ້ເກີດມີຕົ້ນທຶນ ແລະ ດອກເບ້ຍຄ້າງ ຊໍາລະ 22,46 ຕື້ກີບ; ກວດກາຄວາມຮັບຜິດຊອບຂອງພະນັກງານ ທີ່ຢັ້ງຢືນບໍລິມາດວຽກບໍ່ຖືກກັບຕົວຈິງຢູ່ ແຂວງ ໄຊຍະບູລີ ທີ່ເຈົ້າຂອງໂຄງການຮ່ວມກັບບໍລິສັດ ໄດ້ກວດກາຢັ້ງຢືນຮັບຮອງມູນຄ່າ ການກໍ່ສ້າງສໍາເລັດ 100%, ແຕ່ຕົວຈິງມີບາງໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ ມູນຄ່າ 5,14 ຕື້ກີບ, ມີພະນັກງານທີ່ມີສ່ວນກ່ຽວຂ້ອງກັບໂຄງການ ຈໍານວນ 08 ທ່ານ, ຜູ້ຮັບເໝົາກໍ່ສ້າງ 01 ທ່ານ; ໄດ້ກວດກາເປົ້າໝາຍ ທີ່ຕິດພັນກັບວາລະແຫ່ງຊາດ, ກວດກາການເກັບລາຍຮັບຈາກໂຄງການເຮັດທົດລອງຂຸດຄົ້ນ ແລະ ສົ່ງອອກແຮ່ທາດ ລັດຖະບານໄດ້ຕົກລົງໃຫ້ຂຸດຄົ້ນ ແລະ ສົ່ງອອກແຮ່ທາດ (ແບບທົດລອງ) ຈໍານວນ 89 ບໍລິສັດ ກວດກາສໍາເລັດຈໍານວນ 76 ບໍລິສັດ, ໃນນີ້ ແຮ່ເຫຼັກຈໍານວນ 34 ບໍລິສັດ, ແຮ່ຄໍາຕົກຂ້ອນ 27 ບໍລິສັດ, ແຮ່ຄໍາເຄົ້າ 6 ບໍລິສັດ, ຫີນອ່ອນ (ມາໂບ້) 02 ບໍລິສັດ, ແຮ່ຫາຍາກ 7 ບໍລິສັດ; ໄດ້ມອບພັນທະໃຫ້ລັດຖະບານແລ້ວທັງໝົດ ຈໍານວນ 97,07 ລ້ານໂດລາສະຫະລັດ ແລະ 548,87 ຕື້ກີບ, ມາຮອດປັດຈຸບັນລັດຖະບານໄດ້ອະນຸຍາດເພີ່ມຕື່ມອີກ ຈໍານວນ 04 ບໍລິສັດ, ລວມທັງໝົດ ຈໍານວນ 93 ບໍລິສັດ; ກວດກາການຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມາຮອດປະຈຸບັນຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ອະນຸມັດເບີກຈ່າຍເງິນ ຄ່າຊົດເຊີຍໃຫ້ບັນດາຫ້ອງການປະສານງານຂັ້ນແຂວງ ລວມທັງໝົດ 1.844 ຕື້ກວ່າກີບ. ໃນນີ້, ມູນຄ່າ ເບີກຈ່າຍຄ່າຊົດເຊີຍຕົວຈິງ 1.552 ຕື້ກວ່າ ກີບ, ຍັງສືບຕໍ່ຊໍາລະ ຈໍານວນ 291 ຕື້ກວ່າກີບ, ມີຜູ້ໄດ້ຮັບຜົນກະທົບທັງໝົດ 6.844 ຄອບຄົວ/ຕອນດິນ (ໄດ້ຮັບຄ່າຊົດເຊີຍແລ້ວ 6.073 ຄອບຄົວ/ຕອນດິນ ແລະ ຍັງອີກ 695 ຄອບຄົວ/ຕອນດິນ); ບ້ານຈັດສັນທີ່ກໍ່ສ້າງເພື່ອທົດແທນຜູ້ຖືກຜົນກະທົບຈາກໂຄງການທາງລົດໄຟລາວ-ຈີນ ໃນ 3 ແຂວງ ມີທັງໝົດ 349 ຫຼັງ ຄື: ແຂວງ ຫຼວງນ້ໍາທາ ມີທັງໝົດ 159 ຫຼັງ, ເຂົ້າຢູ່ແລ້ວ 65 ຄອບຄົວ, ຕ້ອງໄດ້ສືບຕໍ່ລະດົມຍົກຍ້າຍເຂົ້າໄປຢູ່ 11 ຄອບຄົວ ແລະ ອີກ 83 ຫຼັງແມ່ນຍັງເຫຼືອ; ແຂວງ ອຸດົມໄຊ ມີທັງໝົດ 83 ຫຼັງ, ເຂົ້າຢູ່ແລ້ວ 65 ຫຼັງ ແລະ ອີກ 18 ຫຼັງແມ່ນຍັງເຫຼືອ; ແຂວງ ຫຼວງພະບາງ ມີທັງໝົດ 107 ຫຼັງ ປະຊາຊົນເຂົ້າຢູ່ໝົດແລ້ວ; ກວດກາການຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການກໍ່ສ້າງ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍແຕກພັງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍລາຍຮັບທັງໝົດ: ເງິນກີບ ຈໍານວນ 1.032,07 ຕື້ກີບ, ເງິນໂດລາສະຫະລັດ ຈໍານວນ 32,46 ລ້ານໂດລາສະຫະລັດ; ສໍາລັບບ້ວງເງິນກີບຈ່າຍແລ້ວ ຈໍານວນ 1.022,08 ຕື້ກີບ, ຍັງເຫຼືອໃນບັນຊີ ຈໍານວນ 12,12 ຕື້ກີບ. ກວດກາເຫັນລາຍຈ່າຍທີ່ບໍ່ຕິດພັນກັບການຊົດເຊີຍ ຈໍານວນ 81,22 ຕື້ກີບ ແລະ ບໍ່ມີລາຍລະອຽດການຈ່າຍ 1,81 ຕື້ກີບ; ເງິນໂດລາສະຫະລັດ ຈໍານວນ 32,46 ລ້ານໂດລາສະຫະລັດ, ຈ່າຍແລ້ວ ຈໍານວນ 32,25 ລ້ານໂດລາສະຫະລັດ, ຍອດເຫຼືອ ຈໍານວນ 208.138 ໂດລາສະຫະລັດ ກວດກາເຫັນລາຍຈ່າຍທີ່ບໍ່ຕິດພັນກັບການຊົດເຊີຍ ຈໍານວນ 100.000 ໂດລາສະຫະລັດ; ການຊົດເຊີຍທີ່ຍັງຄ້າງຈ່າຍ ຈໍານວນ 697,53 ຕື້ກີບ, ຍ້ອນເຫດຜົນ ການເກັບກໍາຂໍ້ມູນບໍ່ທັນລະອຽດ, ຊັດເຈນ; ກວດກາການນໍາເຂົ້ານໍ້າມັນຍົກເວັ້ນພາສີ ແມ່ນກໍາລັງດໍາເນີນການກວດກາ ຍັງບໍ່ທັນສໍາເລັດ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)