30/07/2026
ຕອນເຊົ້າຂອງວັນທີ 29 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງໃໝ
ໂອກາດນີ້ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງເມືອງຈາກສະຫາຍ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງໃໝ່ ເຊິ່ງສະຫາຍໃຫ້ຮູ້ວ່າ ເສດຖະກິດຂອງເມືອງໄດ້ມີການຂະຫຍາຍຕົວສະເລ່ຍ ໃນລະດັບ 3.72%, ລວມຍອດຜະລິດຕະພັນພາຍໃນ ປະຕິບັດໄດ້ 255.82 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 67.63% ສະເລ່ຍຮັບຕໍ່ຫົວຄົນໄດ້ 400 ໂດລາສະຫະລັດ; ເກັບລາຍຮັບເຂົ້າງົບປະມານຂອງເມືອງ ປະຕິບັດໄດ້ 1,158,550,706 ກີບ ທຽບໃສ່ແຜນການໄດ້ 53.75% ແລະ ຄຸ້ມຄອງ ປະຕິບັດລາຍຈ່າຍໄດ້ທັງໝົດ 03 ຕື້ກວ່າກີບ ເທົ່າກັບ 46.67 % ຂອງແຜນການ; ສາມາດລະດົມທຶນທົ່ວສັງຄົມເພື່ອພັດທະນາຂອງເມືອງໄດ້ 30 ໂຄງການ, ມູນຄ່າ 43,037.76 ຕື້ກີບ ເທົ່າກັບ 48.47% ຂອງແຜນການ, ການລົງທຶນຂອງລັດ (PIP) ໄດ້ຈັດຕັ້ງປະຕິບັດໂຄງການໃໝ່ 1 ໂຄງການ ມູນຄ່າ 45 ລ້ານກີບ ເທົ່າກັບ 0.07% ຂອງແຜນການ; ໄດ້ຮັບແຜນອະນຸມັດງົບປະມານການລົງທຶນຂອງລັດປະຈໍາປີ 2026 ໃນ 15 ໂຄງການ, ມູນຄ່າລວມ 2,565,980,000 ກີບ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ປະຕິບັດໄດ້ 27 ໂຄງການ ມູນຄ່າ 25,597.38 ຕື້ກີບ ລື່ນແຜນ 150.87% ກວມເອົາ 28.83% ຂອງການລົງທຶນລວມ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) ປະຕິບັດໄດ້ 2 ໂຄງການ ມູນຄ່າ 17,389.50 ຕື້ກີບ ລື່ນແຜນ 3 ເທົ່າຕົວ ກວມເອົາ 19.58% ຂອງການລົງທຶນລວມ; ການປ່ອຍສິນເຊື່ອຂອງພາກທະນາຄານ ມູນຄ່າ 5.88 ຕື້ກີບ ເທົ່າກັບ 8.23% ຂອງແຜນການປີ ກວມເອົາ 6.62% ຂອງການລົງທຶນທັງໝົດ.
ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະພັກ, ຄະນະນຳຂອງເມືອ ທີ່ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້, ພ້ອມມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ ຄະນະພັກ, ຄະນະນຳຂອງເມືອງຕ້ອງເປັນຫົວຈັກຫຼັກແຫຼ່ງໃນການນໍາພາ-ຊີ້ນຳ, ຕ້ອງປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ໃຫ້ຄົ້ນຄວ້າຫັນເປັນແຜນງານໂຄງການປະຈຳປີໃຫ້ລະອຽດໃນແຕ່ລະໄລຍະຈັດລຽງວຽກງານທີ່ກຳນົດໄວ້ຢ່າງລະອຽດຈະແຈ້ງກຳນົດມາດຕາການໃນການນຳພາ-ຊີ້ນໍາໃຫ້ມີການປຶກສາຫາລືພາຍໃນຄະນະ, ພ້ອມກັນສູ້ຊົນຈັດຕັ້ງປະຕິບັດໃນການແກ້ໄຂຄວາມທຸກຍາກໃຫ້ຫຼຸດລົງແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການພັດທະນາເສດຖະກິດ-ສັງຄົມຕ້ອງນຳໃຊ້ທ່າແຮງຂອງເມືອງທີ່ມີ ໂດຍສະເພາະການສົ່ງເສີມການຜະລິດ ຊຸກຍູ້ເສດຖະກິດພູມປັນຍາຂອງປະຊາຊົນໃຫ້ກາຍເປັນສິນຄ້າ, ຈັດຕັ້ງເປັນກຸ່ມການຜະລິດລວມໝູ່ເພື່ອໃຫ້ມີຄວາມສາມາດເຂົ້າເຖິງແຫຼ່ງທຶນໄດ້, ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ດືງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດໃໝ່ໃຫ້ມີຄວາມເຂັ້ມແຂງ, ພັດດທະນາແຫຼ່ງທ່ອງທ່ຽວເພື່ອດືງດູດນັກທ່ອງທ່ຽວ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ມີຄວາມຍືນຍົງ; ຕິດຕາມກວດກາເບິ່ງເດັກທີ່ມີເກນອາຍຸເຂົ້າໂຮງຮຽນໃນທົ່ວເມືອງເພື່ອຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າໄດ້ຮຽນໜັງສື, ເອົາໃຈໃສ່ໃນການຕ້ານພະຍາດລະບາດຕາມລະດູການ, ການບໍລິການດ້ານປີ່ນປົວສຸຂະພາບກໍໃຫ້ເອົາໃຈໃສ່; ການສົ່ງເສີມດ້ານຄວາມຮູ້ຄວາມສາມາດໃຫ້ຄົນໄວອອກແຮງງານມີຄວາມຮູ້ຄວາມສາມາດເພື່ອເປັນກຳລັງຫຼັກໃນການຜະລິດ, ເອົາໃຈໃສ່ໃຫ້ມີຄວາມສະຫງົບເພື່ອສ້າງເງື່ອນໄຂໃຫ້ປະຊາຊົນທຳມາຫາກິນ, ຕິດຕາມ, ກວດກາການຄ້າຂາຍສິ່ງຜິດກົດໝາຍ, ແກ້ໄຂບັນຫາຢາເສບຕິດ, ພ້ອມນີ້ກໍໃຫ້ມີສະຕິໃນການບໍລິໂພກຂ່າວສານອອນລາຍຕ່າງໆ; ການກໍ່ສ້າງພັກ-ພະນັກງານກໍຕ້ອງໄດ້ເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສັບຊ້ອນໜ້າທີ່ວຽກງານໃຫ້ສອດຄ່ອງຕາມຄວາມຮູ້ຄວາມສາມາດ, ສຳລັບວຽກງານກວດກາ ຄະນະພັກ, ຄະນະນໍາ ຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງໃນວຽກງານການນຳພາຂອງພັກເປັນກົນໄກການບໍລິຫານໜຶ່ງຂອງການນຳພາຄຸ້ມຄອງບໍລະຫານລັດ, ແຜນການກວດກາຕ້ອງເປັນແຜນຂອງຄະນະປະຈຳພັກເມືອງບໍ່ແມ່ນຂອງຄະນະກວດກາ, ຄະນະກວດກາແມ່ນເຮັດໜ້າທີ່ຕິດຕາມ, ກວດກາຕາມແຜນຂອງຄະນະປະຈຳພັກເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ.

ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກະດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຢາມຫ້ອງການຕາແສງນໍ້າງາອີກດ້ວຍ.

