02/08/2026
ໃນຕອນເຊົ້າວັນທີ 31 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນແຂວງຜົ້ງສາລີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ໄດ້ພົບປະໂອ້ລົມພະນັກງານການນຳ, ອະດີດການນຳແຂວງ,ພະນັກງານນັກຮົບ,ພະນັກງານຫຼັກແຫຼ່ງຂອງແຂວງ ແລະເມືອງບຸນເໜືອ.
ໂອກາດນີ້ໄດ້ຮັບຟັງການລາຍງານຫຍໍ້ການຈັດຕັໍ້ງປະຕິບັດວຽກງານຮອບດ້ານຂອງແຂວງຈາກສະຫາຍ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ,ເລຂາພັກແຂວງ,ປະທານສະພາປະຊາຊົນແຂວງເຊິ່ງໃຫ້ຮູ້ວ່າ ໃນໄລຍະ 5 ປີ 2021 - 2025 ເສດຖະກິດຂອງແຂວງ ໄດ້ຂະຫຍາຍ ຕົວສະເລ່ຍ ໃນລະດັບ 6,34% ສາມາດສ້າງລວມຍອດຜົນຜະລິດພາຍໃນ (GDP) ທັງໝົດໄດ້ 24,372 ຕື້ກີບ, ປີ 2025 ລາຍຮັບສະເລ່ຍຕໍ່ຫົວຄົນປະຕິບັດໄດ້ 1,809 ໂດລາສະຫະລັດ, ລື່ນແຜນ 42.07 % ທຽບກັບປີ 2020 ເພີ່ມຂຶ້ນ 821 ໂດລາສະຫະລັດ, ໂຄງປະກອບເສດຖະກິດໄດ້ປ່ຽນໄປຕາມທ່າແຮງ ແລະ ຈຸດພິເສດຂອງແຂວງ, ຂະແໜງເສດຖະກິດໄດ້ຮັບການພັດທະນາ ແລະ ມີໝາກຜົນ; ທົ່ວແຂວງມີຈໍານວນບ້ານພົ້ນທຸກ ກວມ 52.62%, ຄອບຄົວພົ້ນທຸກ 18,801 ຄອບຄົວ ກວມ 50.47% ບ້ານພັດທະນາ 31 ບ້ານ, ກວມ 6.11 %; ຄອບຄົວພັດທະນາ ມີ 8,037 ຄອບຄົວ, ກວມ 21.58%; ສ້າງບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດໄດ້ 6 ຈຸດ; ສະເພາະ 128 ບ້ານ, ສາມາດແກ້ໄຂໄດ້ບ້ານພົ້ນທຸກ 72 ບ້ານ ເທົ່າກັບ 56.25 %, ມີຄອບຄົວພົ້ນທຸກ 5,015 ຄອບຄົວ, ເທົ່າກັບ 71.2 % ຂອງແຜນການ).
ໂອກາດນີ້ ສະຫາຍ ວັນໄຊ ພອງສະຫວັນ ໄດ້ຍອງຍໍຊົມເຊີຍຕໍ່ແຂວງຜົ້ງສາລີທີມີຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ພ້ອມທັງເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາຂອງແຂວງວາງອອກ; ເພີ່ມທະວິຊຸກຍູ້ປຸກລະດົມການຜະລິດໃຫ້ເປັນສິນຄ້າ,ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍຸ້ໃຫ້ປະຊາຊົນມີວຽກເຮັດງານທຳມີອາຊີບທີ່ໝັ້ນຄົງ, ສຸມໃສ່ຄົ້ນຄວ້າສົ່ງເສີມການປູກການລ້ຽງ, ເສີມສະຫຍາຍເຖດຖະກິດພູມປັນຍາຂອງປະຊາຊົນຕາມທ່າແຮງຂອງແຕ່ລະຂົງເຂດ, ຕິດພັນກັບການຜະລິດກະສິກຳເປັນສີນຄ້າສົ່ງອອກ, ຊອກຕະຫຼາດຈຳໜ່າຍສີນຄ້າໃຫ້ປະຊາຊົນ,ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂະໝາດນ້ອຍ,ຂະໝາດກາງ ໃຫ້ເຂັ້ມແຂງ,ສ້າງເງື່ອນໄຂສະພາບແວ້ດລ້ອມໃນການດຳເນີນທຸລະກິດ, ຄົ້ນຄວ້າບັນດາກິດຈະການ,ໂຄງການ, ເລືອກເຟັ້ນໂຄງການໃຫ້ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄຸ້ມຄອງສິ່ງແວ້ດລ້ອມບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະທຳມະຊາດ ໃຫ້ປະຊາຊົນມີສ່ວນຮ່ວມມີຜົນປະໂຫຍດ, ກວດກາຫົວໜ່ວຍໂຄງການ, ກິດຈະການທີ່ແຕ່ລະຂັ້ນຄຸ້ມຄອງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານ, ຖື່ເອົາການທອ່ງທ່ຽວເປັນທ່າແຮງໃນການພັດທະນາ, ພັດທະນາປັບປຸງຟື້ນຟູພື້ນຖານໂຄງລ່າງເປັນຕົ້ນແມ່ນເສັ້ນທາງ, ສຸມໃສ່ສະໜອງກະແສໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ; ການພັດທະນາວຽກງານສັງຄົມເປັນຕົ້ນແມ່ນຍົກລະດັບການສືກສາໃຫ້ມີຄຸນນະພາບສູງຂຶ້ນ ຊຸກຍູ້ໃຫ້ປະຊາຊົນຮັບຮູ້ເຂົ້າໃຈຄວາມສຳຄັນຂອງການສືກສາ ໃຫ້ລູກຫຼານໄດ້ຮັບການສືກສາ, ເອົາໃຈໃສ່ວຽກງານສາທາລະນະສຸກຂະຫຍາຍຕາໜ່າງສາທາລະນະສຸກ ໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການ,ຕ້ານແລະສະກັດກັ້ນພະຍາດລະບາດ, ພັດທະນາສີມືແຮງງານ ເພື່ອຕອບສະໜອງຮັບໃຊ້ການພັດທະນາ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນຕົ້ນການຄ້າຂາຍເຖື່ອນ,ຢາເສບຕິດ, ກຸ່ມແກ້ງສະແກມເມີ້; ການແກ້ໄຂຄວາມທຸກຍາກ ເຊີງເປັນວາລະແຫ່ງຊາດທີ່ຕ້ອງໄດ້ສຸມໃສ່ປະຕິບັດ; ເພີ່ມທະວີການກໍ່ສ້າງພັກໃຫ້ປອດໃສ,ເຂັ້ມແຂງ ແລະ ໜັກແໜ້ນໃຫ້ມີຄຸນະພາບ, ເອົາໃຈໃສ່ວຽກງານພະນັກງານເປັນວຽກງານຕັດສີນຜົນໄດ້ຜົນເສຍຕໍ່ການນຳພາຂອງພັກ,ພະນັກງານຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງ, ມີຈັນຍາບັນເຮັດສຳເລັດໜ້າ, ຄຸ້ມຄອງພະນັກງານ, ເລືອກເຟັ້ນຊັບຊ້ອນພະນັກງານບັນຈຸໃຫ້ບັນດາຕາແສງ ຝືກອົບຮົມໃຫ້ຕາແສງ; ເອົາໃຈໃສ່ວຽກງານກວດກາໃຫ້ເຂັ້ມແຂງ; ວຽກງານສະພາໃຫ້ເປັນອົງການທີ່ຕັດສີນບັນຫາສຳຄັນ, ການຊຸກຍູ້ຈັດຕັ້ງປະຕິບັດວຽກງານຕ່າງໆ, ຄະນະພັກຕ້ອງເປັນຫົວຫອກຫົວຈັກ ນຳພາ-ຊີ້ນຳຈັດຕັ້ງປະຕິບັດພັດທະນາເສດຖະກິດ-ສັງຄົມ,ເພີມທະວີຄວາມສາມັກຄີ,ຕົກລົງຕັດສີນບັນຫາເປັນໝູ່ຄະນະ; ປືກສາຫາລືບົດຮຽນນຳອະດີດການນຳ,ພະນັກງານບຳນານເພື່ອພັດທະນາ ແຂວງຜົ້ງສາລີຂື້ນເລື່ອຍໆ.
ໂອກາດດຽວກັນນີ້, ຍັງໄດ້ມອບຄອມພິວເຕີຕັ້ງໂຕະພ້ອມປິ່ນເຕີຈຳນວນ 35 ຊຸດ ມູນຄ່າ 654,465,00ກີບໃຫ້ແຂວງຜົ້ງສາລີເພື່ອແຈກຢາຍມອບໃຫ້ບັນດາຕາແສງ, ມອບເງີນສົດ 300.000.000 ກີບໃຫ້ແຂວງຜົ້ງສາລີ, ມອບເງີນສົດ 100.000.000 ກີບໃຫ້ເມືອງບຸນເໜືອ, ຄະນະກວດກາສູນກາງພັກມອບຄອມພິວເຕີຕັ້ງໂຕະພ້ອມປິ່່ນເຕີສີຈຳນວນ 1 ຊຸດ ໃຫ້ຄະນະກວດກາເມືອງບຸນເໜືອ. 




