ໜ່ວຍພັກຮາກຖານ ຄະນະກວດກາພັກແຂວງ ເຊກອງ ຈັດພິທີປະກາດໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຄັ້ງທີ XI ປະຈຳປີ 2022.
05/10/2023
ນຕອນເຊົ້າຂອງວັນທີ 19 ມິຖຸນາ 2023 ນີ້, ໜ່ວຍພັກຮາກຖານ ຄະນະກວດກາພັກ-ລັດແຂວງ ເຊກອງ ໄດ້ຈັດພິທີປະກາດໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຄັ້ງທີ XI ປະຈຳປີ 2022 ແລະ ຮັບຮອງທິດທາງແຜນການ ປະຈຳປີ 2023 ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍພາຍໃຕ້ການເປັນປະທານຂອງສະ ຫາຍ ປອ ສົມນິດ ສີລິບຸນລ້ຽງ ຄະນະປະຈຳພັກແຂວງ, ເລຂາໜ່ວຍພັກ, ປະທານ ຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ມີບັນດາສະຫາຍ ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ອ້ອມຂ້າງ ພ້ອມດ້ວຍສະມາຊິກພັກສົມບູນ ພາຍໃນໜ່ວຍພັກ ເຂົ້າຮ່ວມທັງໝົດ 21 ສະຫາຍ, ຍິງ 9 ສະຫາຍ.
ໃນພິທີດັ່ງກ່າວ ສະຫາຍ ສົມສະຫວັນ ຊຸມພົນພັກດີ ຄະນະໜ່ວຍພັກ, ປະທານກວດກາໜ່ວຍພັກ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ໄດ້ສະຫຼຸບຕີລາຄາຄືນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຄັ້ງທີ XI ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023, ເຊິ່ງໃນໄລຍະ 1 ປີ ຜ່ານມາ ຄະນະພັກ ຄະນະກວດກາພັກ-ລັດແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຈັດຕັ້ງເຊື່ອມຊຶມມະຕິ, ຄໍາສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ເອົາໃຈໃສ່ປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ໃນການກໍ່ສ້າງ ແລະ ປັບປຸງພັກ ຢ່າງເຂັ້ມງວດ. ສະມາຊິກພັກແຕ່ລະສະຫາຍໄດ້ເປັນແບບຢ່າງນໍາໜ້າ ໃນການເຄື່ອນໄຫວປະຕິບັດວຽກງານງານຢ່າງເປັນຂະບວນຟົດຟື້ນ, ມີຄວາມສາມັກຄີເປັນຝຶກແຜ່ນພາຍໃນພັກ, ເອົາໃຈໃສ່ດໍາເນີນຮ່ວມຊີວິດໜ່ວຍພັກ, ເສຍເງິນບໍາລຸງເປັນປົກກະຕິ ແລະ ຖືເອົາກາຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນເປັນບັນຫາສໍາຄັນ ໃນການກໍ່ສ້າງສະມາຊິກພັກ-ພະນັກງານ. ເປັນເຈົ້າການໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍມີຜົນສຳເລັດດ້ວຍປະສິດທິຜົນສູງ. ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີ ຜ່ານມາ ສາມາດຕີລາຄາປະເມີນໜ່ວຍພັກ, ສະມາຊິກພັກຄື: ໜ່ວຍພັກແມ່ນຈັດຢູ່ໃນປະເພດໜ່ວຍພັກແຂງ,ສະມາຊິກພັກແຂງ 19 ສະຫາຍ, ຍິງ 9 ສະຫາຍ ແລະ ໃນທິດທາງແຜນການຕໍ່ໜ້າ ຄະນະພັກ, ສະມາຊິກພັກ ຄະນະກວດກາພັກ-ລັດແຂວງ ເຊກອງ ຈະສືບຕໍ່ປະຕິບັດຄາດໝາຍສູ້ຊົນຮັກສາໃຫ້ໄດ້ນາມມະຍົດ ການກໍ່ສ້າງໜ່ວຍພັກປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ.
ຕອນທ້າຍກອງປະຊຸມ ສະຫາຍ ປອ ສົມນິດ ສີລິບຸນລ້ຽງ ຍັງໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ, ສະຫາຍ ໄດ້ກ່າວຍ້ອງຍໍຕໍ່ຄະນະພັກ, ສະມາຊິກພັກທີ່ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນມີຜົນສຳເລັດ ແລະ ສາມາດຍາດໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ພ້ອມນີ້ຍັງໄດ້ເນັ້ນໃຫ້ຄະນະພັກ, ສະມາຊິກພັກແຕ່ລະສະຫາຍ ສືບຕໍ່ເປັນເຈົ້າການຈັດຕັ້ງປະຕິບັດທິດທາງແຜນການ ທີ່ໄດ້ຮັບຮອງໃນກອງປະຊຸມຄັ້ງນີ້, ໃຫ້ບັນລຸຕາມຄາດໝາຍສູ້ຊົນທີ່ວາງໄວ້, ຄຽງຄູ່ກັນນັ້ນກໍໃຫ້ເອົາໃຈໃສ່ຕໍ່ວຽກງານການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ-ພະນັກງານໃຫ້ແທດເຖິງ, ຖືກຕ້ອງກັບບັນຫາຕົວຈິງ, ເພີ່ມທະວີການຝຶກຝົນຫຼໍ່ຫຼອມດ້ານຄວາມຮູ້-ຄວາມສາມາດໃນການນຳພາໃຫ້ສູງຂຶ້ນ, ຍົກສູງສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກ, ກົດໝາຍຂອງລັດໃຫ້ເຂັ້ມງວດ, ມີສະຕິຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ, ກຸ່ມຄົນບໍ່ດີ, ມີແບບແຜນການນໍາພາ-ແບບແຜນການດຳລົງຊີວິດທີ່ຖືກຕ້ອງ, ມີຈຸດສຸມ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້ຢ່າງມີປະສິດທິພາບ, ປະສິດທິຜົນສູງ.
ພາບ ແລະ ຂ່າວໂດຍ: ມີນາ ບົວລະພາ