ພິທີປະກາດບົ່ງຕົວແຕ່ງຕັ້ງ ຮັກສາການ ປະທານຄະນະກວດກາພັກ-ລັດ ເມືອງວຽງພູຄາ

15/03/2024

ພິທີປະກາດບົ່ງຕົວແຕ່ງຕັ້ງ ຮັກສາການ ປະທານຄະນະກວດກາພັກ-ລັດ ເມືອງວຽງພູຄາ

ພິທີປະກາດບົ່ງຕົວແຕ່ງຕັ້ງ ຮັກສາການປະທານຄະນະກວດກາພັກ-ອົງການກວດກາລັດ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ມີນາ 2024 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ບຸນຊົງ ວາໄຊຢີ ເລຂາພັກເມືອງ, ເຈົ້າເມືອງໆວຽງພູຄາ, ທ່ານ ພູມອນ ຄຸນສີລິເຮື່ອງ ຮອງເຈົ້າເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ແລະ ຮອງຫົວໜ້າຫ້ອງການ, 2 ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າ, ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ພັນວົງໄຊ ວິໄລພອນ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຜ່ານມະຕິຕົກລົງ ເລກທີ 53/ຄປພມ, ລົງວັນທີ 6 ມີນາ 2023 ວ່າດ້ວຍການແຕ່ງຕັ້ງ ຮັກສາການ ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ; ອີງຕາມ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ເລກທີ 68/ສພຊ, ລົງວັນທີ 14 ທັນວາ 2015; ໝວດທີ IV ມາດຕາ 39 ແລະ ມາດຕາ 40 ວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ ຂອງເຈົ້າເມືອງ; ອີງຕາມ ບົດແນະນໍາຂອງຄະນະກວດກາສູນກາງພັກ ເລກທີ 379/ຄກສພ, ລົງວັນທີ 7 ພະຈິກ 2023; ເຊິ່ງໄດ້ແຕ່ງຕັ້ງ ທ່ານ ວົງແກ້ວ ອຸ່ນທະແສງ, ກໍາມະການພັກເມືອງ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ເປັນຮັກສາການປະທານຄະນະກວດກາພັກ-ອົງການກວດກາລັດເມືອງວຽງພູຄາ ເນື່ອງຈາກວ່າ ປະທານ ຄະນະກວດກາພັກ-ອົງການກວດກາລັດເມືອງວຽງພູຄາ ຜູ້ເກົ່າ ຍົກຍ້າຍໄປຮັບໜ້າທີ່ໃໝ່.
ໃນໂອກາດດັ່ງກ່າວ ທ່ານ ບຸນຊົງ ວາໄຊຢີ ໄດ້ມີຄໍາເຫັນໂອລົມຕໍ່ພິທີ ໂດຍທ່ານໄດ້ເນັ້ນໜັກ ໃຫ້ຄະນະພັກ, ຮັກສາການ ປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ຕ້ອງເພີ່ມທະວີໃນການຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ນິຕິກໍາວຽກງານກວດກາໃຫ້ຫຼາຍຂຶ້ນ ສາມາດກໍາແໜ້ນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານກວດກາແຕ່ລະຂັ້ນ ເປັນແບບຢ່າງທີ່ດີຕໍ່ສັງຄົມ, ເປັນເຈົ້າການເຄົາລົບປະຕິບັດກົດໝາຍ, ລະບຽບການຂອງລັດ; ເອົາໃຈໃສ່ນໍາພາ-ຊີ້ນໍາທາງດ້ານວິຊາສະເພາະໃນການຕິດຕາມ-ກວດກາພັກ, ວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອຮັບປະກັນໃຫ້ແກ່ການກໍ່ສ້າງພັກ-ພະນັກງານມີຄຸນນະພາບດີຂຶ້ນ, ພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຂົ້າສູ່ລະບຽບການຢ່າງເຂັ້ມງວດ.
ຂ່າວ: ລຽນໄຊ ພົງທະສັກ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)