ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບຸນໃຕ້

31/07/2026

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບຸນໃຕ້

ໃນຕອນເຊົ້າວັນທີ 30 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຜູ້ຊີ້ນຳຮອບດ້ານຢູ່ແຂວງຜົ້ງສາລີ ພ້ອມຄະນະ ແລະ ຄະນະນໍາຂອງແຂວງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງບຸນໃຕ້, ແຂວງຜົ້ງສາລີ.ໂອກາດນີ້ໄດ້ຮັບຟັງການລາຍງານ ສະພາບໂດຍລວມຂອງເມືອງ ແລະ ການຈັດຕັ້ງປະຕິບັດບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2026 ຂອງເມືອງບຸນໃຕ້ ຈາກ ສະຫາຍ ທອງສິງ ອິນທະແສງ ເຊິ່ງສະຫາຍໄດ້ລາຍງານໃຫ້ຮູ້ວ່າ: ເສດຖະກິດຂອງເມືອງເຕີບໂຕ 9.87%, ສາມາດສ້າງມູນຄ່າຜະລິດຕະພັນພາຍໃນ ໄດ້ 587.56 ຕື້ກີບ, ບັນລຸ 54.96% ຂອງແຜນການປີ. ໃນນີ້: ຂະແໜງກະສິກຳ-ປ່າໄມ້ກວມ 26.33%; ຂະແໜງອຸດສາຫະກຳ-ຫັດຖະກຳກວມ 66.73%; ຂະແໜງບໍລິການກວມ 6.94%; ລາຍ ຮັບສະເລ່ຍຕໍ່ຫົວຄົນບັນລຸ 19,23 ລ້ານກີບປະມານ 862 ໂດລາສະຫະລັດ; ໂຄງການລົງທຶນຂອງ ລັດ 6 ໂຄງການມູນຄ່າ 12.6 ຕື້ກີບ, ຊຳລະແລ້ວ 2.9 ຕື້ກີບ; ການຍາດແຍ່ງທຶນກູ້ຍືມ 9 ໂຄງການ ມູນຄ່າ 8.22 ຕື້ກີບ, ທຶນຊ່ວຍເຫຼືອລ້າ 6 ໂຄງການມູນຄ່າ 5.80 ຕື້ກີບ, ການລົງທຶນເອກະຊົນ 22 ໂຄງການມູນຄ່າ 119.70 ຕື້ກີບ ບັນລຸ 52.69% ຂອງແຜນ; ລະບົບທະນາຄານລະດົມເງິນຝາກໄດ້ 501.97 ຕື້ກີບກວມ 78.23% ແລະ ສະໜອງສິນເຊື່ອໄດ້ 6.92 ຕື້ກີບ ກວມ 39.88%; ປະຕິບັດ ລາຍຮັບທ້ອງຖິ່ນໄດ້ 1.33 ຕື້ກີບ ເທົ່າກັບ 27.08% ຂອງແຜນປີ, ຄຸ້ມຄອງລາຍຈ່າຍໄດ້ 1.69 ຕື້ກີບ ເທົ່າກັບ 40.23% ຂອງແຜນປີ.ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ເຈາະຈີ້ມບາງບັນຫາທີ່ເຫັນວ່າຍັງບໍ່ສາມາດຕີລາຄາອອກຢ່າງຈະແຈ້ງ, ໂອກາດດຽວກັນນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອງທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານພ້ອມເນັ້ນໃຫ້ ຄະນະພັກ, ຄະນະນຳ,ອະດີດການນຳ,ພະນັກງານນັກຮົບ ແລະ ພະນັກງານຫຼັກແຫ່ງຂອງເມືອງ ພ້ອມກັນເອົາໃຈໃສ່ໃນການນຳພາ-ຊີ້ນຳໂດຍສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກ,ການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບມະຕິກອງປະຊຸມໃຫ່ຍຄັ້ງທີ XII ອົງຄະນະພັກແຂວງຜົ້ງສາລີ, ຄັ້ງທີ VII ຂອງເມືອງ, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບຄາດໝາຍສູ້ຊົນຂອງແຂວງ, ຂອງເມືອງໃນ 5 ປີຕໍ່ໜ້າໃຫ້ໄປຕາມທິດທາງທີ່ກຳນົດໄວ້ ໃຫ້ສອດຄ່ອງກັບທ່າແຮງຂອງເມືອງ, ເພີ່ມທະວີໃນການສ້າງການຫັນປ່ຽນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ສືບຕໍ່ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມ,ການຜະລິດກະສິກຳການປູກ -ການລ້ຽງ, ສົ່ງເສີມເສດຖະກິດພູມປັນຍາຂອງປະຊາຊົນທີ່ສາມາດຜະລິດເປັນສິນຄ້າ ເພື່ອສະໜອງພາຍໃນເມືອງພາຍໃນແຂວງ ຫຼື ສ້າງໃຫ້ເປັນສິນຄ້າໂອດັອບເພື່ອສົ່ງອອກ, ສ້າງຖານລາຍຮັບທີ່ມີຄວາມຍຶນຍົງເພື່ອສ້າງຊິວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍເປັນຕົ້ນແມ່ນແຫຼ່ງຜະລິດ, ຕະຫຼາດສົ່ງອອກ ແລະ ດ້ານເຕັກນິກວິຊາການ; ສ້າງກຸ່ມການຜະລິດທີ່ສາມາດເຂົ້າເຖິງແຫຼ່ງທຶນເຂົ້າເຖິງຕະຫຼາດໄດ້ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ດືງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ພັດທະນາແຫຼ່ງທ່ອງທ່ຽວຕິດພັນກັບໂຄສະນາເພື່ອດືງດູດນັກທ່ອງທ່ຽວ; ການຜະລິດສິນຄ້າ, ການແປຮູບການປຸງແຕ່ງການຫຸ້ມຫໍ່ຜະລິດຕະພັນຕ່າງໆກໍ່ເຮັດໃຫ້ເປັນຫຼາຍຮູບຫຼາຍສີເພື່ອເພີ່ມມູນຄ່າສິນຄ້າ, ການບໍລິການຕ່າງໆກໍຕ້ອງຊຸກຍູ້ສົ່ງເສີມໂດຍສະເພາະການບໍລິການໂຮງແຮມ, ເຮືອນພັກ; ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາ, ສ້າງສີມືແຮງງານໃຫ້ມີຄວາມຮູ້ຄວາມສາມາດ; ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນເມືອງໃຫ້ເປັນໜ້າທີຂອງໝົດທຸກຄົນ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໂດຍສະເພາະບັນຫາຢາເສບຕິດ; ເອົາໃຈໃສ່ກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກຕ້ອງໃຫ້ມີຄຸນນະພາບ, ການສ້າງພະນັກງານຕ້ອງສ້າງໃນຫຼາຍຮູບຫຼາຍແບບເປັນຕົ້ນແມ່ນການສ້າງເປັນລະບົບຢູ່ໂຮງຮຽນ, ການປະຕິບັດວຽກງານຕົວຈິງ ແລະ ສ້າງຢູ່ຮາກຖານ; ວຽກງານກວດກາ ຄະນະພັກຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານກວດກາ, ຄະນະກວດກາຕ້ອງເປັນເສນາທິການໃນການຈັດຕັ້ງປະຕິບັດຕາມແຜນຂອງຄະນະພັກ, ເພາະບັນດາຄາດໝາຍສູ້ຊົນ, ຊອກໃຫ້ເຫັນດ້ານອ່ອນເພື່ອປັບປຸງແກ້ໄຂ, ພ້ອມດຽວກັນນັ້ນກໍເພື່ອປ້ອງກັນບໍ່ໃຫ້ມີການລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ວຽກງານຈັດຕັ້ງມະຫາຊົນກໍ່ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສິມໃຫ້ມີການເຄື່ອນໄຫວຢ່າງປົກກະຕິ; ດ້ານຄວາມຮັບຜິດຊອບຂອງຄະນະພັກ ບັນດາທິດທາງແຜນການວຽກງານທີ່ກຳນົດໄວ້ໃນແຜນພັດທະນາແມ່ນຄະນະພັກຕ້ອງເປັນຫົວຈັກສຳຄັນໃນການນຳພາ-ຊີ້ນຳເຄື່ອນໄຫວວຽກງານໃນແຕ່ລະດ້ານ, ພ້ອມນີ້ກໍຕ້ອງຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນໃຫ້ມິຄວາມເປັນເອກະພາບສູງ, ຕົກລົງເປັນໝູ່ຄະນະ.

