ຄະນະກວດກາ ເມືອງແອດ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024

15/02/2024

ຄະນະກວດກາ ເມືອງແອດ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາປະຈຳປີ 2023 ແລະ ວາງແຜນການປະຈຳປີ 2024

ໃນວັນທີ 13 ກຸມພາ 2024 ຄະນະກວດກາ ເມືອງແອດ ແຂວງຫົວພັນ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາຮອບດ້ານປະຈຳປີ 2023 ແລະ ວາງທິດທາງແຜນການປະຈຳປີ 2024 ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານກອງປະຊຸມຂອງ ສະຫາຍ ນູສອນ ແກ້ວພະພຸດ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງແອດ, ມີບັນດາສະຫາຍ ປະທານກວດກາໜ່ວຍພັກອ້ອມຂ້າງເມືອງ, ພ້ອມດ້ວຍຄະນະກວດກາ, ພະນັກງານກວດກາເມືອງແອດ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຮັບຟັງ ການສະຫຼຸບຕີລາຄາຄືນ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ປະຈຳປີ 2023 ແລະ ທິດທາງແຜນການ 2024, ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານຕັ້ງໜ້າ ແລະ ບາງດ້ານອ່ອນຂໍ້ຄົງ ຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂ, ເຊິ່ງໃນ 1 ປີຜ່ານມາອົງຄະນະພັກເມືອງ ກໍ່ຄືຄະນະກວດກາພັກ-ລັດ ເມືອງແອດ ແມ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາມີຜົນສໍາເລັດຫຼາຍດ້ານເປັນຕົ້ນ: ວຽກງານຕິດຕາມ, ກວດກາພັກ ໄດ້ລົງຕິດຕາມ, ກວດກາ ລະບອບປະຊຸມຄົບຄະນະບໍລິຫານງານພັກເມືອງ, ການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຄະນະພັກ, ສະມາຊິກພັກ, ໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບບແຜນວິທີນຳພາ ແລະ ວິທີເຮັດວຽກຂອງຄະນະພັກ, ຕິດຕາມ, ກວດກາ ການປະເມີນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023. ຜ່ານການປະເມີນມີໜ່ວຍພັກແຂງ 70 ໜ່ວຍພັກ, ໜ່ວຍພັກກາງ 41 ໜ່ວຍພັກ; ຕິດຕາມ, ກວດກາ ການກໍ່ສ້າງມະຫາຊົນເຂົ້້າອົງການຈັດຕັ້ງຂອງພັກ ຕາມຂັ້ນຕອນກົດລະບຽບຂອງພັກຢ່າງເຂັ້ມງວດ; ການຮ່ວມຊິວິດໜ່ວຍ ພັກ, ການເສຍເງິນບໍາລຸງເປັນປົກກະຕິ, ການປະຕິບັດວິໄນຕໍ່ສະມາຊິກພັກ ທີ່ລະເມີດກົດລະບຽບພັກ ເຊິ່ງປີ 2023 ມີ 3 ສະຫາຍ, ໄດ້ຖືກປະຕິບັດວິໄນຂັ້ນ ລືບຊື່ອອກຈາກພັກ. ວຽກງານກວດກາລັດແມ່ນໄດ້ລົງ ກວດກາຕາມຄຳສັ່ງ 2 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 10.000.000 ກີບ, ຍັງພວມດຳເນີນກູ້ຄືນໃຫ້ລັດ; ຕິດຕາມ, ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີມີ 7 