28/02/2024
ໃນວັນທີ 26 ກຸມພາ 2024 ນີ້ ອົງການກວດກາພັກ-ລັດແຂວງ ໄຊສົມບູນ ໄດ້ຈັດພິທີປະຖະກາຖາ ວັນສ້າງຕັ້ງ ອົງການກວດກາພັກ-ລັດ ແຫ່ງ ສປປ ລາວ, ຄົບຮອບ 42 ປີ ( 16 ກຸມພາ 1982- 16 ກຸມພາ 2024 ) ຂື້ນ, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ປະທານຄະນະກວດກາພັກ, ອົງການກວດກາລັດແຂວງ, ໃຫ້ກຽເຂົ້າຮ່ວມ ແລະ ເຜີຍແຜ່ໂດຍ ທ່ານ ພົຕ ວົງສອນ ອິນປານພີມ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີບັນດາຄະນະປະຈຳພັກແຂວງ, ບັນດາພະແນກການ ອ້ອມຂ້າງແຂວງ ຕະຫຼອດຮອດພະນັກງານພາຍໃນອົງການກວດກາພັກ-ລັດແຂວງ ເຂົ້າຮ່ວມ.
ໃນພິທີທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງວັນສ້າງຕັ້ງອົງການກວດກາພັກ-ລັດ ແລະ ການເຜີຍແຜ່ເຊື່ອມຊຶມຄັ້ງນີ້ ແມ່ນເພື່ອໃຫ້ພະນັກງານຜູ້ທີ່ເຮັດວຽກງານກວດກາ ກໍ່ຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງແຂວງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຄວາມເປັນມາ, ບັນດາຜົນງານກ່ຽວກັບການເຄື່ອນໄຫວວຽກງານກວດກາພັກ-ລັດໃນໄລຍະຜ່ານມາ ຢ່າງເລິກເຊິ່ງກວ້າງຂວາງ. ຈາກນັ້ນ, ທ່ານ ພົຕ ວົງສອນ ອິນປານພີມ ໄດ້ໃຫ້ກຽດປາຖະກາຖາມູນເຊື້ອຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຕະຫຼອດຮອດການເຕີບໃຫ່ຍຂະຫຍາຍຕົວ ແລະ ຜົນງານທີ່ອົງການກວດກາພັກ-ລັດ ຍາດມາໄດ້ໃນໄລຍະ 42 ປີ (16 ກຸມພາ 1982- 16 ກຸມພາ 2024 ) ເຊິ່ງນັບແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂື້ນ ພັກໄດ້ກໍານົດທັດສະນະຈະແຈ້ງວ່າ ມີການນໍາພາຕ້ອງມີການກວດກາ ສະນັ້ນພັກຈຶ່ງໄດ້ເອົາໃຈໃສ່ຕໍ່ວຽກງານ ກວດກາ ໂດຍໄລຍະທີ່ຜ່ານມາອົງການກວດກາແຕ່ລະຂັ້ນ ໄດ້ຕັ້ງໜ້າ ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ, ເພື່ອເປັນເສນາທິການໃຫ້ແກ່ຄະນະພັກໃນການກວດກາພັກ-ກວດກາລັດ, ຕ້ານການສໍ້ລາດບັງຫຼວງ ປະກອບສ່ວນເຂົ້າໃນວຽກງານການປົກປ້ອງພັກ-ພະນັກງານ ໃນການປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ ຕິດຕາມ, ກວດກາແຜນພັດທະນາ ເສດຖະກິດສັງຄົມ, ໂຄງການກໍ່ສ້າງພື້ນຖານໂຄງລ່າງ, ການຄຸ້ມຄອງການເກັບລາຍຮັບ-ລາຍຈ່າຍ, ງົບປະມານ ແລະ ການຄຸ້ມຄອງ ການນໍາໃຊ້ຊັບພະຍາກອນທໍາມະຊາດ ເຊິ່ງທັງໝົດນີ້ ກໍ່ເພື່ອເຮັດໜ້າທີ່ສະກັດກັ້ນ ແລະ ດໍາເນີນການຕໍ່ຜູ້ລະເມີດຕໍ່ລະບຽບພັກ, ກົດໝາຍຂອງລັດ, ເປັນເຈົ້າການໃນການຄຸ້ມຄອງບໍລິຫານລັດໃຫ້ມີຄວາມໂປ່ງໃສ.
ໃນຕອນທ້າຍຂອງພິທິ ທ່ານ ພົຕ ວົງສອນ ອິນປານພີມ ຍັງໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກໃຫ້ຄະນະພັກ-ຄະນະນໍາ ຂອງແຂວງ, ເມືອງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມຮັບຟັງພິທີປາຖະກະຖາໃນຄັ້ງນີ້້ ຈົ່ງພ້ອມກັນນໍາເອົາບັນດາເນື້ອໃຈຈິດໃຈດັ່ງກ່າວ ໄປສືບຜັນຂະຫຍາຍເຂົ້າໃນວຽກງານຂອງຕົນ ພ້ອມທັງຖືເອົາວຽກງານຕິດຕາມ, ກວດກາ ເປັນໜ້າທີ່ສໍາຄັນຕົ້ນຕໍ ໃນການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ຂອງສະມາຊິກພັກ-ພະນັກງານ ເພື່ອສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ໃນວຽກງານກວດກາ.