ກອງປະຊຸມໃຫຍ່ ຂອງໜ່ວຍພັກຄະນະກວດກາພັກ-ລັດ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ
04/10/2023
ກອງປະຊຸມໃຫຍ່ ຂອງໜ່ວຍພັກຄະນະກວດກາພັກ-ລັດ ເມືອງວຽງພູຄາ, ແຂວງຫຼວງນໍ້າທາ ຄັ້ງທີ I ໄດ້ໄຂຂຶ້ນ ໃນຕອນເຊົ້າ ຂອງວັນທີ 4 ພຶດສະພາ 2023 ຢູ່ທີ່ ຫ້ອງປະຊຸມຂອງຫ້ອງວ່າການເມືອງ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຕຽງຄໍາ ຊຽນປັນຍາ ເລຂາໜ່ວຍພັກ, ຮອງປະທານຄະນະກວດກາພັກ-ອົງການກວດກາລັດເມືອງ ໂດຍໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ຕຽງສະໝອນ ພອນປະເສີດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງວຽງພູຄາ, ມີບັນດາສະຫາຍຄະນະປັບປຸງພັກຂັ້ນເມືອງ, ແຂກຖືກເຊີນ ແລະ ຜູ້ແທນສົມບູນ, ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີໄດ້ຮັບຟັງບົດລາຍງານການເມືອງ 2 ພາກ ຂອງໜ່ວຍພັກໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການແຕ່ນີ້ ຮອດ 5 ປີຕໍ່ໜ້າ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ ເຊິ່ງສະແດງໃຫ້ເຫັນຜົນສໍາເລັດໃນຫຼາຍດ້ານ ຕໍ່ການນໍາພາ-ຊີ້ນໍາວຽກງານການເມືອງແນວຄິດ, ວຽກງານຕິດຕາມກວດກາພັກ, ກວດກາລັດ, ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ແລະ ວຽກຄຳຮ້ອງຄຳສະເໜີ ພາຍໃນເມືອງ ໄດ້ຮັບການປັບປຸງດ້ານກົງຈັກການຈັດຕັ້ງ ນັບແຕ່ຂັ້ນເມືອງລົງຮອດຮາກຖານພັກ ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນມີຄວາມເຊື່ອໝັ້ນ ໄວ້ວາງໃຈຕໍ່ການນໍາພາຂອງຄະນະກວດກາພັກເມືອງ ແລະ ເຂົ້າຮ່ວມວຽກງານກວດກາຢ່າງກ້ວາງຂວາງ. ຈາກນັ້ນບັນດາສະຫາຍຜູ້ແທນກອງປະຊຸມ, ແຂກທີ່ຖືກເຊີນຍັງໄດ້ຄົ້ນຄວ້າພິຈາລະນາ ແລະ ປະກອບຄຳຄິດ, ຄໍາເຫັນ ຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນການປະຕິບັດວຽກງານກວດກາໃນໄລຍະຜ່ານມາຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອພ້ອມກັນສືບຕໍ່ຄົ້ນຄວ້າ, ກໍາແໜ້ນ ແລະ ສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຕຽງສະໝອນ ພອນປະເສີດ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ແລະ ຍ້ອງຍໍຊົມເຊີຍຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຂອງຄະນະໜ່ວຍພັກ, ສະມາຊິກພັກແຕ່ລະສະຫາຍ ພ້ອມທັງຮຽກຮ້ອງໃຫ້ເໜັ້ນໜັກບາງດ້ານດັ່ງນີ້:
1. ຕ້ອງຖືເອົາການສຶກສາອົບການເມືອງແນວຄິດເປັນກົກ ແລະ ເຮັດເປັນປົກະຕິຕໍ່ເນືອງ ເປັນຕົ້ນເເມ່ນການຈັດຕັ້ງເຊື່ອມຊຶມ ແນວທາງ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກຂັ້ນຂອງຕົນ, ການຈັດຕັ້ງປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຄະນະພັກ ໃຫ້ຖືກຕ້ອງ, ເຂັ້ມງວດ ຕາມຫຼັກການນໍາພາຂອງພັກ;
2. ເປັນຄັນທຸງເຕົ້າໂຮມຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດຈະແຈ້ງ ຕາມບົດວິເຄາະຕໍາແໜ່ງງານທີ່ໄດ້ຮັບຮອງ.
3. ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ການຂະຫຍາຍພັກ, ການປັບປຸງກໍ່ສ້າງຮາກຖານພັກການດຳເນີນຊີວິດການເມືອງຕີລາຄາຈັດແບ່ງປະເພດສະມາຊິກພັກ, ກວດກາການເງິນຂອງພັກໃຫ້ເປັນປົກກະຕິ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມກົດບຽບຂອງພັກ.
4. ເອົາໃຈໃສ່ຊີ້ນໍາ-ນໍາພາການຕິດຕາມ, ກວດກາການປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຜູ້ຮັບຜິດຊອບວຽກງານກວດກາ ແຕ່ລະຂັ້ນ, ການປະຕິບັດມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບການຕ່າງໆທີ່ຂັ້ນເທິງວາງອອກ. ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ່ ຕາມດໍາລັດ ສະບັບເລກທີ 01/ລບ ທີ່ຂຶ້ນກັບຂັ້ນ ຂອງຕົນຄຸ້ມຄອງ;
5. ຈັດຕັ້ງປະຕິບັດການແຈ້ງຊັບສິນ ແລະ ລາຍຮັບ ໃຫ້ມີຄວາມລະອຽດ, ຈະແຈ້ງຂຶ້ນກວ່າເກົ່າ ບົນພື້ນຖານຖືເອົາການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງເປັນວຽກໜຶ່ງທີ່ຄະນະພັກ, ອົງການປົກຄອງ ແລະ ພະນັກງານທຸກຂັ້ນຕ້ອງເອົາໃຈໃສ່ຢ່າງຕັ້ງໜ້າ ໃນນີ້;ໃຫ້ເອົາການສະກັດກັ້ນເປັນຕົ້ນຕໍ ພ້ອມກັນນັ້ນກໍ່ຕ້ອງໃຊ້ມາດຕະການຕ້ານ ແລະ ກວດກາແກ້ໄຂຢ່າງເຂັ້ມງວດຕໍ່ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ.
6.ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ພະນັກງານ, ສະມາຊິກພັກ ແລະ ພົນລະເມືອງທີ່ມາຍືນຂໍ້ຂ້ອງໃຈຕໍ່ການຈັດຕັ້ງ ຫຼື ນິຕິບຸກຄົນ ເປັນຕົ້ນ: ການຕ້ອນຮັບ ແລະ ນໍາເອົາຄໍາຮ້ອງ-ຄໍາສະເໜີມາຄົ້ນຄວ້າແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງກົດໝາຍ, ມີຄວາມພາວະວິໄສ, ຮອບຄອບ, ຊັດເຈນ, ຍຸຕິທໍາ ແລະ ມີຄວາມສະເໝີພາບຕໍ່ໜ້າກົດໝາຍ.
ຂ່າວໂດຍ: ທ້າວ ລຽນໄຊ ພົງທະສັກ