ກອງປະຊຸມເຜີຍແຜ່ເຊື່ອມຊຶມ ນິຕິກຳຕ່າງໆ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຢູ່ເມືອງ ສຸຂຸມາ ແຂວງ ຈໍາປາສັກ

05/10/2023

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ນິຕິກຳຕ່າງໆ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ພະນັກງານນຳພາ-ຄຸ້ມຄອງ ຢູ່ເມືອງ ສຸຂຸມາ ແຂວງ ຈໍາປາສັກ

ໃນວັນທີ 14 ກໍລະກົດ 2023 ທີ່ສະໂມສອນເມືອງ ສຸຂຸມາ ອົງກາກວດກາລັດເມືອງ ໄດ້ເປີດກອງປະຊຸມເຜີຍແຜ່, ເຊື່ອມຊຶມນິຕິກໍາຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ຄໍາໄຕ ແກ້ວປະເສີດ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ, ຫົວໜ້າສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງເມືອງ ສຸຂຸມາ ທັງເປັນຫົວໜ້າໜ່ວຍສະມາຊິກສະພາປະຊາຊົນແຂວງ ຈໍາປາສັກ ປະຈໍາເຂດເລືອກຕັ້ງເມືອງ ສຸຂຸມາ ແລະ ທ່ານ ບຸນຍູ້ ປາລະມີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ສຸຂຸມາ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ໂດຍມີທ່ານ ສີປະເສີດ ພັນທະວົງ ຮັກສາຫົວໜ້າຂະແໜງສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຈາກອົງການກວດກາລັດແຂວງຈຳປາສັກ, ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ກອງກໍ່ສ້າງຮາກຖານແຂວງປະຈໍາເມືອງ, ເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, ຄະນະພັກຮາກຖານທັງ 6 ກຸ່ມບ້ານ, ເລຂາຄະນະພັກຮາກຖານບ້ານ ໃຫຍ່ ແລະ ເລຂາໜ່ວຍພັກບ້ານ ທັງໝົດ 94 ທ່ານ, ຍິງ 10 ທ່ານ.

ໃນກອງປະຊຸມ ທ່ານ ປອ ຄໍາໄຕ ແກ້ວປະເສີດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ເຊີ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນເປັນຕົ້ນແມ່ນອົງການກວດກາລັດເມືອງ ສຸຂຸມາ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນການລົງເຜີຍແຜ່ເຊື່ອມຊຶມບັນດາກົດໝາຍຕ່າງໆໂດຍສະເພາະແມ່ນກົດໝາຍຕ້ານການສໍ້ລາດບັງຫຼວງ.

ຈາກນັ້ນທ່ານ ສີປະເສີດ ພັນທະວົງ ຮັກສາຫົວໜ້າຂະແໜງສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໄດ້ເຜີຍແຜ່ແຜນພັດທະນາວຽກງານກວດກາປີ 2021-2025, ເຊື່ອມຊຶມນະໂຍບາຍ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍ ແລະ ນິຕິກໍາ ຂອງວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ນອກນີ້ໃນກອງປະຊຸມໄດ້ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂອງຜູ້ເຂົ້າຮ່ວມກອງປະຊຸມ.
ໃນຕອນທ້າຍຂອງກອງປະຊຸມທ່ານ ບຸນຍູ້ ປາລະມີ ກໍ່ຍັງໄດ້ເນັ້ນໃຫ້ຄະນະກວດກາແຕ່ລະຂັ້ນເອົາໃສ່ຜັນຂະຫຍາຍບັນດາກົດໝາຍ, ນິຕິກໍາຕ່າງໆທີ່ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເລີກເຊີ່ງ,
ກ້ວາງຂວາງຢູ່ບັນດາຫ້ອງການກົມກອງອ້ອມຂ້າງເມືອງລົງຮອດຄະນະພັກຮາກຖານກຸ່ມບ້ານ, ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໄປຈັດຕັ້ງປະຕິບັດໃຫ້ດີຂື້ນເທື່ອລະກ້າວ.
 
ພາບ-ຂ່າວ ລັດສະໝີ ເພັດສົງຄາມ ນັກຂ່າວ ຄະນະກວດກາເມືອງ ສຸຂຸມາ

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)