ກວດກາລັດເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ

12/02/2023

ກວດກາລັດເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ

ວັນທີ 13 ທັນວາ 2022 ນີ້, ກວດກາລັດເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ (9 ທັນວາ 2003-9 ທັນວາ 2022) ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດເມືອງ ມີບັນດາຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 88 ທ່ານ, ຍິງ 36 ທ່ານ.
ໃນພິທີ ທ່ານ ຄຳຈັນ ອິນທະຈັກ ໄດ້ຫວນຄືນມູນເຊື້ອ ວັນຕ້ານການສໍ້ລາດບັງຫຼວງສາກົນ ເຊີ່ງການສໍ້ລາດບັງຫຼວງແມ່ນອາຊະຍາກຳໜຶ່ງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງລັດ ແລະ ເອກະຊົນ, ເປັນໄພອັນຕະລາຍອັນໃຫຍ່ຫຼວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ, ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງກໍ່ໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທໍາໃນການຈັດຕັ້ງ ແລະ ສັງຄົມ, ມັນບັ່ນທອນກໍາລັງແຮງກໍຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມ ຕໍ່ສະຖາບັນ ແລະ ການຈັດຕັ້ງຕ່າງໆ; ການສໍ້ລາດບັງຫຼວງໄດ້ຕັດຮອນເອົາລາຍໄດ້ຂອງຊາດ, ຕັດຮອນເອົາງົບປະມານໃນໂຄງການພັດທະນາຕ່າງໆຂອງລັດ ເຮັດໃຫ້ຄຸນນະພາບຂອງໂຄງການຫຼຸດຕໍ່າລົງ, ຕັດຮອນເອົາລາຍຮັບຂອງລວມໝູ່ກໍຄືຂອງພົນລະເມືອງໂດຍຜ່ານຫຼາຍຮູບແບບ, ຫຼາຍວິທີທີ່ເລິກແລບ, ແນບນຽນ, ເຮັດໃຫ້ລັດ ແລະ ພົນລະເມືອງເສຍປະໂຫຍດ ຫຼື ລາຍຮັບໃນແຕ່ລະປີ; ການສໍ້ລາດບັງຫຼວງໄດ້ສະແດງອອກຢ່າງເປີດແປນໃນການລະເມີດກົດໝາຍ-ລະບຽບການຕ່າງໆ, ການຂາດຄຸນນະທໍາ, ຂາດຈັນຍາບັນ, ຈັນຍາທໍາ ຂອງພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ໃນອົງການຈັດຕັ້ງ ຂອງລັດ ແລະ ເອກະຊົນ; ກໍ່ໃຫ້ເກີດມີກຸ່ມກ້ອນ, ພັກພວກ, ຄອບຄົວ-ຈຸ້ມເຈື້ອ-ເຊື້ອສາຍທີ່ຕິດພັນກັບຜົນປະໂຫຍດບໍ່ຖືກຕ້ອງ; ພຶດຕິກຳສໍ້ລາດບັງຫຼວງສະແດງອອກດ້ວຍຫຼາຍຮູບແບບ, ສະຫຼັບສັບຊ້ອນ ເກີດຂຶ້ນຢູ່ໃນບຸກຄົນ, ກຸ່ມຄົນ ແລະ ກວ້າງອອກສູ່ການຈັດຕັ້ງ, ສັງຄົມ ມີທັງເຈົ້າໜ້າທີ່ລັດ, ເອກະຊົນ ຫຼື ຜູ້ປະກອບການ, ມີການເຄື່ອນໄຫວຂ້າມຊາດ ແລະ ອື່ນໆ.

ການຈັດງານປາຖະກະຖາໃນຄັ້ງນີ້, ນອກຈາກຈະເປັນການສະເຫຼີມສະຫຼອງ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 19 ປີ ແລ້ວ ຍັງເປັນການສ້າງໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບບັນຫາ ແລະ ຜົນກະທົບ ຂອງການສໍ້ລາດບັງຫຼວງ ເຊິ່ງເປັນໄພຄຸກຄາມຢ່າງໃຫຍ່ຫຼວງ ທີ່ກົດໜ່ວງທ່ວງດຶງການພັດທະນາປະເທດຊາດ ຂອງພວກເຮົາ ກໍ່ຄືບັນດາປະເທດຕ່າງໆໃນໂລກ, ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານລັດຖະກອນພາຍໃນເມືອງປາກທາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ເຊື່ອມຊຶມ, ເຂົ້າໃຈແຈ້ງຕໍ່ໄພອັນຕະລາຍອັນຮ້າຍແຮງຂອງການສໍ້ລາດບັງຫຼວງ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ດັ່ງກ່າວໄດ້ໝົດໄປຈາກສັງຄົມເທື່ອລະກ້າວ.

ພາບ-ຂ່າວຈາກ: ສົມພົງ ສີລິພອນ (ກວດກາເມືອງປາກທາ ແຂວງ ບໍ່ແກ້ວ) 

 

ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 42 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 21 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 70 ປະຈຳເດືອນ 3-4 2024
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)