ໂຄງການ, ຜ່ານການດຳເນີນຕິດຕາມ, ກວດກາການກໍ່ສ້າງເຫັນວ່າມີ 3 ໂຄງການບໍ່ທັນປະຕິ ບັດຕາມສັນຍາ; ກວດກາການເຊົ່າສຳປະທານສັບສິນຂອງລັດໃຫ້ໄປຕາມລະບຽບກົດໝາຍ; ຕິດຕາມການເກັບລາຍຮັບເຂົ້າງົບປະມານຂອງເມືອງໃນປີ 2023 ໄດ້ 2.936.187.906 ກີບ, ຖ້າທຽບໃສ່ແຜນການປະຕິບັດໄດ້ລື່ນຄາດໝາຍທີ່ກຳນົດໄວ້; ຕິດຕາມ, ກວດກາ ການບໍລິຫານລັດ ຂອງຫ້ອງການອ້ອມຂ້າງເມືອງໄດ້ 3 ເປົ້າໝາຍ, ເຮັດໃຫ້ການຄຸ້ມຄອງຂອງລັດເຂົ້າສູ່ລະບົບຖືກຕ້ອງຕາມກົດໝາຍ; ໃນປີຜ່ານມາໄດ້ຮັບຄຳຮ້ອງ, ຄຳສະເໜີ 03 ເລື່ອງ, ໃນນັ້ນໄດ້ຄົ້ນຄວ້າແກ້ໄຂ 02 ສະບັບ, ສົ່ງໃຫ້ພາກສ່ວນອື່ນທີ່ກຽວຂ້ອງແກ້ໄຂ 01 ສະບັບ, ເນື້ອໃນຄຳຮ້ອງກ່ຽວກັບບັນຫາທີ່ດິນ ແລະ ພຶດຕິກໍາການສໍ້ລາດບັງຫຼວງຂອງພະນັກງານ, ໄດ້ຮັບແຈ້ງສັບສິນຮອບ 4 ໃຫ້ຜູ້ໄດ້ເລື່ອນຕຳແໜ່ງປີ 2023 ຈໍານວນ 3 ສະບັບ, ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມກົດໜາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ນິຕິກຳຕ່າງໆຂອງລັດ ທີ່ພົວພັນເຖິງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແກ່ພະນັກງານກວດກາ, ພະນັກງານຫຼັກແຫຼ່ງບັນດາຫ້ອງການ, ຂະແໜງການອ້ອມຂ້າງເມືອງໄດ້ 2 ຄັ້ງ ມີຜູ້ເຂົ້າຮ່ວມ 146 ຄົນ. ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບ, ແຜນການກ່ຽວກັບວຽກງານກວດກາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າໄດ້ມີປະສິດທິຜົນສູງກວ່າເກົ່າ.
ຕອນທ້າຍ ສະຫາຍ ນູສອນ ແກ້ວພະພຸດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນບາງເນື້ອໃນສໍາຄັນດັ່ງນີ້:
1. ເພີ່ມທະວີ ກວດກາການຈັດຕັ້ງປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ຕິດຕາມ, ກວດກາຂະບວນການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ມີຄຸນນະພາບຕາມມາດຖານ, ມີແບບແຜນວິທີເຮັດວຽກດີ.
2 . ກວດກາ ການບໍລິຫານລັດ ຂອງສຳນັກງານອົງການປົກຄອງທ້ອງຖິ່ນໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຄວາມເຂັ້ມແຂງປົກກະຕິ.
3 . ຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ບໍ່ໃຫ້ເກີດຂຶ້ນໃນການຈັດຕັ້ງ ແລະ ບຸກຄົນໃຫ້ມີຄວາມໂປ່ງໃສກວດສອບໄດ້.
4 . ຕິດຕາມ, ກວດກາ ແລະ ແກ້ໄຂຄຳຮ້ອງ, ຄຳສະເໜີຕ່າງໆ ຂອງອົງການຈັດຕັ້ງພັກ-ລັດ, ພະນັກງານລັດຖະກອນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ຮ້ອງຂໍໃຫ້ມີການແກ້ໄຂຕາມລະບຽບກົດໝາຍໃຫ້ວ່ອງໄວທັນເວລາ.
ຂຽນຂ່າວໂດຍ: ສະຫາຍ ພັນສະຫວັດ ດວງສີ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)