ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງ ຜົ້ງສາລີ ແຂວງ ຜົ້ງສາລີ
31/07/2026
ຕອນບ່າຍວັນທີ 29 ກໍລະກົດ 2026 ນີ້ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຜົ້ງສາລີ


ໂອກາດນີ້ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງເມືອງຈາກສະຫາຍ ບຸນສະຫວັດ ສີວົງໄຊ ກຳມະການພັກແຂວງ, ເລຂາພັກເມືອງ ຜົ້ງສາລີ ເຊິ່ງທ່ານໃຫ້ຮູ້ວ່າຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນ ປີ 2026 ເສດຖະກິດຂອງເມືອງຂະຫຍາຍຕົວຢູ່ໃນລະດັບ 2.06 % ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 71.17 % ( ຂອງແຜນການ 5.37 % ) ໃນນັ້ນ: ກະສິກຳ - ປ່າໄມ້ 2.88 %, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 89.78 %, ອຸດສາຫະກຳ - ຫັດຖະກໍາ 2.06 %, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 91.42 % ບໍລິການ 2.23 %, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 77.30 %, ລວມຍອດມູນຄ່າຜະລິດພາຍໃນເມືອງ 315.97 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 2025 ກວມ 98.67 %.
ພາຍຫຼັງໄດ້ຮັບຟັງການລາຍງານສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນສະຫາຍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອງທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານໃນ ແຕ່ລະດ້ານພ້ອມນີ້ກໍໄດ້ເນັ້ນໃຫ້ຄະນະພັກ, ຄະນະນຳຂອງເມືອງສູ້ຊົນສຸມໃສ່ການນຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆຂອງເມືອງໃຫ້ປະກົດຜົນເປັນຈິງ, ພ້ອມກັນນໍາພາ-ຊີ້ນຳ, ບັນຊາ ສຶກສາຄົ້ນຄວ້າຫັນການລາຍງານການເມືອງເປັນແຜນການໂຄງການແຜນງານໃຫ້ລະອຽດໃນແຕ່ລະໄລຍະ, ວິເຄາະວິໄຈ, ຕິດຕາມ, ກວດກາການເຄື່ອນໄຫວໃນແຕ່ລະໄລຍະເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ; ການພັດທະນາເສດຖະກິດສັງຄົມໃຫ້ຄົ້ນຄວ້າຢ່າງເລິກເຊິ່ງເລິກຕື່ມວ່າອັນໃດເປັນເສດຖະກິດພູມປັນຍາຂອງປະຊາຊົນທີ່ສາມາດຜະລິດເປັນສິນຄ້າ, ນອກຈາກການຜະລິດຊາເພື່ອສະໜອງພາຍໃນເມືອງພາຍໃນແຂວງ ຫຼື ສ້າງໃຫ້ເປັນສິນຄ້າໂອດັອບເພື່ອສົ່ງອອກ, ບັນດາຂະແໜງການທີ່ຕິດພັນກັບການຜະລິດແມ່ນໃຫ້ຄົ້ນຄວ້າວິເຄາະວິໄຈ, ສ້າງຖານລາຍຮັບທີ່ມີຄວາມຍຶນຍົງເພື່ອສ້າງຊິວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ສົ່ງເສີມຫົວໜ່ວຍວິສາຫະກິດຂະໜາດນ້ອຍເປັນຕົ້ນແມ່ນແຫຼ່ງຜະລິດ, ຕະຫຼາດສົ່ງອອກ ແລະ ດ້ານເຕັກນິກວິຊາການ; ສ້າງກຸ່ມການຜະລິດທີ່ສາມາດເຂົ້າເຖິງແຫຼ່ງທຶນເຂົ້າເຖິງຕະຫຼາດໄດ້ເພື່ອໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ດືງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ພັດທະນາແຫຼ່ງທ່ອງທ່ຽວເພື່ອດືງດູດນັກທ່ອງທ່ຽວ; ການຜະລິດສິນຄ້າ, ການແປຮູບ, ການປຸງແຕ່ງ, ການຫຸ້ມຫໍ່ຜະລິດຕະພັນຕ່າງໆກໍ່ເຮັດໃຫ້ເປັນຫຼາຍຮູບຫຼາຍສີເພື່ອເພີ່ມມູນຄ່າສິນຄ້າ, ການບໍລິການຕ່າງໆກໍຕ້ອງຊຸກຍູ້ສົ່ງເສີມໂດຍສະເພາະການບໍລິການໂຮງແຮມ, ເຮືອນພັກ; ຊຸກຍູ້ຜູ້ປົກຄອງໃຫ້ນຳເອົາລູກຫຼານທີ່ຢູ່ໃນເກນອາຍຸໄດ້ເຂົ້າໂຮງຮຽນ; ວຽກງານສາທາລະນະສຸກສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງປົກປັກຮັກສາໃນສິ່ງທີ່ມີແລ້ວໂດຍສະເພາະແມ່ນໂຮງໝໍ ສຸກສາລາ ແລະ ການບໍລິການກໍຕ້ອງເອົາໃຈໃສ່ໃຫ້ດີ; ໃຫ້ເອົາໃຈໃສ່ຕິດຕາມ, ກວດກາການເຂົ້າອອກເມືອງຂອງຄົນຕ່າງປະເທດເພື່ອປ້ອງກັນບັນດາກຸ່ມແກ້ງທີ່ສ້າງຄວາມບໍ່ສະຫງົບປັ່ນປ່ວນສັງຄົມ, ໃຫ້ຕິດຕາມ, ກວດກາບັນດາໂຮງແຮມບ້ານພັກທີ່ອາດເປັນຈຸດມົ້ວສຸມ, ຕິດພັນກັບການແກ້ໄຂບັນຫາຢາເສບຕິດ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂະຫຍາຍພັກຕ້ອງໃຫ້ມີຄຸນນະພາບ, ການສ້າງພະນັກງານຕ້ອງສ້າງໃນຫຼາຍຮູບຫຼາຍແບບເປັນຕົ້ນແມ່ນການສ້າງເປັນລະບົບຢູ່ໂຮງຮຽນ, ການປະຕິບັດວຽກງານຕົວຈິງ ແລະ ສ້າງຢູ່ຮາກຖານ; ວຽກງານກວດກາ ຄະນະພັກຕ້ອງມີຄວາມຮັບຜິດຊອບໂດຍກົງຕໍ່ວຽກງານກວດກາ, ຄະນະກວດກາຕ້ອງເປັນເສນາທິການໃນການຈັດຕັ້ງປະຕິບັດຕາມແຜນຂອງຄະນະພັກ, ເພາະວຽກງານກວດກາເປັນກົນໄກໜຶ່ງຂອງການນຳພາຂອງພັກ, ການບໍລິຫານລັດໃນແຕ່ລະຂັ້ນເພື່ອຊອກໃຫ້ເຫັນຜົນດີຜົນສຳເລັດຂອງການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ, ຊອກໃຫ້ເຫັນດ້ານອ່ອນເພື່ອປັບປຸງແກ້ໄຂ, ພ້ອມດຽວກັນນັ້ນກໍເພື່ອປ້ອງກັນບໍ່ໃຫ້ມີການລະເມີດຕໍ່ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ; ວຽກງານຈັດຕັ້ງມະຫາຊົນກໍ່ໃຫ້ເອົາໃຈໃສ່ຊຸກຍູ້ສົ່ງເສິມໃຫ້ມີການເຄື່ອນໄຫວຢ່າງເປັນປົກກະຕິ; ດ້ານຄວາມຮັບຜິດຊອບຂອງຄະນະພັກ ບັນດາທິດທາງແຜນການວຽກງານທີ່ກຳນົດໄວ້ໃນແຜນພັດທະນາແມ່ນຄະນະພັກຕ້ອງເປັນຫົວຈັກສຳຄັນໃນການນຳພາ-ຊີ້ນຳເຄື່ອນໄຫວວຽກງານໃນແຕ່ລະດ້ານ, ພ້ອມນີ້ກໍຕ້ອງຮັກສາຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນໃຫ້ມິຄວາມເປັນເອກະພາບສູງ, ຕົກລົງເປັນໝູ່ຄະນະ.
ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຢາມເບິ່ງຫ້ອງການຕາແສງກົກຊາອີກດ້ວຍ.

ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຢາມເບິ່ງຫ້ອງການຕາແສງກົກຊາອີກດ້ວຍ.

