ຄະນະກວດກາພັກ-ລັດແຂວງຊຽງຂວາງຈັດຝຶກອົບວຽກງານສື່ມວນຊົນໃຫ້ພະນັກງານກວດກາ

08/01/2024

ຄະນະກວດກາພັກ-ລັດແຂວງຊຽງຂວາງຈັດຝຶກອົບວຽກງານສື່ມວນຊົນໃຫ້ພະນັກງານກວດກາ

ວັນທີ 4 ມັງກອນ 2024 ນີ້, ຄະນະກວດກາພັກ-ລັດແຂວງຊຽງຂວາງຮ່ວມກັບ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດຝຶກອົບຮົມວຽກງານສື່ມວນຊົນ ຂຶ້ນທີ່ຫ້ອງປະຊຸມຂອງຄະນະກວດກາພັກ-ລັດແຂວງ, ໂດຍມີ ທ່ານ ພອນສີ ພິນລາວົງ ຮອງປະທານຄະນະກວດກາພັກ-ລັດ ແຂວງເປັນປະທານ ແລະ ກ່າວເປີດຊຸດຝຶກອົບຮົມໃນຄັ້ງນີ້, ມີທ່ານ ນາງ ບຸນອ້ອມ ອຸ່ນມະໂນ ຮອງຫົວໜ້າກົມຄົ້ນຄວ້າ ແລະ ວາລະສານກວດກາ, ຮອງຫົວໜ້າບັນນາທິການ ວາລະສານກວດກາ, ພ້ອມດ້ວຍທິມງານຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງ ລັດ, ມີ ນັກສໍາມະນາກອນຈາກຄະນະກວດກາພັກ-ລັດແຂວງ, ບັນດາເມືອງ ແລະ ພະແນກການອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 07 ທ່ານ.

ພິທີທ່ານ ພອນສີ ພິນລາວົງ ໄດ້ກ່າວເປີດຊຸດຝິກອົບຮົມວຽກງານສື່ມວນຊົນ ໂດຍໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງວຽກງານສື່ມວນຊົນ ເຊິ່ງເປັນວຽກງານໜຶ່ງທີ່ສໍາຄັນ ກ່ຽວກັບການໂຄສະນາເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ນິຕິກໍາຕ່າງ ຂອງພັກ-ລັດ, ຜົນສໍາເລັດກາເຄື່ອນໄຫວວຽກງານດ້ານຕ່າງໆ. ໂດຍສະເພາະແມ່ນກ່ຽວກັບວຽກງານກວດກາ ໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມການຕິດຕາມ, ກວດກາ ຢ່າງກວ້າງຂວາງ, ຕີຖອຍແນວຄິດຢ້ານການກວດກາຢູ່ທຸກຂົງເຂດວຽກງານ ເຮັດໃຫ້ບັນດາເປົ້າໝາຍເຂົ້າຮ່ວມການເຄື່ອນໄຫວວຽກງານຕິດຕາມ, ກວດກາພວກເຮົາດີຂຶ້ນ,

ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນສາມາດນໍາເອົາບົດຮຽນໄປຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້, ການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮຽນຮູ້ທັກສະການຂຽນບົດ, ຂ່າວ, ທັກສະການຖ່າຍຮູບນິ້ງ, ການສົ່ງຂໍ້ມູນຂ່າວ ສານ, ຈາກນັ້ນ, ຜູ້ເຂົ້້າຮ່ວມຍັງໄດ້ຂຽນຂ່າວ, ຖ່າຍຮູບຕົວຈິງ ແລະ ໄດ້ພ້ອມກັນວິເຄາະຂ່າວ, ຮູບພາບ ທີ່ນັກສໍາມະນາກອນໄດ້ຂຽນ, ຖ່າຍຮູບ, ເຊິ່ງເຮັດໃຫ້ນັກສໍາມະນາກອນໄດ້ເຂົ້າໃຈຮູບແບບວິທີການຂຽນ ແລະ ການຖ່າຍຮູບ ຕົວຈິງເລິກເຊິ່ງຂຶ້ນຕື່ມ. ພ້ອມນີ້ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມຈໍາ 25 ທ່ານ, ຍິງ 07 ທ່ານ, ການຝຶກອົບຮົມແມ່ນໄດ້ດໍາເນີນໄປເປັນເວລາ 2 ວັນເຕັມ ( ວັນທີ 4-5 ມັງກອນ 2024).

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)