ກຳມະບານຮາກຖານຄະນະກວດກາ ແຂວງເຊກອງ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 68 ປີ
08/02/2024
ໃນວັນທີ 07 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ III ຂອງຫ້ອງວ່າການແຂວງ ກຳມະບານຮາກຖານຄະນະກວດກາພັກແຂວງເຊກອງ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ (1 ກຸມພາ 1956 – 1 ກຸມພາ 2024) ຄົບຮອບ 68 ປີ, ໂດຍການເປັນປະທານຂອງທ່ານ ປະລິນຍາເອກ ສົມນິດ ສິລິບຸນລ້ຽງ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ ມີຄະນະພັກ, ຄະນະປະທານກຳມະບານ ແລະ ສະມາຊິກກຳມະບານຮາກຖານຄະນະກວດກາເຂົ້າຮ່ວມ 20 ສະຫາຍ, ຍິງ 8 ສະຫາຍ.
ກອງປະຊຸມ ທ່ານ ສົມສະຫວັນ ຊຸມພົນພັກດີ ຮອງປະທານຄະນະກວດກາພັກແຂວງ, ປະທານກຳມະບານຮາກຖານຄະນະກວດກາພັກແຂວງ ໄດ້ເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, ໂດຍໄດ້ຍົກໃຫ້ເຫັນມູນເຊື້ອການເຄື່ອນໄຫວຂອງ ສະມາຊິກກຳມະບານ ກຳມະກອນ ກໍ່ຄືຊາວຜູ້ອອກແຮງງານ, ການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ໃນແຕ່ລະໄລຍະ ອັນໄດ້ເຮັດໃຫ້ສະມາຊິກກໍາມະບານທີ່ເຂົ້າຮ່ວມຮັບຮູ້ເຂົ້້າໃຈຢ່າງເລິກເຊິ່ງ ແລະ ກຳໄດ້ເນື້ອໃນສິດ, ໜ້າທີ່ຂອງຕົນ ເພື່ອນໍາມາຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນ, ໂດຍຕິດພັນກັບການປະຕິບັດ ຂໍ້ແຂງຂັ້ນ 5 ເປັນເຈົ້າ ” ຮັກຊາດ ແລະ ພັດທະນາ. ໂອກາດນີ້, ທ່ານ ສົມບູນ ບຸນປອນ ຫົວໜ້າຂະແໜງກວດກາພັກ ຮອງປະທານກຳມະບານຮາກຖານຄະນະກວດກາພັກແຂວງ ໄດ້ຂື້ນຜ່ານມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງ ສະຫະພັນກຳມະບານລາວ ສະໄໝທີ VIII ແລະ ຜ່ານມະຕິ ກອງປະຊຸມຄະນະບໍລິຫານງານສະຫະພັນກຳມະບານແຂວງ ກາງສະໄໝທີ VI ຕື່ມອີກ.
ໃນຕອນທ້າຍ ທ່ານ ປະລິນຍາເອກ ສົມນິດ ສິລິບຸນລ້ຽງ ຍັງໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ສະມາຊິກກໍາມະບານ, ໂດຍໄດ້ເນັ້ນໃຫ້ຄະນະປະທານກຳມະບານຮາກຖານ ພ້ອມດ້ວຍສະມາຊິກກຳມະບານທຸກສະຫາຍ ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມກຳແໜ້ນ ແລະ ຮັກສາມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານ ແລະ ພ້ອມກັນສືບຕໍ່ຜັນຂະຫຍາຍທິດທາງແຜນການວຽກງານທີ່ການຈັດຕັ້ງກຳມະບານໄດ້ວາງໄວ້ ໃຫ້ບັນລຸຜົນຕາມຄາດໝາຍ ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກຳມະບານລາວຄົບຮອບ 68 ປີ ໃຫ້ມີຄວາມໝາຍ ແລະ ເປັນຂະບວນຟົດຟື້ນ.
ຂ່າວໂດຍ: ຕຶ່ງລັງສິດ ບຸນຈິດ ຄະນະກວດກາແຂວງເຊກອງ