05/10/2023
ໃນວັນທີ 21 ມິຖຸນາ 2023 ນີ້, ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ ໜ່ວຍສະຫະພັນກໍາມະບານຮາກຖານຄະນະກວດກາແຂວງ ໄດ້ຈັດກອງປະຊຸມສະຫູຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈຳປີ 2023, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມສະຫວັນ ຊຸມພົນພັກດີ ປະທານສະຫະພັນກຳມະບານຮາກຖານ, ຮອງປະທານຄະນະກວດກາພັກ-ລັດແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄໍາພາ ໄຊຍະແສງ ກໍາມະການພັກແຂວງ ປະທານສະຫະພັນກຳມະບານແຂວງ, ສະຫາຍ ປອ ສົມນິດ ສິລິບຸນລ້ຽງ ຄະນະປະຈຳພັກແຂວງ ປະທານຄະນະກວດກາພັກ-ລັດແຂວງ, ມີຄະນະໜ່ວຍສະຫະພັນກຳ ມະບານຮາກຖານ, ພ້ອມດ້ວຍສະມາຊິກກໍາມະບານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ 30 ສະຫາຍ, ຍິງ 11 ສະຫາຍ.
ໃນກອງປະຊຸມ ສະຫາຍ ສົມສະຫວັນ ຊຸມພົນພັກດີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022, ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນ 1 ປີຜ່ານມາ ເຊິ່ງໄດ້ມີຜົນສໍາເລັດໃນຫຼາຍດ້ານເຊັ່ນ: ຄະນະໜ່ວຍສະຫະພັນກໍາມະບານຮາກຖານ ໄດ້ເອົາໃຈໃສ່ນໍາພາການຈັດຕັ້ງເຜີຍແຜ່ເຊື່ອມຊືມບັນດາກົດໝາຍ, ລະບຽບການຕ່າງໆຂອງກໍາມະບານ ກໍ່ຄືບັນດານິຕິກໍາຂອງພັກ, ຂອງລັດໃນແຕ່ລະໄລຍະເປັນປົກກະຕິ, ສະມາຊິກກຳມະບານແຕ່ລະສະຫາຍ ໄດ້ເປັນເຈົ້າການປະຕິບັດໜ້າທີ່, ສິດ ແລະ ພັນທະຂອງສະມາ ຊິກກຳມະບານຢ່າງເຂັ້ມງວດ, ເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໂດຍຕິດພັນກັບການຂໍ້ແຂ່ງ ຂັນຮັກຊາດ, ພັດທະນາ, ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະທີ່ຕົນໄດ້ຮັບມອບໝາຍມີຜົນສຳເລັດດ້ວຍປະສິດທິຜົນສູງ. ເຊິ່ງສາມາດຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນແຕ່ລະດ້ານໄດ້ 90% ຂຶ້ນໄປ. ໂອກາດນີ້, ຍັງໄດ້ມອບໃບຍ້ອງຍໍ ໃຫ້ແກ່ໜ່ວຍສະຫະພັນກໍາມະບານແຂວງ ແລະ ສະມາຊິກກໍາມະ ບານຄະນະກວດກາພັກ-ລັດແຂວງ ທີ່ມີຜົນງານດີເດັ່ນປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນໄລຍະ 3 ປີຜ່ານມາ (2020-2022) ຈຳນວນ 21 ສະຫາຍ, ຍິງ 11 ສະຫາຍ.
ໃນຕອນທ້າຍສະຫາຍ ຄໍາພາ ໄຊຍະແສງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນສະຫາຍ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງໜ່ວຍສະຫະພັນກໍາມະບານຮາກຖານ ຄະນະກວດກາພັກ-ລັດ ທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ຍັງໄດ້ຮຽກຮ້ອງໃຫ້ ຄະນະສະຫະພັນກຳມະບານຮາກຖານ, ພ້ອມດ້ວຍສະມາຊິກກໍາມະບານທຸກສະຫາຍ ຈົ່ງເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ພ້ອມທັງຄົ້ນຄວ້າເຊື່ອມຊຶມເອກະສານສໍາຕ່າງໆຂອງພັກ-ລັດ, ໂດຍສະເພາະບັນດານິຕິກໍາກ່ຽວກັບກໍາມະບານ, ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດຂອງຕົນ, ເຮັດໃຫ້ວຽກງານກຳມະບານມີຄວາມເຕີບໃຫ່ຍ,ເຂັ້ມແຂງ, ໜັກແໜ້ນ ຂຶ້ນເລື້ອຍໆ.