25/01/2024
![ອົງການກວດກາລັດແຂວງເຊກອງ ຕີລາຄາຄືນການເຄື່ອນໄຫວ ວຽກງານກວດກາລັດ ປະຈຳໄຕມາດ IV ປີ 2023](/sia/backend/web/images/download/Content_2024031307031606.jpg)
ວັນທີ 17 ມັງກອນ 2024 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງ ອົງການກວດກາລັດແຂວງເຊກອງ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາຄືນການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານກວດກາລັດ ປະຈຳໄຕມາດ IV (10-12/2023) ໂດຍການເປັນປະທານ ຂອງ ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດແຂວງ ມີຮອງຫົວໜ້າພະແນກການ, ອົງການ, ຫົວໜ້າ, ຮອງຫົວໜ້າຂະແໜງກວດກາລັດ ແລະ ຜູ້ເຮັດວຽກງານກວດກາລັດ ບັນດາພະແນກການ, ອົງການອ້ອມຂ້າງແຂວງຫົວໜ້າ, ຮອງຫົວໜ້າຂະແໜງ ທີ່ຂຶ້ນກັບ ອົງການກວດກາລັດແຂວງ ເຂົ້າຮ່ວມ ລວມທັງໝົດ 28 ທ່ານ, ຍິງ 11 ທ່ານ.
ກອງປະຊຸມ ທ່ານ ທອງຄູນ ອໍານາດແກ້ວ ຮອງຂະແໜງກວດກາລັດ ໄດ້ລາຍງານໂດຍສັງເຂບກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາລັດ ໄຕມາດ IV ປີ 2023 ໂດຍໄດ້ຍົກໃຫ້ເຫັນບາງດ້ານທີ່ພົ້ນເດັ່ນເຊັ່ນ: ອົງການກວດກາລັດແຂວງໄດ້ເອົາໃຈໃສນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານກວດກາລັດຕາມພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເປັນຕົ້ນແມ່ນໄດ້ສຸມໃສ່ການຮັບສ່ອງແສງລາຍງານການຈາກຂະແໜງກວດກາລັດ ແລະ ຜູ້ທີ່ເຮັດວຽກງານກວດກາລັດບັນດາພະແນກການ, ອົງການອ້ອມຂ້າງແຂວງເປັນປົກກຕິ ເພື່ອເປັນທິດທາງໃນການເສີມຂະຫຍາຍດ້ານດີີທີ່ຕັ້ງໜ້າ ແລະ ຊອກທິດທາງແກ້ໄຂບັນຫາອ່ອນ, ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດຕົວຈິງໃຫ້ສ່ອດຄ່ອງ. ພ້ອມນີ້, ທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານອົງການກວດກາລັດແຂວງ ກໍໄດ້ເຜີຍແຜ່ເຊື່ອມຊຶມ 3 ເອກະສານ ຄື: ຄໍາແນະກ່ຽວກັບການປັບປຸງການຈັດຕັ້ງຄະນະກວດກາພັກ ແລະ ອົງການກວດກາລັດແຂວງ ແຕ່ລະຂັ້ນ; ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດແຂວງ, ນະຄອນຫຼວງ; ຄຳແນະນຳການປະຕິບັດກົດໝາຍວ່າດ້ວຍກວດກາລັດ, ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານຂອງຂະແໜງກວດກາລັດ ແລະ ຜູ້ເຮັດວຽກງານກວດກາລັດ ບັນດາພະແນກການ, ອົງການອ້ອມຂ້າງແຂວງ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຄຳສະເໜີຕ່າງໆ ກ່ຽວກັບວຽກງານກວດກາລັດຂອງບັນດາຂະແໜງການ ແລະ ພ້ອມກັນແລກປ່ຽນຄໍາຄິດຄໍາເຫັນເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາລັດ ໃນຕໍ່ໜ້າມີປະສິດທິຜົນສູງກ່ວາເກົ່າ.