ພິທີ ປະກາດພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບໍານານ ແຂວງຫຼວງພະບາງ
15/02/2024
ທ້າຍເດືອນ ມັງກອນ 2024 ທີ່ຜ່ານມາ ທີ່ຫ້ອງປະຊຸມ ອົງການກວດກາລັດແຂວງ ໄດ້ຈັດພິທີປະກາດພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບໍານານ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄໍາຫຼ້າ ລຽນປະດິດ ກຳມະການປະຈໍາພັກແຂວງ, ປະທານຄະນະການກວດກາພັກ-ອົງການກວດກາລັດແຂວງ ມີບັນດາຄະນະຈັດຕັ້ງແຂວງ, ຮອງປະທານ, ຫົວໜ້າ-ຮອງຫົວໜ້າຂະແໜງການ ແລະ ພະນັກງານພາຍໃນຄະນະກວດກາແຂວງ ເຂົ້າຮ່ວມ.
ໃນພິທີທ່ານ ນາງ ນວນສີ ຊົມພູ ຫົວໜ້າຫ້ອງການຄະນະກວດກາພັກ-ອົງການກວດກາລັດແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງຫຼວງພະບາງ ສະບັບເລກທີ 156/ຈຂ.ຫຼບ, ລົງວັນທີ 29 ທັນວາ 2023 ວ່າດ້ວຍການໃຫ້ພະນັກງານ-ລັດຖະກອນ ເຂົ້າຮັບອຸດໜູນບຳນານ ແລະ ມອບຂໍ້ຕົກລົງດັ່ງກ່າວໃຫ້ແກ່ສະຫາຍ ສົມໝາຍ ສຸທິວົງ ອາດີດຮອງປະທານ ຄະນະກວດກາພັກ-ອົງການກວດກາລັດແຂວງ ຫຼັງຈາກນັ້ນ, ສະຫາຍກໍ່ໄດ້ຜ່ານບົດລາຍງານການເຄື່ອນໄຫວວຽກງານຂອງຕົນເອງ ຕະຫຼອດໄລຍະທີ່ຜ່ານມາ ໃນການນໍາພາ-ຊີ້ນໍາວຽກງານກວດກາຕາມພາລະບົດບາດ ແລະ ຕາມການມອບໝາຍຂອງການຈັດຕັ້ງຂັ້ນເທິງ, ເຫັນວ່າມີຜົນສໍາເລັດໃນຫຼາຍດ້ານ, ເຊິ່ງໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນວຽກງານທີ່ຕົນຮັບຜິດຊອບຢ່າງສຸດຄວາມສາມາດ.
ຕອນທ້າຍພິທີ ທ່ານ ຄໍາຫຼ້າ ລຽນປະດິດ ກໍ່ໄດ້ມີຄໍາເຫັນ-ໂອ້ລົມ ເຊິ່ງເພີ່ນໄດ້ກ່າວວ່າ: ພັກ-ລັດ ເຮົາຍາມໃດກໍ່ຖືສໍາຄັນຕໍ່ການປະຕິບັດນະໂຍບາຍ ຕໍ່ພະນັກງານຂັ້ນຕ່າງໆ ຢ່າງມີຫຼັກການ ເປັນຕົ້ນແມ່ນການຍົກສູງ, ຍົກລະດັບ, ການບັນຈຸຊັບຊ້ອນ, ຈັດວາງ, ການຍ້ອງຍໍສັນລະເສີນ; ເລື່ອນຊັ້ນ-ຂັ້ນເງິນເດືອນ, ການຮັບອຸດໜູນ, ຮັບບຳນານ ເຊິ່ງອັນນີ້ ແມ່ນການປະຕິບັດນະໂຍບາຍຕໍ່ພະນັກງານຂັ້ນຕ່າງໆຢ່າງຖືກຕ້ອງຕາມລະບຽບ ແລະ ຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ໃນພາກທີ III, ໝວດທີ 5, ມາດຕາ 70 ການຮັບອຸດໜູນບຳນານ ໄດ້ກຳນົດວ່າພະນັກງານ-ລັດຖະກອນທຸກຄົນ ເມື່ອເຖິງອາຍຸກະສຽນບຳນານ ແລະ ຄົບປີການແລ້ວ ຕ້ອງໄດ້ຮັບອຸດໜູນບຳນານໂດຍບໍ່ຈໍາເປັນຕ້ອງຂຽນຄໍາຮ້ອງ ເຊິ່ງການຈັດຕັ້ງຂອງຜູ້ກ່ຽວ ສັງກັດຢູ່ ເປັນຜູ້ແຈ້ງໃຫ້ຮູ້ກ່ອນລ່ວງໜ້າໜຶ່ງປີ. ເຊິ່ງທ່ານ ສົມໝາຍ ສຸທິວົງ ກໍ່ໄດ້ເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍ ຈົນໄດ້ຮັບການປະຕິບັດນະໂຍບາຍເຂົ້າຮັບອຸດໜູນເບ້ຍບຳນານ ຕາມລະບຽບການ. ດັ່ງນັ້ນ, ພະນັກງານຫຼັກແຫຼ່ງສືບທອດ, ພະນັກງານໜຸ່ມນ້ອຍ ຕ້ອງໄດ້ສືບຕໍ່ຮໍ່າຮຽນເອົາບົດຮຽນ, ປະສົບການທີ່ດີ ເພື່ອມາໝູນໃຊ້ເຂົ້າໃນວຽກງານ ແລະ ພັດທະນາຕົນເອງ ໃຫ້ກາຍເປັນພະນັກງານທີ່ດີ-ທີ່ເກັ່ງໃນຕໍ່ໜ້າ.
ຂ່າວໂດຍ: ນາງ ພິດອາລຸນ ລຽນສຸລິສັກ