ປະທານອົງການກວດກາລັດແຂວງຄໍາມວ່ນ ລາຍງານການເຄື່ອນໄຫວວຽກງານກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II

02/02/2024

ປະທານອົງການກວດກາລັດແຂວງຄໍາມວ່ນ ລາຍງານການເຄື່ອນໄຫວວຽກງານກວດກາ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II

​ໃນໂອກາດ ເຂົ້າຮ່ວມກອງ​ປະ​ຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 23-26 ມັງກອນ 2024, ທີ່ສະໂມສອນ 21 ມີນາ ໂດຍການເປັນປະທານ ຂອງທ່ານ ບົວພັນ ແສງຈັນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຊິ່ງໃນກອງປະຊຸມດັ່ງກ່າວ ທ່ານ ຄໍາສອນ ອ້ວນທະວີ ປະທານອົງການກວດກາລັດແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານກວດກາລັດ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024 ຕໍ່​ກອງປະຊຸມ ໂດຍທ່ານໄດ້ໃຫ້ຮູ້ວ່າ: ໃນປີ 2023 ຜ່ານມາ ໄດ້ດໍາເນີນການກວດກາ ການບໍລິຫານລັດຈໍານວນ 2 ເປົ້າໝາຍ; ກວດກາໂຄງການລົງທຶນຂອງລັດ ສໍາເລັດ 77 ໂຄງການ, ພົບເຫັນມູນຄ່າຕ້ອງຫັກລົບອອກຈາກສາລະບານການລົງທຶນຂອງລັດ ຈໍານວນ 40 ຕື້ກວ່າກີບ, ໃນນີ້ ມີໂຄງການນອກແຜນ ຈໍານວນ 16 ໂຄງການ, ມູນຄ່າ 19 ຕື້ກວ່າກີບ ທີ່ຈະຕ້ອງໄດ້ສະເໜີເຂົ້າແຜນເພື່ອຊໍາລະສະສາງ; ໄດ້ສົມທົບກັບອົງການກວດກາແຫ່ງລັດ ກວດກາ, ເກັບກໍາຂໍ້ມູນການຂຸດຄົ້ນ, ປຸງແຕ່ງ ແລະ ສົ່ງອອກແຮ່ເຫຼັກ ໄລຍະທົດລອງ ຈໍານວນ 10 ບໍລິສັດ ມີເນື້ອທີ່ສໍາປະທານທັງໝົດ 2.395 ເຮັກຕາ, ໃນ 3 ເມືອງຄື: ເມືອງບົວລະພາ, ເມືອງຫີນບູນ, ເມືອງຄູນຄໍາ; ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນ 2 ໂຄງການ; ໄດ້ດຳເນີນການຊຸກຍູ້ຕິດຕາມ ການດຳເນີນຄະດີ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ກ່ຽວກັບການແກ້ໄຂການລັກລອບ ຊື້-ຂາຍ ໄມ້ ຈໍານວນ 124 ແມັດກ້ອນ ຢູ່ເມືອງໄຊບົວທອງ.

ພ້ອມນີ້, ຍັງໄດ້ຕິດຕາມ, ກວດກາ ແລະ ຊຸກຍູ້ການແກ້ໄຂຜົນການກວດກາ ຕາມມະຕິຂອງສະພາແຫ່ງຊາດ ສະບັບເລກທີ 21/ສພຊ ໂດຍໄດ້ເຊີນບັນດາບໍລິສັດ ມາເຈລະຈາຕໍ່ລອງ ໂຄງການກໍ່ສ້າງເສັ້ນທາງທີ່ມີມູນຄ່າສູງກວ່າ 20% ຈໍານວນ 12 ໂຄງການ, ມູນຄ່າຜິດດ່ຽງ 285 ຕື້ກວ່າກີບ; ການແກ້ໄຂຜົນການກວດກາ ຕາມແຈ້ງການ ເລກທີ 130/ຫສນຍ ແມ່ນໄດ້ອອກແຈ້ງການ ເຖິງພາກສ່ວນກ່ຽວຂ້ອງ ປະຕິບັດການແກ້ໄຂຜົນການກວດກາໂຄງການລົງທຶນຂອງລັດຄື: ພະແນກແຜນການ ແລະ ການລົງທຶນແຂວງ ຕ້ອງໄດ້ຫັກລົບມູນຄ່າໂຄງການກໍ່ສ້າງອອກຈາກສາລະບານງົບປະມານ ຈໍານວນ 116 ໂຄງການ ມູນຄ່າ 365 ຕື້ກວ່າກີບ ແລະ ສະເໜີພິຈາລະນາໂຄງການນອກແຜນ ຈໍານວນ 24 ໂຄງການ, ມູນຄ່າ 93 ຕື້ກວ່າກີບ ເຂົ້າແຜນງົບປະມານຂອງລັດ; ພະແນກການເງິນແຂວງ ຕິດຕາມ ແລະ ເກັບກູ້ພັນທະຕ່າງໆທີ່ຄ້າງມອບໃຫ້ລັດ ຈໍານວນ 97 ໂຄງການ, ມູນຄ່າ 19 ຕື້ກວ່າກີບ;

