ອົງການກວດກາແຫ່ງລັດ ຮ່ວມກັບ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ຈັດກອງປະຊຸມປາຖະກະຖາ ພາຍໃຕ້ຫົວຂໍ້ ເສັ້ນທາງແຫ່ງຄວາມປອດໃສຂາວສະອາດ

10/08/2026

ອົງການກວດກາແຫ່ງລັດ ຮ່ວມກັບ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ຈັດກອງປະຊຸມປາຖະກະຖາ ພາຍໃຕ້ຫົວຂໍ້ ເສັ້ນທາງແຫ່ງຄວາມປອດໃສຂາວສະອາດ

ໃນຕອນບ່າຍວັນທີ 29 ກໍລະກົດ 2026 ອົງການກວດກາແຫ່ງລັດ ຮ່ວມກັບ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ ໄດ້ຈັດກອງປະຊຸມປາຖະກະຖາ ພາຍໃຕ້ຫົວຂໍ້ “ ເສັ້ນທາງແຫ່ງຄວາມປອດໃສຂາວສະອາດ’’ ທີ່ ບໍລິສັດ ລົດໄຟລາວ-ຈີນ ຈຳກັດ ( ເຂດເສດຖະກິດພິເສດກວມລວມໄຊເສດຖາ ) ໂດຍໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສຸກຄໍາເພັດ ເຮືອງບຸດສີ ກໍາມະການສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ທ່ານ ລູ້ ຫາຍໂຈ ( LU HAIZHOU ) ຜູ້ອໍານວຍການໃຫຍ່ ບໍລິສັດ ລົດໄຟລາວ-ຈີນ ຈໍາກັດ, ເຊິ່ງມີຜູ້ເຂົ້າຮ່ວມທັງຝ່າຍຈີນ ແລະ ຝ່າຍລາວ ລວມທັງໝົດ 56 ທ່ານຍິງ 13 ທ່ານ.ໃນກອງປະຊຸມ ທ່ານ ສຸກຄຳເພັດ ເຮືອງບຸດສີ ໄດ້ຂຶ້ນກ່າວປາຖະກະຖາໃນຫົວຂໍ້ “ ການຊີ້ນຳວຽກງານຕິດຕາມກວດກາທາງລົດໄຟລາວ-ຈີນ ຕັ້ງແຕ່ເບື້ອງຕົ້ນ ’’ ແລະ ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວຽກງານດັ່ງກ່າວ ຄື: ສປປ ລາວ ຍາມໃດກໍ່ຖືສໍາຄັນການປະສານສົມທົບລະຫວ່າງນະໂຍບາຍເຊື່ອມໂຍງເຊື່ອມຈອດຂອງຕົນ ກັບ ນະໂຍບາຍການພັດທະນາ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປຈີນ ຊຶ່ງການຮ່ວມມືທີ່ພົ້ນເດັ່ນພາຍໃຕ້ນະໂຍບາຍດັ່ງກ່າວ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ. ເພື່ອເຮັດໃຫ້ໂຄງການດັ່ງກ່າວມີຄວາມປອດໃສຂາວສະອາດ, ສອງພັກ, ສອງລັດ ໄດ້ຕົກລົງຮ່ວມມືກັນດໍາເນີນການຕິດຕາມກວດກາໂຄງການດັ່ງກ່າວ ໂດຍສຸມໃສ່ ກວດກາການປະຕິບັດສັນຍາ, ການນໍາເຂົ້າອຸປະກອນ, ນໍ້າມັນ ແລະ ແຮງງານ, ກວດກາການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ກວດກາການຊົດເຊີຍໃຫ້ປະຊາຊົນ, ກວດກາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ກວດກາຄວາມບໍ່ໂປ່ງໃສ ແລະ ອື່ນໆ. ຜ່ານການກວດກາສາມາດພົບເຫັນ ແລະ ແກ້ໄຂໄດ້ຫຼາຍບັນຫາ ເຮັດໃຫ້ໂຄງການດໍາເນີນໄປຕາມກອບເວລາ ແລະ ສັນຍາທີ່ກໍານົດໄວ້, ສາມາດຮັບປະກັນໃຫ້ໂຄງການມີຄວາມປອດໃສຂາວສະອາດໃນລະດັບດີ. ພ້ອມນັ້ນ, ພາຍຫຼັງໂຄງການກໍ່ສ້າງສໍາເລັດ ແລະ ດຳເນີນທຸລະກິດ ອົງການກວດກາແຫ່ງລັດ ແລະ ບໍລິສັດທາງລົດໄຟລາວ-ຈີນ ກໍສືບຕໍ່ຮ່ວມມືຕິດຕາມກວດກາບັນຫາທີ່ຄົງຄ້າງໃນໄລຍະກໍ່ສ້າງ ແລະ ໄລຍະການດໍາເນີນທຸລະກິດ ຫຼື ກິດຈະກໍາຕ່າງໆ ທີ່ກ່ຽວຂ້ອງກັບລົດໄຟ ເພື່ອສືບຕໍ່ຮັບປະກັນໃຫ້ການໂຄງການມີຄວາມໂປ່ງໃສຕາມຈຸດປະສົງທີ່ສອງພັກສອງລັດກໍານົດໄວ້.ກອງປະຊຸມປະຖະກະຖາໃນຄັ້ງນີ້ ແມ່ນເປັນອີກບາດກ້າວໜຶ່ງທີ່ສຳຄັນ ທີ່ຈະໄດ້ຖອດຖອນ, ແລກປ່ຽນບົດຮຽນ, ພ້ອມທັງລົງເລິກບາງເນື້ອໃນສະເພາະ ແລະ ໄດ້ຍົກບົດຮຽນຂຶ້ນບັນລະຍາຍຕຶ່ມອີກ 02 ຫົວຂໍ້ດ້ວຍກັນຄື: 1. ການຕິດຕາມ ກວດກາ ໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ ຕາມດຳລັດເລກທີ 01 ຂອງລັດຖະບານ ແຫ່ງ ສປປ ລາວ ໃຫ້ກຽດຂຶ້ນບັນລະຍາຍໂດຍ ທ່ານ ຕຽງທອງ ສີສຸວັນນະແສງ ຫົວໜ້າ ກົມກວດກາລັດ ອົງການກວດກາແຫ່ງລັດ; 2. ຜົນຮ້າຍ, ໄພອັນຕະລາຍ ຂອງການສໍ້ລາດບັງຫຼວງ ແລະ ການພົວພັນຮ່ວມມືກັບສາກົນ ຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ກຽດຂຶ້ນບັນລະຍາຍໂດຍ ທ່ານ ສຸພາວົງ ວັນທານຸວົງ ຫົວໜ້າ ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ອົງການກວດກາແຫ່ງລັດ. ນອກຈາກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ມີການຕັ້ງຄຳຖາມ-ແລກປ່ຽນບົດຮຽນ ສາມາດນຳໄປໝູນໃຊ້ເຂົ້າໃນຂົງເຂດວຽກງານຕົວຈິງ ແລະ ເຮັດໃຫ້ກອງປະຊຸມປະຖະກະຖາໃນຄັ້ງນີ້ປະສົບຜົນສຳເລັດ ແລະ ປິດລົງຕາມຄາດໝາຍ ທີ່ວາງໄວ້.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)