ຄະນະກວດກາພັກເມືອງກະລຶມຕອນຮັບການລົງມາເຮັດວຽກຂອງຄະນະກວດກາພັກ ແຂວງເຊກອງ
05/10/2023
ໃນວັນທີ 22 ສິງຫາ 2023 ທີ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງການກວດກາເມືອງກະລຶມ ໄດ້ເປີດກອງປະຊຸມແລກປຽນບົດຮຽນລະຫວ່າງ ຄະນະກວດກາແຂວງເຊກອງ ກັບຄະນະກວດກາເມືອງກະລຶມ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ແສງມະນີ ໄຊສົງຄາມ ຮອງປະທານຄະນະກວດກາພັກແຂວງເຊກອງ, ພ້ອມດ້ວຍຄະນະ, ມີທ່ານ ສີສຸກລາ ນ້ອຍມະນີ ຮອງປະທານຄະນະກວດກາພັກເມືອງ ພ້ອມດ້ວຍພະນັກງານຄະນະກວດກາພັກເມືອງ ເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 5 ທ່ານ
ໃນກອງປະຊຸມ ທ່ານ ສີສຸກລາ ນ້ອຍມະນີ ຮອງປະທານຄະນະກວດກາພັກເມືອງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ ໃນໄລຍະ 6 ເດືອນຕົ້ນປີ 2023 ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານອັນພົ້ນເດັນເປັນຕົ້ນແມ່ນ: ຄະນະກວດກາພັກເມືອງໄດ້ເອົາໃນໃສ່ເຄື່ອນໄຫວ, ຕິດຕາມ, ກວດກາ ແລະ ຊຸກຍູ້ ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ ແລະ ໄດ້ຕິດຕາມ,ກວດກາ ແບບແຜນວິທີການເຮັດວຽກ ຂອງຄະນະພັກຮາກຖານບ້ານ, ນາຍບ້ານ ແລະ ໜ່ວຍພັກສຳນັກງານ, ໃນນີ້ທົ່ວເມືອງມີ 94 ຮາກຖານພັກ, ມີ 88 ໜ່ວຍພັກ, ມີ 6 ຄະນະພັກຮາກຖານ, ມີ 3 ຄະນະພັກຮາກຖານສຳນັກງານ ແລະ ມີ 3 ຄະ ນະພັກຮາກຖານບ້ານ, ໃນນີ້ໜ່ວຍພັກສໍານັກງານອົງການມີ 26 ໜ່ວຍພັກ, ຂຶ້ນກັບຄະນະພັກຮາກຖານມີ 12 ໜ່ວຍພັກ, ໜ່ວຍພັກເອກະລາດ 14 ໜ່ວຍ, ໜ່ວຍພັກຮາກຖານບ້ານມີ 62 ໜ່ວຍພັກ, ໄດ້ຕີລາຄາການຈັດປະເພດໜ່ວຍພັກມີດັງນີ້: ໜ່ວຍພັກແຂງ 71 ໜ່ວຍພັກ, ກາງ 10 ໜ່ວຍພັກ, ບໍ່ໄດຈັດປະເພດ 1 ໜ່ວຍພັກ, ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໝ້ນ 71 ໜ່ວຍພັກ ແລະ ໜ່ວຍພັກສ້າງຕັ້ງໃໝ່ 6 ໜ່ວຍພັກ, ສະມາຊິກພັກທັງໝົດໃນທົ່ວເມືອງມີ 1590 ສະຫາຍ, ຍິງ 267 ສະຫາຍ, ສະມາຊິກພັກສົມບູນ 1511 ສະຫາຍ, ຍິງ 240 ສະຫາຍ, ສະມາຊິກພັກສໍາຮອງ 79 ສະຫາຍ, ຍິງ 27 ສະຫາຍ.
ຫຼັງຈາກນັ້ນ, ຍັງໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບວຽກງານຕິດຕາມ, ກວດກາ ແລະ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຂອງຄະນະພັກເມືອງຂອງຕົນ ແລະ ການປະຕິບັດມະຕິຄຳສັງ, ຂໍ້ກໍານົດ, ກົດລະບຽບຕ່າງໆຂອງພັກທີ່ວາງອອກ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ແສງມະນີ ໄຊສົງຄາມ ຍັງໄດ້ມີຄຳເຫັນໂອ້ລົມ ກ່ຽວກັບການຂະ ຫຍາຍສະມະຊິກພັກ, ການກໍ່ສ້າງໜ່ວຍພັກ ແລະ ການແຍກໜ່ວຍພັກ ແມ່ນປະຕິບັດໃຫ້ສອດຄ່ອງກັບວຽກງານອັນສະ ເພາະຂອງຕົນ ແລະ ໃຫ້ໄປຕາມມະຕິຄຳສັງ, ຂໍ້ກໍານົດ, ກົດລະບຽບຂອງພັກທີ່ວາງອອກ; ນອກນັ້ນ ທ່ານຍັງໄດ້ຮັບເອົາຄຳສະເໜີຂອງຄະນະກວດກາພັກເມືອງໃນຫຼາຍບັນຫາ ນໍາໄປປຶກສາຫາລືໃນຄະນະກວດກາພັກຂັ້ນແຂວງ ເພື່ອຄົ້ນຄວ້າທິດທາງການແກ້ໄຂໃນຕໍ່ໜ້າໃຫ້ສອດຄ່ອງ ແລະ ທັນກັບເວລາ.
ຂຽນຂ່າວ: ພູຂັນ ຈິປັນຍາ ກວດກາ ເມືອງກະລຶມ ແຂວງເຊກອງ