ກົມກວດກາພັກ ຄະນະກວດກາສູນກາງພັກ ລົງເຄື່ອນໄຫວວຽກງານຢູ່ແຂວງເຊກອງ
21/02/2024
ໃນລະຫວ່າງຕົ້ນເດືອນ ກຸມພາ ປີ 2024, ກົມກວດກາພັກ ຂອງຄະນະກວດກາສູນກາງພັກ ໄດ້ລົງຕິດ ຕາມ, ຊຸກຍູ້ວຽກງານຕິດຕາມ, ກວດກາພັກຢູ່ ແຂວງເຊກອງ ເຊິ່ງນໍາພາໂດຍ ສະຫາຍ ອ໋ອດສຸລິເດດ ໄຊສີທອນ ຮອງຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ ພ້ອມດ້ວຍຄະນະທີມງານ.
ໂດຍປະຕິບັດຕາມແຜນການເຄື່ອນໄຫວວຽກງານກວດກາພັກປົກກະຕິ ປະຈໍາປີ ແລະ ຕິດຕາມກໍາສະພາບການເຄື່ອນໄຫວວຽກງານຄວາມຮັບຜິດຊອບໜ້າທີ່ການເມືອງຂອງຄະນະພັກ, ສະມາຊິກພັກ-ພະນັກງານ, ພ້ອມທັງຊຸກຍູ້ການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກຢູ່ແຂວງເຊກອງໃຫ້ມີຄວາມເຂັ້ມແຂງກວ່າເກົ່າ. ໃນໂອກາດນີ້ຄະນະທີມງານຍັງໄດ້ເຂົ້າພົບແຈ້ງຈຸດປະສົງການລົງມາເຄື່ອນໄຫວວຽກງານດັ່ງກ່າວຕໍ່ ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ-ເຈົ້າແຂວງໆເຊກອງ. ຈາກນັ້ນ, ທີມງານຈາກກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ຄະນະກວດກາພັກແຂວງກໍໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກວດກາພັກຢູ່ 2 ຮາກຖານພັກຄື: ຄະນະພັກຮາກຖານພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ. ເຊິ່ງສາມາດກໍາໄດ້ສະພາບການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ການຄຸ້ມຄອງບໍລິຫານລັດຢູ່ຂະແໜງການດັ່ງກ່າວ. ພ້ອມກັນນັ້ນຄະນະທິມງານກົມກວດກາພັກ ຄະນະກວດກາສູນກາງພັກຍັງໄດ້ຮັບຟັງລາຍງານສະພາບການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກຈາກຄະນະກວດກາພັກແຂວງເຊກອງ ເຊິ່ງສະແດງອອກມີຜົນສໍາເລັດໃນຫຼາຍດ້ານ ແລະ ບາງບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກໃນໄລຍະຜ່ານມາ ແລະ ຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນ ທີ່ກ່ຽວພັນກັບວຽກງານຕິດຕາມ, ກວດກາພັກ ໂດຍສະເພາະການຕິດຕາມ, ຊຸກຍູ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ໂອກາດນີ້, ສະຫາຍ ອ໋ອດສຸລິເດດ ໄຊສີທອນ ກໍໄດ້ມີຄໍາຄິດ ຄໍາເຫັນແລກປ່ຽນບາງດ້ານ ຕໍ່ກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກຢ່າງເປັນປົກກະຕິຕໍ່ເນື່ອງ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງຄະນະພັກຂັ້ນຕ່າງໆ ແລະ ສະມາຊິກພັກໄດ້ມີຄວາມຮັບຜິດຊອບສູງ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນພາຍໃນພັກຢ່າງເຂັ້ມງວດ ແລະ ທັນການ, ເພື່ອສ້າງໃຫ້ໜ່ວຍພັກມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ.
ຂຽນຂ່າວ: ໝ່ອມມະນີ ບຸນປະເສີດ ຄະນະກວດກາພັກແຂວງເຊກອງ.