05/08/2026
ໃນຕອນເຊົ້າຂອງວັນທີ 1 ສິງຫາ 2026 ນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ການຢ້ຽມຢາມຄັ້ງນີ້ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານຂອງຕາແສງຈາກ ສະຫາຍ ຄຳອິນ ອຸໄທທານີ ເລຂາຄະນະພັກຮາກຖານ ປະທານຄະນະກຳມະການປົກຄອງຕາແສງທົ່ງອົ້ມ ເຊິ່ງສະຫາຍໃຫ້ຮູ້ວ່າຕາແສງທົ່ງອົ້ມໄດ້ສ້າງຕັ້ງໃນທ້າຍປີ 2025 ເຊິ່ງຕັ້ງຢູ່ຈຸດໃຈກາງຂອງເມືອງ, ປະກອບມີ 28 ບ້ານຂຶ້ນກັບ, ມີພົນລະເມືອງທັງມົດ 26.725 ຄັນ, ຍິງ 13.462 ຄົນ, 6.208 ຄອບຄົວ, 5.054 ຫຼັງຄາເຮືອນ, ມີບຸກຄະລາກອນ 13 ຄົນ, ຍິງ 6 ຄົນ. ມີຕະນະພັກຕາແສງ 5 ສະຫາຍ, ຍິງ 1 ສະຫາຍ, ມີນ່ວຍພັກບ້ານທັງໝົດ 27 ໜ່ວຍ, ມີສະມາຊິກພັກທັງໝົດ 961 ສະຫາຍ, ຍິງ 104 ສະຫາຍ.


