ກອງປະຊຸມກອງເລຂາການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 20 (ອາຊຽນ-ແພັກ)

15/07/2024

ກອງປະຊຸມກອງເລຂາການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 20 (ອາຊຽນ-ແພັກ)

ໃນລະຫວ່າງວັນທີ 9-10 ກໍລະກົດ ປີ 2024, ທີ່ ໂຮງແຮມອ່າງທອງ ນະຄອນຫຼວງພະບາງ ສປປ ລາວ ໄດ້ຈັດ ກອງປະຊຸມກອງເລຂາການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 20 ຂຶ້ນ, ໂດຍການເປັນປະທານຂອງທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ໃຫ້ກຽດເຂົ້າຮ່ວມກ່າວຕ້ອນຮັບຄະນະຜູ້ແທນໂດຍ ທ່ານ ຄຳຫຼ້າ ລຽນປະດິດ ປະທານອົງການກວດກາລັດ ແຂວງຫຼວງພະບາງ, ມີບັນດາຄະນະຜູ້ແທນຕາງໜ້າຈາກອົງການກວດກາ ແລະ ຕ້ານການສໍ້ລາດບັງຫຼວງ 10 ປະເທດອາຊຽນ ຫຼື ອາຊຽນ-ແພັກເຂົ້າຮ່ວມ.

ເພື່ອຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ແລະ ຂໍ້ກໍານົດ ຂອງອົງການຕ້ານການສໍ້ລາດບັງຫຼວງ ບັນດາປະເທດອາຊຽນ, ກໍຄືການຈັດຕັ້ງຜັນຂະຫຍາຍກອງປະຊຸມໃຫຍ່ປະຈຳປີ ຂອງອາຊຽນແພັກ ຄັ້ງທີ 19 ທີ່ໄດ້ຈັດຂຶ້ນໃນທ້າຍເດືອນພະຈິກ ປີ 2023 ຜ່ານມາທີ່ ສປປ ລາວ. ໂດຍມີຫົວຂໍ້ຍົກສູງຂີດຄວາມສາມາດຂອງອົງການ ແລະ ການຮ່ວມມືໃນການຕ້ານການສໍ້ລາດບັງຫຼວງ ລະຫວ່າງອາຊຽນ-ແພັກ ເພື່ອປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນປີ 2030. ກອງປະຊຸມຄັ້ງນີ້ແມ່ນໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນ ຕໍ່ກັບບົດບັນທຶກກອງເລຂາການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງ (ອາຊຽນ-ແພັກ) ຄັ້ງທີ 19 ພາຍໃຕ້ການເປັນປະທານ ຂອງອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກກຳປູເຈຍ; ຮັບຟັງການລາຍງານຫຍໍ້ຄວາມຄືບໜ້າກ່ຽວກັບການເຄື່ອນໄຫວໃນນາມອົງການອາຊຽນ-ແພັກ ພາຍໃຕ້ການເປັນປະທານຂອງອົງການກວດກາແຫ່ງລັດ ແຫ່ງສປປ ລາວ; ໄດ້ຄົ້ນຄວ້າ, ປະກອບຄຳເຫັນຕໍ່ຮ່າງເອກະສານກ່ຽວກັບການສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ-ແພັກຄົບຮອບ 20 ປີ ທີ່ນຳສະເໜີໂດຍອົງການຕ້ານການສໍ້ລາດບັງຫຼວງປະເທດຟິລິບປີນ; ໄດ້ມີການສົນທະນາເພີ່ມເຕີມບາງເນື້ອໃນຂອງປຶ້ມເອເລັກໂຕນິກ E-Booklet ຂອງອົງການອາຊຽນ-ແພັກ ທີ່ໄດ້ຮັບຮອງເອົາໃນກອງປະຊຸມປະຈຳປີ ອາຊຽນ-ແພັກ ຄັ້ງທີ 19; ໃນກອງປະຊຸມຍັງໄດ້ປຶກສາຫາລື, ສັງເກດຄືນ ກ່ຽວກັບການປະຕິບັດແຜນດຳເນີນງານ ປີ 2023-2025 ແລະ ປັບປຸງຄືນບາງເນື້ອໃນທີ່ເຫັນວ່າມີຄວາມຈຳເປັນ ເພື່ອສະເໜີໃຫ້ກອງປະຊຸມປະຈຳປີສືບຕໍ່ພິຈາລະນາຕໍ່ໄປ, ພ້ອມທັງໄດ້ຮັບຟັງການລາຍງານການກະກຽມການສຳມະນາປະຈຳປີ 2024 ສໍາລັບອາຊຽນ-ແພັກ ແລະ ການລາຍງານຫຍໍ້ກ່ຽວກັບການກະກຽມເປັນເຈົ້າພາບຈັດກອງປະຊຸມປະຈໍາປີອາຊຽນ-ແພັກຄັ້ງທີ 20 ຈາກຄະນະກຳມະການ ລົບລ້າງການສໍ້ລາດບັງຫຼວງ ຂອງອິນໂດເນເຊຍ.

ນອກຈາກນີ້, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບບັນຫາອື່ນໆທີ່ຍັງມີຄວາມສົນໃຈ ໂດຍສະເພາະແມ່ນ ກ່ຽວກັບການຍົກສູງຂີດຄວາມສາມາດຂອງການຕ້ານການສໍ້ລາດບັງຫຼວງ ເພື່ອເປັນພື້ນຖານໃຫ້ແກ່ການຮ່ວມມື ແລະ ການເຄື່ອນໄຫວໃນຕໍ່ໜ້າຂອງອາຊຽນ-ແພັກ, ສ້າງຄວາມເປັນເອກະພາບ ການຮ່ວມມືສາມັກຄີ, ຊ່ວຍເຫຼືອ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ຮ່ວມກັນພັດທະນາວຽກງານຕ້ານການສໍ້ລາດບັງຫຼວງໃນຂົງເຂດອາຊຽນໃຫ້ເຂັ້ມແຂງ ສາມາດບັນລຸເປົ້າໝາຍໃນການພັດທະນາແບບຍືນຍົງໃນປີ 2030 ແລະ ເພື່ອເປັນບ່ອນອີງພື້ນຖານໃຫ້ແກ່ກອງປະຊຸມກອງເລຂາອາຊຽນ-ແພັກໃນຄັ້ງນີ້ ໄດ້ສືບຕໍ່ຄົ້ນຄວ້າ, ປຶກສາຫາລື, ກຳນົດບາງເນື້ອໃນຈິດໃຈ ເພື່ອໃຫ້ກອງປະຊຸມປະຈຳປີພິຈາລະນາ ການເຄື່ອນໄຫວວຽກງານຂອງອາຊຽນ-ແພັກໃນຕໍ່ໜ້າຢ່າງມີປະສິດທິຜົນ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)

situs toto

situs toto

rokokbet

situs toto

rokokbet

situs toto

situs toto

situs toto

situs toto

situs toto

rokokbet

rokokbet

toto slot

rokokbet

situs toto

rokokbet

rokokbet

rokokbet

rokokbet

situs toto

situs toto

situs toto

situs toto

situs toto

situs toto