30/03/2024
ວັນທີ 21 ມີນາ 2024 ຄະນະກວດກາພັກເມືອງ ສຸຂຸມາ ໄດ້ເປີດກອງປະຊຸມສະຫຼຸບວຽກງານກວດກາປະຈໍາປີ 2023 ແລະ ທິດທາງແຜນການ 2024 ຕິດພັນກັບການປະຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ ( 16 ກຸມພາ 1982 – 16 ກຸມພາ 2024 ) ໂດຍການໃຫ້ກຽດເປັນປະທານຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ແລະ ຫົວ ໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ, ມີທ່ານ ປອ ຄໍາໄຕ ແກ້ວປະເສີດ ຮອງເລຂາພັກເມືອງ ປະທານຄະະນະກວດກາພັກ, ປະທານອົງການກວດກາລັດເມືອງ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນເມືອງ, ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ສຸຂຸມາ, ມີບັນດາເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກສໍານັກງານອົງການ, ພ້ອມດ້ວຍພະນັກງານຜູ້ທີ່ຮັບຜິດຊອບວຽກງານກວດກາ, ເລຂາຄະນະພັກຮາກຖານກຸ່ມບ້ານ, ປະທານກວດກາຄະນະຮາກຖານກຸ່ມບ້ານ, ເລຂາຄະນະພັກຮາກຖານບ້ານໃຫຍ່, ປະທານກວດກາໜ່ວຍພັກຄະນະພັກຮາກຖານບ້ານອ້ອມຂ້າງເມືອງ, ກອງກໍ່ສ້າງຮາກຖານແຂວງປະຈໍາເມືອງເຂົ້າຮ່ວມຈໍານວນ 118 ທ່ານ, ຍິງ 11 ທ່ານ
ນກອງປະຊຸມທ່ານ ສຸລິສັກ ສີພົມມາ ເລຂາໜ່ວຍພັກ, ຮອງປະທານຄະນະກວດກາພັກເມືອງ, ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 1 ປີ ຜ່ານມາ ເຊິ່ງທ່ານໃກ້ຮູ້ວ່າ ຄະນະພັກ, ຄະນະກວດກາພັກເມືອງໄດ້ມີການເຄື່ອນໄຫວວຽກງານ, ປົກກະຕິໂດຍຖືເອົາການເຊື່ອມຊຶມເນື້ອໃນເອກະສານຕ່າງໆກຽ່ວກັບວຽກງານກວດກາພັກ-ກວດກາລັດເປັນຕົ້ນແມ່ນ ມະຕິ, ຄໍາສັ່ງ ແລະ ກົດໝາຍວ່າດ້ວຍ ກວດກາລັດ, ກົດໝາຍວ່າດ້ວຍ ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພ້ອມກັນນັ້ນກໍ່ໄດ້ມີການຕິດຕາມ, ກວດກາ, ເກັບກຳສະພາບຕ່າງໆ, ເຮັດໜ້າທີ່ຕາມພາລະບົດບາດ ຂອງວຽກງານກວດກາ, ຄະນະພັກແຕ່ລະຂັ້ນ, ສະມາຊິກພັກສ່ວນຫຼາຍແມ່ນເອົາໃຈໃສ່ປະຕິບັດກົດລະບຽບຂອງພັກ, ມະຕິ, ຄໍາສັ່ງຕ່າງໆ ຂອງພັກໄດ້ວາງອອກຢ່າງເຂັ້ມງວດ, ຄະນະໜ່ວຍພັກ,ໄດ້ຕີລາຄາ,ຈັດປະເພດສະມາຊີກພັກ ຕາມແຜນການທີ່ວາງໄວ້, ເປັນປົກກະຕິເພື່ອຊອກໃຫ້ເຫັນເຖີງ ການປະຕິບັດລະບອບລວມສູນປະຊາທິປະໄຕ ຕົກລົງເປັນໝູ່ຄະນະບຸກຄົນຮັບຜິດຊອບ, ເຮັດໃຫ້ສະມາຊີກພັກ-ພະນັກງານທົ່ວເມືອງສຸຂຸມາ ມີຄຸນທາດການເມືອງ, ຄຸນສົມບັດສີນທໍາປະທໍາຕິວັດ, ເຮັດໜ້າທີ່ຕາມພາລະບົດບາດຂອງວຽກງານກວດກາ. ຄຽງຄູ່ກັນນີ້ຄະນະກວດກາພັກຂັ້ນຕ່າງໆໄດ້ເອົາໃຈໃສ່ຕິດຕາມ, ກວດກາຕາມພາລະບົດບາດຢ່າງຕັ້ງໜ້າ ຕິດພັນກັບການຕິດຕາມ,ກວດກາ ການປະຕິບັດໜ້າທີ່ ວິຊາສະເພາະຂອງພະນັກງານ-ລັດຖະກອນໃນທົ່ວເມືອງ,
ໃນຕອນທ້າຍປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມບາງບັນຫາທີ່ພົ້ນເດັ່ນຂອງການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຍົກໃຫ້ເຫັນສິດໜ້າທີ່, ພາລະບົດບາດຂອງວຽກງານກວດກາໃຫ້ຜູ້ແທນກອງປະຊຸມ ຮັບຮູ້ເຂົ້າໃຈ ນອກນີ້ ຍັງໄດ້ເປີດໂອກາດໃຫ້ຜູ້ແທນກອງປະຊຸມປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງຕໍ່ໜ້າຂອງຄະນະກວດກາພັກ-ລັດເມືອງ, ພ້ອມນີ້ກໍ່ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ ( 16 ກຸມ 1982 – 16 ກຸມພາ 2024 ) ຕື່ມອີກ.
ພາບ-ຂ່າວ ຄະນະກວດກາພັກເມືອງ ສຸຂຸມາ ແຂວງຈໍາປາສັກ ລັດສະໝີ ເພັດສົງຄາມ