ພິທີ ປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

31/07/2026

ພິທີ ປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

ໃນຕອນເຊົ້າຂອງວັນທີ 31 ກໍລະກົດ 2026 ທີ່ສະໂມສອນ ຄະນະກວດກາສູນກາງພັກ ໄດ້ຈັດພິທີ ປາຖະກະຖາສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955-20 ກໍລະກົດ 2026) ຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີ ທ່ານ ນາງ ກອງມະນີ ສີບຸນເຮືອງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີບັນດາຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຕາງໜ້າຈາກສູນກາງສະຫະພັນແມ່ຍິງລາວ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຜູ້ຕ່າງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ.ພິທີດັ່ງກ່າວ ທ່ານ ນາງ ກອງມະນີ ສີບຸນເຮືອງ ໄດ້ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ສະຫະພັນແມ່ຍິງລາວຄົບຮອບ 71 ປີ ໂດຍຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ໃນແຕ່ລະໄລຍະຂອງສະຫະພັນແມ່ຍິງລາວ. ພ້ອມດຽວກັນນີ້ ທ່ານ ຄໍາໄຫຼ ສີປະເສີດ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ຕາມພາລະບົດບາດ, ສິດ ໜ້າທີ່ ຂອງສະຫະພັນແມ່ຍິງ, ຮັກສາມູນເຊື້ອ ປະຫວັດສາດ ອັນດີງາມ, ເພິ່ມທະວີເອົາໃຈໃສ່ຜັນຂະຫຍາຍບັນດາມະຕິທີ່ສຳຄັນຕ່າງໆ ໃຫ້ເປັນອັນລະອຽດ, ມີຜົນສຳເລັດ, ເອົາໃຈໃສ່ສິກສາອົບຮົມສະມາຊິກແມ່ຍິງ ໃຫ້ມີຄຸນທາດການເມືອງໜັກແໜ້ນ ຮູ້ເຄົາລົບຮັກສາມູນເຊື້ອທີ່ດີງານຂອງແມ່ຍິງລາວ, ສືບຕໍ່ປັບປຸງແບບແຜນນຳພາໃຫ້ເປັນອັນລະອຽດ ມີການສະຫຼຸບຕີລາຄາ ຖອດຖອນບົດຮຽນ ແຕ່ລະໄລຍະຢ່າງພາວະວິໄສ, ຕັ້ງໜ້າແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວແມ່ຍິງ, ຕໍ່ຕ້ານສິ່ງງົມງວາຍ, ຫຼີກລ້ຽງແນວຄິດອັກຄະຕິຄອງເດີມ, ມີຄວາມສາມັກຄີເປັນປຶກແຜ່ນ, ຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເອົາໃຈໃສ່ເຂົ້າຮ່ວມການເຄື່ອນໄຫວວຽກງານການຈັດຕັ້ງຕ່າງໆຢ່າງຫ້າວຫັ້ນ.ຫຼັງຈາກສໍາເລັດພິທີ, ສະຫະພັນແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດຂະບວນການແຂ່ງຂັນກິລາເປຕັງ ແລະ ກິດຈະກໍາຂາຍເຄື່ອງຂອງສະມາຊິກແມ່ຍິງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)