ໂອກາດນີ້, ຍັງໄດ້ມອບເງີນສົດຈໍາ 100.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງຈາກນັ້ນ, ກໍໄດ້ໄປຢຽ້ມຊົມພື້ນຖານການຜະລິດຂອງເມືອງໂດຍສະເພາະແມ່ນການລ້ຽງປາ, ຢ້ຽມຊົມເບີ່ງອາຄານທີຈະປັບປຸງເປັນຫ້ອງການເຮັດວຽກຂອງຕາແສງບຸນຍອງ, ເມືອງບຸນໃຕ້ຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນນີ້ຍັງໄດ້ໄປຢ້ຽມຢາມດ່ານທ້ອງຖິ່ນປ່າຄາ, ຕາແສງບ້ານຢໍ້ ເມືອງບຸນເໜືອ ໂດຍມີສະຫາຍ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນຳແຂວງຜົ້ງສາລີ. ດ່ານທ້ອງຖິ່ນປ່າຄາ ແມ່ນດ່ານເຊື່ອມຕໍ່ລະຫວ່າງເມືອງບຸນເໜືອແຂວງຜົ້ງສາລີ ແລະ ເມືອງຫຼ້າ ສປ ຈີນ, ຕັ້ງຢູ່ເສັ້ນທາງຫຼວງແຫ່ງຊາດເລກທີ19 ຕັ້ງຫ່າງຈາກເທດສະບານແຂວງ 41 ກມ ແລະ ຢ້ຽມຢາມບໍລິສັດ ເຫີຊີນຖ່ານຫີນ ຂາອອກ-ຂາເຂົ້າ ຈຳກັດ ຢູ່ເມືອງບຸນເໜືອ ແລະ ໄດ້ຮັບຟັງການລາຍງານການດຳເນີນທຸລະກິດ ຈາກທ່ານ ສາວເວີຍເສນ ປະທານບໍລິສັດ ພ້ອມນີ້ກໍໄດ້ມີຄຳເຫັນຊີ້ນຳໃຫ້ບໍລິສັດໃຫ້ເອົາໃຈໃສ່ໃນການດຳເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ຊຸກຍູ້ເສຍພັນທະໃຫ້ແຂວງຢ່າງເປັນປົກກະຕິ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງຜົ້ງສາລີ ແລະ ໃຫ້ຮັກສາສິ່ງແວດລ້ອມ.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)