ພິທີປະກາດໜ່ວຍຊາວໜຸ່ມ 4 ບຸກ ແລະ ມອບທຸງໄຊ ໃຫ້ໜ່ວຍຮາກຖານຊາວໜຸ່ມຄະນະກວດກາແຂວງເຊກອງ

19/02/2024

ພິທີປະກາດໜ່ວຍຊາວໜຸ່ມ 4 ບຸກ ແລະ ມອບທຸງໄຊ ໃຫ້ໜ່ວຍຮາກຖານຊາວໜຸ່ມຄະນະກວດກາແຂວງເຊກອງ

ໃນວັນທີ 16 ກຸມພາ 2024 ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໜ່ວຍຮາກຖານຊາວໜຸ່ມ ຄະນະກວດກາພັກ ແລະ ອົງການກວດກາລັດ ແຂວງເຊກອງ ໄດ້ຈັດພິທີປະກາດໜ່ວຍຊາວໜຸ່ມ 4 ບຸກ ແລະ ມອບທຸງໄຊ, ພາຍໃຕ້ການເປັນປະທານຂອງສະຫາຍ ຄຳຈິນດາ ໄຊຍະບູລີ ເລຂາໜ່ວຍຮາກຖານຊາວໜຸ່ມຄະນະກວດກາແຂວງ, ໂດຍໃຫ້ກຽດເຂົ້້າຮ່ວມຂອງສະຫາຍ ແຜນວັນທອງ ຈະເລີນເພັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ແຂວງເຊກອງ, ມີສະຫາຍ ອ່ອນມະນີວັນ ຈັນດາວົງ ຮອງປະທານຄະນະກວດກາພັກ-ລັດແຂວງ, ມີແຂກທີ່ຖືກເຊີນຈາກໜ່ວຍຮາກຖານຊາວໜຸ່ມອ້ອມຂ້າງແຂວງ, ມີຄະນະໜ່ວຍຮາກຖານຊາວໝຸ່ມ, ພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນຄະນະກວດກາແຂວງເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 12 ສະຫາຍ.

ໃນພິທີຄັ້ງນີ້; ສະຫາຍ ຄຳຈິນດາ ໄຊຍະບູລີ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບປະເມີນຜົນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຮາກຖານຊາວໜຸ່ມ ຄະນະກວດກາພັກ, ອົງການກວດກາລັດແຂວງ ຄັ້ງທີ III ໄລຍະ 3 ປີ (2021-2023) ແລະ ວາງທິດທາງແຜນການ ປະຈຳປີ 2024 ຂອງໜ່ວຍຮາກຖານຊາວໜຸ່ມຄະນະກວດກາແຂວງ ເຊິ່ງໄລຍະຜ່ານມາຄະນະໜ່ວຍຮາກຖານຊາວໜຸ່ມ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດບັນດາເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວ ໜຸ່ມປະຊາຊົນປະຕິວັດລາວ, ໂດຍໄດ້ສ້າງແຜນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ, ມີການຕິດຕາມ, ກວດກາປະເມີນຜົນເປັນປົກກະຕິ, ຜ່ານການຈັດຕັ້ງປະຕິບັດເຫັນໄດ້ວ່າສະມາຊິກຊາວໜຸ່ມທຸກສະຫາຍໄດ້ຖືເອົາຂໍ້ແຂ່ງຂັນ 4 ບຸກຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ການເຄື່ອນໄຫວວຽກງານຮອບດ້ານຂອງຕົນໄດ້ມີຜົນສໍາເລັດເປັນຢ່າງດີ. ຜ່ານການປະເມີນສາມາດຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໄດ້ດັ່ງນີ້: ບຸກທາງດ້ານການ ເມືອງ-ແນວຄິດປະຕິບັດໄດ້ 90,60%, ບຸກທາງດ້ານການຈັດຕັ້ງ ປະຕິບັດໄດ້ 90,80%, ບຸກທາງດ້ານຝຶກຝົນຫຼໍ່ຫຼອມ-ຮ່ຳຮຽນ ປະຕິບັດໄດ້ 90,50%, ບຸກທາງດ້ານວິຊາຊີບ-ສ້າງວຽກເຮັດງານທຳ ປະຕິບັດໄດ້ 90,80%, ຈາກນັ້້ນໄດ້ມີການຂຶ້ນຜ່ານ ລາຍຊື່ສະມາຊິກຊາວໜຸ່ມຕົວແບບ ໃນການສ້າງອາຊີບຫາລາຍໄດ້ເຂົ້າຄອບຄົວ ແລະ ຈຸຊາວໜຸ່ມຕົວແບບທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ. ພ້ອມນີ້ ສະຫາຍ ແຜນວັນທອງ ຈະເລີນເພັດ ຍັງໄດ້ໃຫ້ກຽດຂຶ້ນ ມອບໃບຢັ້ງຢືນ 4 ບຸກ, ທຸງໄຊນຳໜ້າ ຂັ້ນແຂວງໃຫ້ໜ່ວຍຊາວໜຸ່ມ ແລະ ມອບໃບຍ້ອງຍໍຂັ້ນສູນກາງຊາວ
ໜຸ່ມ ປປລ ໃຫ້ສະມາຊິກຊາວໜຸ່ມທັງໝົດ 19 ສະຫາຍ, ຍິງ 8 ສະຫາຍ.
ຕອນທ້າຍພິທີ ສະຫາຍ ແຜນວັນທອງ ຈະເລີນເພັດ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກຊາວໜຸ່ມ, ເຊິ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານຂອງໜ່ວຍຮາກຖານຊາວໜຸ່ມຄະນະກວດກາພັກ, ອົງການກວດກາລັດແຂວງ ທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ຊຸກຍູ້ບັນດາສະມາຊິກຊາວໜຸ່ມຂັ້ນຂອງຕົນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຢ່າງເປັນຂະບວນຟົດຟື້ນ ແລະ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານ, ພ້ອມທັງໃຫ້ທິດຊີ້ນຳບາງບັນຫາວຽກງານຊາວໜຸ່ມ ເປັນຕົ້ນແມ່ນໃຫ້ສະມາຊິກຊາວໜຸ່ມທຸກສະຫາຍເພີ່ມທະວີຄວາມເປັນເຈົ້າການ ເຄົາລົບ ແລະ ປະຕິບັດກົດໝາຍ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະຊາວໜຸ່ມໃຫ້ສູງຂຶ້ນ, ຄະນະໜ່ວຍເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສະ ມາຊິກຊາວໜຸ່ມເປັນປົກຕິ, ເຕົ້າໂຮມຄວາມສາມັກຄີພາຍໃນໜ່ວຍໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ນໍາເອົາບັນດາເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ມີຜົນສຳເລັດດ້ວຍປະສິດທິຜົນສູງ.
ຂ່າວໂດຍ ຕຶ່ງລັງສິດ ບຸນຈິດ ຄະນະກວດກາແຂວງເຊກອງ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)