05/08/2026
ໃນຕອນເຊົ້າຂອງ ວັນທີ 04 ສິງຫາ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ II ໃຫ້ຜູ້ເຮັດວຽກງານກວດກາຂອງ ຫ້ອງການ, ບັນດາກົມ, ສູນ, ສະຖາບັນ, ອົງການ, ຫ້ອງການກອງທຶນ ແລະ ບັນດາບໍລິສັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 (ຕຶກ F) ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ຫຼັກ 3), ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ ໂດຍສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານ ອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີນັກສຳມະນາກອນ ເຂົ້າຮ່ວມຝຶກອົບຮົມທັງໝົດ 48 ທ່ານ, ຍິງ 22 ທ່ານ.
ໃນພິທີ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ໄດ້ໃຫ້ກຽດມີຄຳເຫັນ ແລະ ກ່າວເປີດພິທີ, ເຊິ່ງສະຫາຍໄດ້ກ່າວວ່າ ວຽກງານກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະຂັ້ນ, ເປັນວຽກໜຶ່ງໃນວຽກງານກໍ່ສ້າງພັກ-ພະນັກງານ, ເປັນໜ້າທີ່ຂອງອົງການເສນາທິການ ຂອງຄະນະພັກ ທີ່ເຮັດວຽກງານຕິດຕາມ, ກວດກາສະເພາະ, ເປັນວຽກທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກຈາກນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ເອົາໃຈໃສ່ຮັບຟັງການບັນຍາຍຂອງອາຈານ, ປະກອບຄຳເຫັນຢ່າງກົງໄປກົງມາ ແລະ ສົນທະນາແລກປ່ຽນບົດຮຽນ ຈາກພາກທິດສະດີ ສົມທຽບໃສ່ການປະຕິບັດຕົວຈິງ ເພື່ອຜັນຂະຫຍາຍໃຫ້ໄດ້ຕາມ 4 ຄຸນລັກສະນະຂອງການກວດກາ ຄື: “ມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊືື່, ມືສະອາດ”. ພ້ອມກັນນັ້ນ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ຍັງໄດ້ມີຄໍາເຫັນຕໍ່ການຈັດຝຶກອົບຮົມວຽກງານກວດກາພັກ-ລັດ ຊຸດທີ II ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງສະຫາຍ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານກວດກາພັກ ໂດຍສະເພາະແມ່ນການກວດກາໃນວາລະການຮ່ວມຊີວິດພັກ, ການຂະຫຍາຍສະມາຊິກພັກ; ວຽກງານກວດກາລັດ ໃຫ້ເອົາໃຈໃສ່ຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີຢ່າງແທ້ຈິງ, ຜູ້ກວດກາຕ້ອງເອົາໃຈໃສ່ຕິດຕາມກວດກາຢ່າງເຂັ້ມແຂງ ແລະ ປະຕິບັດໜ້າທີ່ຕາມພາລະບົດບາດສິດໜ້າທີ່ຂອງຕົນ ຕາມກົດລະບຽບຂອງພັກ, ກົດໝາຍຂອງລັດ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ເອົາໃຈໃສ່ຄົ້ນຄວ້າເອົາທິດສະດີ-ທຽບເອົາພຶດຕິກຳຕົວຈິງທີ່ເກີດຂຶ້ນມາເປັນບົດຮຽນ ແລະ ໝູນໃຊ້ເຄື່ອງມືທັນສະໄໝເຂົ້າໃນວຽກງານກວດກາ.