ນອກນີ້, ໃນການແກ້ໄຂຜົນການກວດກາການບໍລິຫານລັດທີ່ຄະນະພັກ, ອົງການປົກຄອງແຂວງ ຕົກລົງຜ່ານມາ ພົບເຫັນຜົນເສຍຫາຍ ຢູ່ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ມູນຄ່າ 909 ລ້ານກວ່າກີບ ແລະ 80.000 ບາດ, ເກັບກູ້ໄດ້ແລ້ວ 793 ລ້ານກວ່າກີບ, ຍັງຄ້າງ 115 ລ້ານກວ່າກີບ ແລະ 80.000 ບາດ; ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ມູນຄ່າ 239 ລ້ານກວ່າກີບ, ເກັບກູ້ໄດ້ 39 ລ້ານກວ່າກີບ, ຍັງຄ້າງ 199 ລ້ານກວ່າກີບ; ໂຄງການກໍ່ສ້າງທາງ 7 ເສັ້ນ ພາຍໃນເທດສະບານເມືອງທ່າແຂກ ແຕ່ປີ 2006 ຂອງ 7 ບໍລິສັດ, ຜົນເສຍຫາຍ ມູນຄ່າ 12 ຕື້ກວ່າກີບ; ຢູ່ອົງການພັດທະນາ ແລະ ບໍລິຫານຕົວເມືອງທ່າແຂກ ມູນຄ່າ 3 ຕື້ກວ່າກີບ ແລະ 22.800 ໂດລາສະຫະລັດ; ຢູ່ເຂດເສດຖະກິດພິເສດ ແຂວງຄໍາມ່ວນ ມູນຄ່າ 70.000 ໂດລາສະຫະລັດ ແລະ ໃຫ້ມອບເງິນຄ່າທໍານຽມ, ຄ່າບໍລິການ ຈໍານວນ 90 ລ້ານກວ່າກີບ, ຄ່າທໍານຽມທີ່ດິນປະຈໍາປີ ຈໍານວນ 33.064 ໂດລາສະຫະລັດ ທີ່ຝາກໄວ້ຢູ່ບັນຊີຂອງເຂດ ເຂົ້າງົບປະມານຂອງລັດ; ໄດ້ຄົ້ນຄວ້າ, ເກັບກໍາຂໍ້ມູນ ຕາມສໍານວນຄະດີ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການປະຕິບັດຄຳສັ່ງ ຫຼັງຄຳຕັດສິນຂອງສານ ຈຳນວນ 1 ສະບັບ; ຕິດຕາມການແກ້ໄຂ ການເກັບກູ້ໜີ້ສິນທັງຕົ້ນທຶນ ແລະ ດອກເບ້ຍ ຈາກການປ່ອຍເງິນກູ້ເພື່ອຊື້ເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ ຂອງກຸ່ມໂຮງສີ ເຂົ້າຄໍາມ່ວນພັດທະນາ ຈໍານວນ 12 ໂຮງສີ; ໄດ້ຮັບຄໍາຮ້ອງ-ຄໍາສະເໜີຈໍານວນ 18 ສະບັບ, ໄດ້ຄົ້ນຄວ້າ ແລະ ແກ້ໄຂຕາມພາລະບົດບາດຂອງຕົນ 14 ສະບັບ. ໃນນີ້, ໄດ້ແກ້ໄຂສໍາເລັດແລ້ວ 9 ສະບັບ, ກໍາລັງສືບຕໍ່ຄົ້ນຄວ້າແກ້ໄຂ 5 ສະບັບ ແລະ ສົ່ງໃຫ້ພາກສ່ວນອື່ນທີ່ກ່ຽວຂ້ອງ ແກ້ໄຂ 4 ສະບັບ, ເນື້ອໃນຄໍາຮ້ອງ-ຄຳສະເໜີສ່ວນຫຼາຍ ກ່ຽວກັບຂໍ້ຂັດແຍ່ງເນື້ອທີ່ດິນ ແລະ ການປະຕິບັດໜ້າທີ່ຂອງພະນັກງານ-ເຈົ້າໜ້າທີ່. ພ້ອມນີ້ ຍັງໄດ້ຍົກໃຫ້ເຫັນບາງດ້ານທີ່ຍັງຄົງຄ້າງ ແລະ ທິດທາງແຜນການຈຸດສຸມໃນປີ 2024 ອີກດ້ວຍ.

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)