ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ປະຈໍາໄຕມາດ 3 ປີ 2023

03/11/2023

ກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ປະຈໍາໄຕມາດ 3 ປີ 2023

ໂດຍປະຕິບັດຕາມ ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໃນວັນທີ 3 ພະຈິກ 2023 ນີ້, ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 6 ສະໄໝທີ IV ປະຈໍາໄຕມາດ 3 ປີ 2023. ເຊິ່ງກອງປະຊຸມຄັ້ງນີ້ ໄດ້ດໍາເນີນເປັນເວລາເຄິ່ງວັນ ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໂດຍມີຄະນະປະຈໍາພັກ, ກໍາມະການພັກ ແລະ ເລຂາໜ່ວຍພັກເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ມີຄວາມໝາຍ, ຄວາມສໍາຄັນຍິ່ງ ທີ່ໄດ້ດໍາເນີນໃນທ່າມກາງການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022 ໃຫ້ກາຍເປັນຮູບປະທຳໃນແຕ່ລະດ້ານ ດ້ວຍຄວາມຮັບຜິດຊອບສູງ ແລະ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານກວດກາ. ເຊິ່ງກອງປະຊຸມຄັ້ງນີ້ແມ່ນໄດ້ຜ່ານບົດລາຍງານກອງປະຊຸມຄົບຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ຄັ້ງທີ 6 ສະໄໝທີ IV ປະຈໍາໄຕມາດ 3 (ເດືອນ 07-09) ແລະ ທິດທາງຜັນຂະຫຍາຍເນື້ອໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແຕ່ນີ້ຮອດທ້າຍສະໄໝ ແລະ ວຽກງານຈຸດສຸມ ປະຈໍາໄຕມາດ 4 (ເດືອນ 10-12) ປີ 2023 ຂອງຄະນະພັກ ຄະນະກວດກາສູນກາງພັກ ພ້ອມນີ້ຍັງພ້ອມກັນຮັບຟັງ ເເລະ ປະກອບຄໍາເຫັນຜ່ານຄໍາສັ່ງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການກະກຽມ ເເລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ຄໍາເເນະນໍາ ຂອງຄະນະຈັດຕັ້ງສູນກາງພັກ, ຄໍາເເນະນໍາ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການກະກຽມ ເເລະ ດໍາເນີນຊີວິດການເມືອງທ້າຍສະໄໝກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ກອງປະຊຸມໄດ້ເປັນເອກະພາບຕີລາຄາຜົນສໍາເລັດ-ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງໄລຍະຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້ານໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານວິຊາສະເພາະ, ການປັບປຸງພາລະບົດບາດ, ການກຳນົດຕຳແໜ່ງງານ, ການກໍ່ສ້າງພັກ-ພະນັກງານ ເເລະ ອື່ນໆ ມີຜົນສໍາເລັດຫຼາຍດ້ານ; ຄຽງຄູ່ກັບຜົນສໍາເລັດ-ດ້ານດີ ກໍເຫັນໄດ້ວ່າມີດ້ານອ່ອນ-ຂໍ້ຄົງຄ້າງບາງອັນ ທີ່ຈະຕ້ອງສືບຕໍ່ປັບປຸງເເກ້ໄຂຢ່າງຕັ້ງໜ້າ.
ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປຄວາມຄວາມໝາຍຄວາມສໍາຄັນ ແລະ ມີຜົນສໍາເລັດອັນຈົບງາມ ສະຫາຍ ປອ ຄໍາພັນ ພົມມະທັດ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ສຸມໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ; ເພີ່ມທະວີການນຳພາ-ຊີ້ນຳວຽກງານວິຊາສະເພາະຕາມພາລະບົດບາດຢ່າງແຂງແຮງ, ສຸມໃສ່ປັບປຸງແກ້ໄຂບັນດາຈຸດອ່ອນ-ຂໍ້ຄົງຄ້າງ ແລະ ວຽກງານຈຸດສຸມໃນຕໍ່ໜ້າໃຫ້ສຳເລັັດຕາມແຜນການທີ່ວາງໄວ້; ສຸມໃສ່ນຳພາ-ຊີ້ນຳ ແກ້ໄຂສະພາບຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນກັບສະມາຊິກພັກ-ພະນັກງານຈຳນວນໜຶ່ງໃຫ້ຂາດຕົວ.
ຂ່າວ: ຄໍາຫວັນ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)