ເມືອງປາກທາດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ VII

05/10/2023

ເມືອງປາກທາດໍາເນີນກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 9 ສະໄໝທີ VII

ໃນວັນທີ 26 ກໍລະກົດ 2023 ນີ້, ເມືອງປາກທາ ໄດ້ເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືືອງ ຄັ້ງທີ 9 ສະໄໝທີ VII ຂື້ນ ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງ ສະຫາຍ ສຸໄລ ດວງຜາຄໍາ ກໍາມະການພັກແຂວງ,ເລຂາພັກເມືອງ, ເຈົ້າເມືອງປາກທາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົວ ບຸນມີ ພາມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າການເມືອງ ກອງບັນຊາການ ທະຫານແຂວງບໍ່ແກ້ວ ຜູ້ຊີ້ນໍາເມືອງປາກທາ, ມີສະຫາຍ ຄະນະປະຈໍາພັກ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ພະນັກງານກໍ່ສ້າງຮາກຖານການເມືອງ ປະຈໍາຈຸດສຸມ ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງໃນຊົນນະບົດ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສຸໄລ ດວງຜາຄໍາ ປະທານກອງປະຊຸມ ໄດ້ມີຄໍາເຫັນ ກ່າວເປີດກອງປະຊຸມ ພ້ອມທັງຮຽກຮ້ອງມາຍັງຜູ້ແທນກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ, ຕັ້ງໜ້າຄົ້ນຄວ້າ, ປະກອບຄຳຄິດ-ຄຳເຫັນຢ່າງກົງໄປກົງມາໂດຍຍົກໃຫ້ເຫັນທ່າແຮງບົ່ມຊ້ອນໃນການພັດທະນາເມືອງປາກທາ ເວົ້າລວມ, ເວົ້າສະເພາະ ແມ່ນການພັດທະນາບັນດາໜ້າວຽກຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ກຳນົດໄວ້ໃນທິດທາງແຜນການ, ຈາກນັ້ນ ສະຫາຍ ສາລີ ວັນນະສານ ຮອງເລຂາພັກເມືອງ ໄດ້ຜ່ານບົດສະຫຼຸບການນໍາພາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກເມືອງໃນໄລຍະ 6 ເດືອນຜ່ານມາເຊິ່ງຍົກໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານເຊັ່ນ: ຄະນະພັກແຕ່ລະຂັ້ນໄດ້ເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນແຖວໜ້າໂດຍການໂຄສະນາ, ເຊື່ອມຊືມໃຫ້ພະນັກງານ-ສະມາຊິກພັກຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີຄວາມສາມັກຄີປອງດອງ, ເພີ່ມທະວີນໍາພາ-ຊີ້ນໍາ ເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ທົ່ວສັງຄົມໂດຍພື້ນຖານ, ສະພາບຊາຍແດນມີຄວາມສະຫງົບ, ການປະຕິບັດ 2 ວາລະແຫ່ງຊາດ ໄດ້ລົງເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ໃຫ້ພໍ່ແມ່ປະຊາຊົນ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນໄດ້ 2 ໂຮງຮຽນ, ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງຮອບດ້ານຕິດພັນກັບວຽກງານ ສາມສ້າງ ແລະ ວຽກງານອື່ນໆ, ພ້ອມນັ້ນ ສະຫາຍ ຄໍາໃສ ບົວປິ່ນ ກໍາມະການພັກເມືອງ, ຮອງເຈົ້າເມືອງ ປາກທາ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ເຊິ່ງຍົກໃຫ້ເຫັນ ດ້ານເສດຖະກິດ ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 215 ຕື້ 504 ລ້ານກີບ, ເສດຖະກິດຂະຫຍາຍຕົວໃນລະດັບ 1,28% ໃນນີ້: ດ້ານກະສິກໍາປ່າໄມ້ 145 ຕື້ 568 ລ້ານກີບ, ກວມ 67,55%, ຂະຫຍາຍຕົວ 1,26%, ດ້ານອຸດສາຫະກໍາ 21 ຕື້ 050 ລ້ານກີບ, ກວມ 9,77%, ຂະຫຍາຍຕົວ 1,29%, ດ້ານບໍລິການ 48 ຕື້ 886 ລ້ານກີບ, ກວມ 22,68 %, ຂະຫຍາຍຕົວ 1,32% (ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 679 ໂດລາ/ຄົນ), ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໃນ 6 ເດືອນຕົ້ນປີໄດ້: 533,139.998 ກີບ, ເທົ່າກັບ 43% ຂອງແຜນການປີ, ໃນນັ້ນ, ລາຍຮັບຈາກສ່ວຍສາອາກອນປະຕິບັດໄດ້ 348,645,998 ກີບ, ເທົ່າກັບ 38% ຂອງ ແຜນການປີ, ລາຍຮັບຈາກທີ່ດິນ: 178.556,000 ກີບ, ເທົ່າກັບ 66% ຂອງແຜນການປີ, ລາຍຮັບຊັບສິນຂອງລັດ ປະຕິບັດໄດ້ 5,938,000 ກີບ, ເທົ່າກັບ 12%ຂອງແຜນການປີ, ການປະຕິບັດລາຍຈ່າຍປະຕິບັດໄດ້ 8.781.596.208 ກີບ, ເທົ່າກັບ 49,03% ຂອງແຜນການປີ, ການດຸ່ນດ່ຽງງົບປະມານພາຍໃນເມືອງແຕ່ລະປີ ແມ່ນ ບໍ່ພຽງພໍຕ້ອງໄດ້ດຸນເງິນຈາກແຂວງມາຊ່ວຍເມືອງ ໃນ 6 ເດືອນຕົ້ນປີ 8.334.315.235 ກີບ, ເທົ່າກັບ 50% ຂອງແຜນການປີ .

ກອງປະຊຸມຍັງໄດ້ຮັບຟັງບັນດາເອກະສານສໍາຄັນ ອີກຈໍານວນໜຶ່ງ ແລະ ການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນກອງປະຊຸມຢ່າງກົງໄປກົງມາ, ໂດຍຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ພ້ອມນັ້ນກໍ່ໄດ້ສະເໜີທິດທາງແຜນການ, ມາດຕະການ, ວິທີແກ້ໄຂໃນຕໍ່ໜ້າໃຫ້ເປັນອັນລະອຽດ, ມີສຸດສຸມ ແລະ ເປັນເອກະພາບ, ອັນໄດ້ເຮັດໃຫ້ກອງປະຊຸມໃນຄັ້ງນີ້ມີເນື້ອໃນເລີກເຊິງເຖິງຖອງ, ທັງສ່ອງແສງໃຫ້ເຫັນເຖິງການເອົາໃຈໃສ່ຊີ້ນຳ-ນຳພາຂອງຄະນະພັກ, ອົງການປົກຄອງຂັ້ນຕ່າງໆໃນໄລຍະຜ່ານມາ.

ພາບ-ຂ່າວ: ສົມພົງ ສີລິພອນ ນັກຂ່າວອົງການກວດກາລັດເມືອງປາກທາ ແຂວງ ບໍ່ແກ້ວ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)