ຂະແໜງກວດກາລັດ ພະແນກສາທາລະນະສຸກແຂວງຊຽງຂວາງ ລົງເຜີຍແຜ່ກົດໝາຍກວດກາລັດ ແລະ ກົດໝາຍຕ້ານການສໍ້ລາດບັງຫຼວງ
31/01/2024
ໃນວັນທີ 26 ມັງກອນ ປີ 2024, ຂະແໜງການກວດກາລັດ ພະແນກສາທາລະນະສຸກແຂວງຊຽງຂວາງ ລົງເຜີຍແຜ່ກົດໝາຍກວດກາລັດສະບັບປັບປຸງ ແລະ ກົດໝາຍຕ້ານການສໍ້ລາດບັງຫຼວງ ຢູ່ຫ້ອງການສາທາລະນະສຸກເມືອງພູກູດ ແຂວງຊຽງຂວາງ, ໂດຍການເປັນປະທານຂອງ ທ່ານ ດຣ ເຢ້ຢ່າງ ຮອງເລຂາຄະນະພັກ, ປະທານກວດກາຄະນະພັກ ພະແນກສາທາລະນະສຸກແຂວງ, ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ສອນເພັດ ນີນທະວົງ ຮອງເລຂາໜ່ວຍພັກ, ປະທານກວດກາຄະນະພັກ ຫ້ອງການສາທາລະນະສຸກເມືອງພູກູດ, ມີບັນດາພະນັກງານຂະແໜງການກວດກາ, ພ້ອມດ້ວຍພະນັກງານແພດໝໍຫ້ອງການສາທາລະນະສຸກເມືອງ, ຕະຫຼອດຮອດພະນັກງານທົ່ວເມືອງພູກູດ ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 27 ທ່ານ.
ການລົງເຜີຍແຜ່ກົດໝາຍໃນຄັ້ງນີ້, ແມ່ນເພື່ອສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ແລະ ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນເມືອງພູກູດ ຢ່າງເລິກເຊິ່ງທົ່ວເຖິງ, ພ້ອມທັງເປັນເຈົ້າການເຄົາລົບ, ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເປັນເຈົ້້າເຂົ້າຮ່ວມໃນການຕິດຕາມ, ກວດກາບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນເປັນຕົ້ນ ບັນດາພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງທຸກຮູບແບບ ແລະ ສາມາດແກ້ໄຂໄດ້ທັນກັບເວລາ, ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່, ບຸກຄົນ ແລະ ນິຕິບຸກຄົນ ບໍ່ໃຫ້ຕົກເຮ່ຍເສຍຫາຍ, ພ້ອມທັງມີມາດຕະການແກ້ໄຂຕໍ່ຜູ້ລະເມີດຕາມກົດໝາຍຢ່າງເຂັ້ມງວດ ແລະ ທັນການ.
ໂອກາດນີ້ ທ່ານ ດຣ ເຢ້ຢ່າງ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງກົດໝາຍ ວ່າດ້ວຍການກວດກາລັດສະບັບປັບ ປຸງ, ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ຜ່ານຄໍາແນະນໍາຂອງອົງການກວດກາແຫ່ງລັດ ສະບັບເລກທີ 331/ອກຫລ, ລົງວັນທີ 03 ຕຸລາ 2023 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ(ສະບັບປຸງ), ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນຕໍ່ກັບເນື້ອໃນຂອງກົດໝາຍສະບັບດັ່ງກ່າວ, ແນ່ໃສ່ເຮັດໃຫ້ການນໍາພາ-ຊີ້ນໍາອົງການກວດກາລັດຂັ້ນຕົນ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາລັດໃຫ້ມີຄວາມເປັນເອກະພາບ, ມີການຫັນປ່ຽນຢ່າງຕັ້ງໜ້າ, ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.
ຂ່າວໂດຍ: ທ.ຈັນ ວົງບຸນຄໍາ ພະແນກສາທາລະສຸກແຂວງຊຽງຂວາງ