ກອງປະຊຸມປະຈຳປີການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC)

ກອງປະຊຸມປະຈຳປີການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC)

ພິທີເປີດກອງປະຊຸມປະຈຳປີ ການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ) ພາຍໃຕ້ຫົວຂໍ້ທີ່ສໍາຄັນຄື: “ສືບຕໍ່ການຮ່ວມມືຍົກສູງຂີດຄວາມສາມາດຂອງອົງການ ແລະ ການຮ່ວມມືໃນການຕ້ານການສໍ້ລາດບັງຫຼວງລະຫວ່າງ ອາຊຽນ-ແພັກ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030” ໄດ້ຈັດຂຶ້ນໃນວັນທີ 29 ພະຈິກ 2023 ຢູ່ທີ່ໂຮງແຮມແລນມາກ ແມ່ຂອງ ຣີເວີໄຊ, ນະຄອນຫຼວງວຽງຈັນ, ສປປ ລາວ. ມີບັນດາຄະນະຜູ້ແທນຈາກອົງການຕ້ານການສໍ້ລາດບັງຫຼວງຂອງ 10 ປະເທດອາຊຽນ ຫຼື ອາຊຽນ-ແພັກ, ຄະນະຜູ້ແທນຈາກອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມແມ່ນໄດ້ມີການມອບໜ້າທີ່ເປັນເຈົ້າພາບກອງປະຊຸມອາຊຽນ-ແພັກໃນຄັ້ງນີ້ ໂດຍ ທ່ານ H.E. YONN SINAT ຮອງປະທານອົງການຕ້ານການສໍ້ລາດບັງຫຼວງ ຣາຊະອານາຈັກ ກຳປູເຈຍ ແລະ ຮັບໜ້າທີ່ເປັນປະທານອາຊຽນ-ແພັກ ໂດຍທ່ານ ປອ ຄຳພັນ ພົມມະທັດ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ສປປ ລາວ, ຫຼັງຈາກນັ້ນໄດ້ກ່າວເປີດພິທີໂດຍ ທ່ານ ປອ ຄຳພັນ ພົມມະທັດ ເຊິ່ງທ່ານໄດ້ກ່າວສະແດງຄວາມຕ້ອນຮັບບັນດາທ່ານຫົວໜ້າ, ພ້ອມດ້ວຍຄະນະຜູ້ແທນອາຊຽນ-ແພັກ ແລະ ບັນດາແຂກທີ່ມີກຽດທີ່ໄດ້ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ດ້ວຍຄວາມຈິງໃຈ ແລະ ສຸດອົກສຸດໃຈ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແຫ່ງ ສປປ ລາວ, ຮູ້ສຶກພາກພູມໃຈ ທີ່ໄດ້ຮັບໜ້າທີ່ ເປັນເຈົ້າພາບຈັດກອງປະຊຸມປະຈຳປີ ອາຊຽນ-ແພັກ (ASEAN-PAC) ຄັ້ງທີ 19, ເຊິ່ງຈະດໍາເນີນແຕ່ວັນທີ 29 ຫາ ວັນທີ 30 ພະຈິກ 2023 ແລະ ໄດ້ຮັບກຽດເປັນປະທານກອງປະຊຸມ ອາຊຽນ-ແພັກ ເປັນຄັ້ງທີ 2. ຈິດໃຈໃຫຍ່ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອມຸ້ງເນັ້ນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ຂອງອົງການຕ້ານການສໍ້ລາດບັງຫຼວງຂົງເຂດອາຊີຕາເວັນອອກສຽງໃຕ້ (ອາຊຽນ-ແພັກ) ໂດຍສະແດງຜ່ານຫົວຂໍ້ທີ່ສໍາຄັນ ຄື: ສືບຕໍ່ການຮ່ວມມືຍົກສູງຂີດຄວາມສາມາດຂອງອົງການ ແລະ ການຮ່ວມມືໃນການຕ້ານການສໍ້ລາດບັງຫຼວງ ລະຫວ່າງ ອາຊຽນ-ແພັກ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030.

ຫຼັງຈາກນັ້ນ ໃນກອງປະຊຸມຍັງ ໄດ້ຮັບຟັງສະເໜີບົດສູນທອນພົດຂອງພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ, ການລາຍງານຂອງປະເທດສະມາຊິກ ແລະ ສົນທະນາ, ແລກປ່ຽນບົດຮຽນ, ປະສົບການກ່ຽວກັບການຕ້ານການສໍ້ລາດບັງຫຼວງຂອງແຕ່ລະປະເທດ, ຮ່ວມມືກັນສ້າງຊ່ອງທາງ, ວິທີການ, ມາດຕະການຕ່າງໆ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງທຸກຮູບແບບໃຫ້ເຂັ້ມແຂງຂຶ້ນ, ຮັບຟັງການນຳສະເໜີບົດ ຂອງຜູ້ຕາງໜ້າ ອົງການສະຫະປະຊາຊາດເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ UNODC. ແລະ ຍັງໄດ້ເປັນສັກຂີພະຍານການເຊັນບົດບັນທຶກການຮ່ວມມືສອງຝ່າຍ ລະຫວ່າງ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ສປປ ລາວ ກັບ ຄະນະກຳມະການລົບລ້າງການສໍ້ລາດບັງຫຼວງ ອິນໂດເນເຊຍ ແລະ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ສປປ ລາວ ກັບ ຄະນະກຳມະການຕ້ານການສໍ້ລາດບັງຫຼວງ ສາທາລະນະລັດ ສະຫະພາບ ມຽນມາອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)