ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງແຂວງ ຫຼວງນໍ້າທາ

04/08/2026

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງແຂວງ ຫຼວງນໍ້າທາ

ໃນຕອນບ່າຍ ວັນທີ 31 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ,​ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພັກ,​ຄະນະນຳຂອງແຂວງ.

​ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ບັນດາສະຫາຍ ຄະນະພັກ, ຄະນະນຳຂອງແຂວງ, ອະດີດການນຳແຂວງ, ພະນັກງານນັກຮົບ, ພະນັກງານຫຼັກແຫຼ່ງຂອງແຂວງ ເຊິ່ງສະຫາຍໄດ້ເນັ້ນໃຫ້ ເອົາໃຈໃສ່ໃນການສ້າງແຜນ,​ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ການພັດທະນາເສດຖະກິດແຂວງຫຼວງນໍ້າທາ ເປັນຕົ້ນ ແມ່ນການປຸກການລ້ຽງ, ດ້ານອຸດສາຫະກໍາ, ການບໍລິກນການທ່ອງທ່ຽວ,​ ສືບຕໍ່ຍູ້ແຮງການຜະລິດເປັນສິນຄ້າຢູ່ພາຍໃນແຂວງ, ເສດຖະກິດພູມປັນຍາຂອງປະຊາຊົນເພື່ອເຮັດໃຫ້ເຂົາເຈົ້າໄດ້ມີການຜະລິດເປັນສິນຄ້າເພື່ອສ້າງລາຍຮັບຕົວຈິງໃຫ້ປະຊາຊົນ ເປັນຕົ້ນແມ່ນການປູກ-ການລ້ຽງໃຫ້ກາຍເປັນກຸ່ມຜະລິດ, ກຸ່ມລ້ຽງ ໃຫ້ມີການຊີ້ນຳ-ນໍາພາຕົວຈິງໂດຍມີແຜນການແຜນງານລະອຽດ ຊຸກຍູ້ສົ່ງເສີມຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊົນ,​ ສຸມໃສ່ການຜະລິດເພື່ອເປັນການສົ່ງເສີມພາຍໃນເພື່ອຫຼຸດຜ່ອນການນໍາເຂົ້າ ຕິດພັນກັບການປຸງແຕ່ງເພື່ອສ້າງມູນຄ່າເພີ່ມ; ກວດກາຄືນບັນດາໂຄງການລົງທືນຕ່າງໆລວມທັງໂຄງການຂອງລັດ,​ ການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ເອົາໃຈໃສ່ໃນການຄຸ້ມຄອງຊັບພະຍາກອນທຳມະຊາດ, ຄຸ້ມຄອງປົກປັກຮັກສາປ່າໄມ້, ສິ່ງແວດລ້ອມບໍ່ໃຫ້ຖືກທຳລາຍ; ດືງດູດນັກທ່ອງທ່ຽວດ້ວຍການເອົາໃຈໃສ່ການບໍລິການເຮືອນພັກ, ໂຮງແຮມ,​ ຮ້ານອາຫານ ເອົາໃຈໃສ່ປັບປຸງຍົກລະດັບ ເພື່ອເຮັດໃຫ້ວຽກງານການທ່ອງທ່ຽວ ມີລາຍຮັບຫຼາຍຂຶ້ນ, ປົກປັກຮັກສາແຫຼ່ງທ່ອງທ່ຽວທຳມະຊາດໃຫ້ມຄວາມສວຍງາມ,​ ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ ທີ່ເປັນເອກະລັກຂອງທ້ອງຖິ່ນໃຫ້ມີການຊຸກຍູ້ສົ່ງເສີມລວມເຖິງຜະລິດຕະພັນທີ່ເປັນຂອງຕ້ອນຂອງຝາກຕ່າງໆ; ເອົາໃຈໃສ່ຊຸກຍູ້ຜູ້ປົກຄອງໃຫ້ສົ່ງເສີມລູກຫຼານທີ່ມີອາຍຸເກນເຂົ້າຮຽນໃຫ້ໄດ້ເຂົ້າໂຮງຮຽນ, ພັດທະນາຄູອາຈານ ເພື່ອຍົກລະດັບການຮຽນການສອນຂອງຄູອາຈານຢູ່ໃນແຕ່ລະໂຮງຮຽນເພື່ອສ້າງການຫັນປ່ຽນໃນວິທີການຮຽນການສອນ ໂດຍສະເພາະແມ່ນໂຮງຮຽນສາມັນ ແລະ ວິຊາຊີບຕ່າງໆ; ເອົາໃຈໃສ່ສືບຕໍ່ປັບປຸງຍົກລະດັບການບໍລິການຂອງແພດໝໍ ຢູ່ໃນໂຮງໝໍ,​ ສຸກສາລາ ລວມທັງການບໍລິການໃຫ້ແກ່ນັກທ່ອງທ່ຽວທີ່ມາທ່ຽວເພື່ອສ້າງຄວາມໝັ້ນໃຈໃນການຕັດສິນໃຈເຂົ້າມາທ່ອງທ່ຽວຢູ່ແຂວງຫຼວງນໍ້າທາ; ເອົາໃຈໃສ່ສ້າງແຜນກຳນົດພັດທະນາສີມືແຮງງານ, ຄຸ້ມຄອງແຮງ, ຝຶກອົບຮົມ ເພື່ອຍົກລະດັບສີມືແຮງງານໃນຖັນແຖວຊາວໜຸ່ມເພື່ອສ້າງໃຫ້ເຂົາເຈົ້າມີວຽກເຮັດງານທຳທີ່ໝັ້ນຄົງໃນການສ້າງລາຍຮັບໃຫ້ແກ່ຄອບຄົວ ຂະແໜງແຮງງານຕ້ອງເປັນເຈົ້າການໃນການຕິດຕາມຄຸ້ມຄອງໃນການສ້າງແຜນພັດທະນາສີມືແຮງງານສົມທົບກັບຂະແໜງການຕ່າງໆທີກ່ຽວຂ້ອງເປັນຕົ້ນແມ່ນອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ກະມະບານ; ສືບຕໍ່ເອົາໃຈໃສ່ໃນການຊີ້ນຳ ແລະ ຂະຫຍາຍແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ແຂງແຮງກວ່າເກົ່າເປັນຕົ້ນແມ່ນເອົາໃຈໃສ່ໃນການການແແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ, ບັນຫາຢາເສບຕິດ,​ ການຄ້າຂາຍສິ່ງຜິດກົດໝາຍ,​ ບັນຫາກຸ່ມແກ້ງຕ່າງໆ ທີ່ຈະກາຍເປັນຜົນສະທ້ອນທາງລົບ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ, ສອງກຳລັງຕ້ອງເປັນເຈົ້າການຕິດຕາມເຄື່ອນໄຫວລາດຕະເວນ,​ ເພີ່ມທະວີໃນການປັບປຸງ ປກສ ບ້ານ ເພື່ອໃຫ້ຮູ້ເຮັດໜ້າທີ່ພັນທະ ໃນປົກການປັກຮັກສາຄວາມສະຫງົບຂອງບ້ານເພື່ອເປັນກຳລັງແຮງຊ່ວຍກຳລັງຫຼວງກຳລັງທ້ອງຖິ່ນ ເພື່ອຮັບປະກັນໃຫ້ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ; ການກໍ່ສ້າງພັກ-ພະນັກງານ ເປັນຕົ້ນແມ່ນການສ້າງພັກປອດໃສ, ເຂັ້ມແຂງ,​ ໜັກແໜ້ນ, ການສ້າງການຈັດຕັ້ງພັກໃຫ້ມິຄວາມເຂັ້ມແຂງສາມາດເປັນແກນນໍາທີ່ແທ້ຈິງ ຢູ່ໃນລະບົບການເມືອງ​, ວຽກງານຂະຫຍາຍພັກໃຫ້ຖືເປັນວຽກງານທີ່ສຳຄັນຂອງຄະນະພັກ, ຂອງໜວ່ຍພັກໃນການຂະຫຍາຍພັກ ເອົາໃຈໃສ່ໃນການສຶກສາຮົບຮົມວັດຖຸປະສົງຂອງການເຂົ້າພັກໃຫ້ເຫັນພາລະບົດບາດຂອງການຈັດຕັ້ງພັກ,​ ສະມາຊິກພັກ ເພື່ອເປັນການສ້າງຄວາມເຂົ້າໃຈຂອງມະຫາຊົນເປັນແມ່ນການສຶກສາຮົບຮົມທາງດ້ານອຸດົມການ, ວັດຖຸປະສົງການເຂົ້າພັກ,​ ເອົາໃຈໃສ່ໃນການຄຸ້ມຄອງບໍາລຸງກໍ່ສ້າງພະນັກງານໃນຂະນວນການວຽກງານຕົວຈິງ ແລະ ຢູ່ຮາກຖານ, ກຳໃຫ້ໄດ້ທ່າແຮງຂອງພະນັກງານ ທາງດ້ານການເມືອງຄຸນສົມບັດ ພອນສະຫວັນ ຄວາມຮູ້ຄວາມສາມາດ ເພື່ອໃຫ້ການສັບຊ້ອນໃຫ້ມີຄວາມຖືກຕ້ອງສອດຄ່ອງກັບສະພາບຄວາມເປັນຈິງຫຼີກລ້ຽງການສັບຊ້ອນຈັດວາງໂດຍບໍ່ໄດ້ມີການຕີລາຄາການປະເມີນ,​ ແຂ່ງຂັ້ນຮັບຜິດຊອບລະຫວ່າງເມືອງກັບຕາແສງກັບບ້ານ; ວຽກງານກວດກາເອົາໃຈໃສ່ ຖືເອົາວຽກງານກວດກາເປັນໜຶ່ງໃນພາລະບົດບາດການນຳພາຂອງພັກ, ຖືເປັນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ ເພື່ອຊອກໃຫ້ເຫັນດ້ານດີຜົນສຳເລັດດ້ານຕັ້ງໜ້າເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນຈຸດອ່ອນຂໍ້ຄົງຄ້າງຂອງການຈັດຕັ້ງເພື່ອປັບປຸງປ່ຽນແປງ,​ ຖ້າກວດເຫັນການລະເມີດກໍຕ້ອງໄດ້ປະຕິບັດຕາມກົດໝາຍ, ພ້ອມນີ້ກໍເພື່ອເປັນການປ້ອງກັນບໍ່ໃຫ້ມີການລະເມີດ, ຜູ້ເຮັດວຽກກວດກາເອົາໃຈໃສ່ເປັນເສນາທິການໃຫ້ແກ່ຄະນະພັກ ຕ້ອງມີສາຍຕາແຫຼມຄົມ, ​ຫູໄວ ໃຈສັດສື່ ມືສະອາດ; ການປະຕິບັດລະບົບສອງຫົວໜ້າລະຫວ່າງເລຂາພັກແຂວງ,​ ປະທານສະພາປະຊາຊົນແຂວງ ກັບປະທານຄະນະກໍາມະການປົກຄອງ ຕ້ອງເບິ່ງຂໍ້ກົນນົດ ແລະ ລະບຽບການທີ່ກຳນົດໄວ້ ເພື່ອບໍ່ໃຫ້ມີວຽກທີ່ເປັນການຊໍ້າຊ້ອນກ້າວກ່າຍຕ້ອງໄດ້ເຮັດຕາມພາລະບົດບາດ, ເລຂາກໍຕ້ອງເຮັດໜ້າທີ່ໃນການນຳພາຊຸກຍູ້ຕິດຕາມ, ກວດກາໃນການນຳພາຈັດຕັ້ງປະຕິບັດ ປະທານອົງການປົກຄອງກໍເຮັດໜ້າທີ່ບໍລິຫານ;​ ການນໍາພາຂອງຄະນະພັກ ຕ້ອງເປັນໃຈກາງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ ໃນຖັນແຖວພະນັກງານ-ສະມາຊິກພັກ, ສະຫາຍເລຂາຮອງເລຂາຕ້ອງເປັນຄັນທຸງນຳໜ້າ ເພື່ອເຕົ້າຮົມກຳລັງແຮງໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຍົກສູງຄວາມຮັບຜິດຊອບ ເປັນເຈົ້າການ ຕ້ອງເສຍສະຫຼະ ເຮັດໜ້າທີ່ຕາມການມອບໃຫ້ມີຜົນສຳເລັດ.
ພ້ອມນີ້ກໍໄດ້ມອບເງິນຈຳນວນ 100.000.000 ກີບໃຫ້ແຂວງ; ມອບຄອມພິວເຕີ ແລະ ປີ້ນເຕີ 2 ຊຸດ ໃຫ້ຄະນະກວດກາແຂວງ ເພື່ອໄປນໍາໃຊ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)