ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງຂວາ ແຂວງ ຜົ້ງສາລີ
30/07/2026
ຕອນບ່າຍວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຂວາ.


ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ຈາກສະຫາຍ ສອນສະໜຸກ ສີສຸລາດ ກຳມະການພັກແຂວງ ເລຂາພັກເມືອງ ຂວາ ເຊິ່ງສະຫາຍໃຫ້ຮູ້ວ່າການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2026 ແມ່ນການຈັດຕັ້ງຜັນຂະ ຫຍາຍແຜນການ 5 ປີ ຄັ້ງທີ IV(2025-2029) ຂອງເມືອງ ມີ 6 ເປົ້າໝາຍ, ມີ 10 ແຜນງານ 48 ໂຄງການ, ເສດຖະກິດຂອງເມືອງຂະຫຍາຍຕົວ 6%, ລວມຍອດມູນຄ່າຜົນຜະລິດ ບັນລຸ 274ກວ່າຕື້ກີບ, ສະເລ່ຍຕໍ່ຫົວຄົນບັນລຸ 702 ໂດລາສະຫະລັດ; ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານທ້ອງຖິ່ນໄດ້ທັງໝົດ 1.395ກວ່າລ້ານກີບ ເທົ່າກັບ 38,72% ຂອງແຜນການປີ, ລະດົມເງິນຝາກຂອງບັນດາທະນາຄານສາຂາຕ່າງໆ ໄດ້ທັງໝົດ 371 ກວ່າຕື້ກີບ, ກວມ 120,10% ປ່ອຍສິນເຊື່ອໄດ້ທັງໝົດ 21ກວ່າຕື້ກີບ ກວມ 4,20 % ຂອງແຜນການປີ, ໄດ້ຮັບທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ທັງໝົດ 23 ໂຄງການ, ມູນຄ່າທັງໝົດ 450ກວ່າກີບ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 8 ໂຄງການ, ມີທຶນຈົດທະບຽນທັງໝົດ 86ກວ່າຕື້ກີບ, ໃນນີ້: ໂຄງການລົງທຶນຂອງເອກະຊົນພາຍໃນ ມີ 2 ໂຄງການ, ມີທຶນຈົດທະບຽນທັງໝົດ 25ກວ່າຕື້ກີບ ແລະ ໂຄງການລົງທຶນຂອງເອກະຊົນຕ່າງປະເທດ ມີ 6 ໂຄງການ, ມີທຶນຈົດທະບຽນທັງໝົດ 60ກວ້າຕື້ກີບ, ໄດ້ນໍາທຶນເຂົ້າມາຈັດຕັ້ງປະຕິບັດ ມີທັງໝົດ 8 ໂຄງການ, ເປັນມູນຄ່າທັງໝົດ 42ກວ່າຕື້ກີບ.
ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກ-ຄະນະນຳຂອງເມືອງທີ່ໄດ້ມີຜົນສຳເລັດຫຼາຍດ້ານພ້ອມທັງມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກ ຄະນະນໍາຂອງເມືອງໃສ່ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງຕິດພັນກັບຄາດໝາຍສູ້ຊົນຂອງແຂວງຂອງເມືອງ, ເພີ່ມທະວີໃນການສ້າງການຫັນປ່ຽນເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ; ຫັນເອົາຄາດໝາຍສູ້ຊົນມາເປັນແຜນການແຜນງານອັນລະອຽດເພື່ອເປັນບ່ອນອີງໃນການຈັດຕັ້ງຕົວຈິງ,ສືບຕໍ່ເອົາໃຈໃສ່ໃນການພັດທະນາເສດຖະກິດ,ສົ່ງເສີມເສດຖະກິດພູມປັນຍາຂອງປະຊາຊົນ, ສົ່ງເສີມໃຫ້ປະປະຊາຊົນມີວຽກເຮັດງານທຳເພື່ອສ້າງລາຍຮັບເປັນຕົ້ນແມ່ນການປູກ, ການລ້ຽງ, ດືງດູດການລົງທຶນຂອງພາຍໃນ, ຕ່າງປະເທດ, ສ້າງຖານລາຍຮັບໃໝ່ດ້ວຍການສົ່ງເສີມການລົງທຶນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ລູກຫຼານໄດ້ຮັບການສຶກສາເພາະການສຶກສາກໍເປັນໜຶ່ງໃນເງື່ອນໄຂແກ້ໄຂຄວາມທຸກຍາກ; ຊຸກຍູ້ສົ່ງເສີມແຮງງານດິບໃຫ້ກາຍເປັນແຮງງານທີ່ມີຄວາມຮູ້ຄວາມສາມາດ; ການກໍ່ສ້າງພັກ-ພະນັກງານກໍຕ້ອງໄດ້ເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສັບຊ້ອນໜ້າທີ່ວຽກງານໃຫ້ສອດຄ່ອງຕາມຄວາມຮູ້ຄວາມສາມາດ, ສຳລັບວຽກງານກວດກາ ຄະນະພັກ, ຄະນະນໍາ ຕ້ອງເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານກວດກາ, ເພາະວຽກງານກວດກາແມ່ນໜຶ່ງໃນວຽກງານການນຳພາຂອງພັກເປັນກົນໄກການບໍລິຫານໜຶ່ງຂອງການນຳພາຄຸ້ມຄອງບໍລະຫານລັດ, ແຜນການກວດກາຕ້ອງເປັນແຜນຂອງຄະນະປະຈຳພັກເມືອງບໍ່ແມ່ນຂອງຄະນະກວດກາ, ຄະນະກວດກາແມ່ນເຮັດໜ້າທີ່ຕິດຕາມ, ກວດກາຕາມແຜນຂອງຄະນະປະຈຳພັກເມືອງ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງ.
ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຊົມເທດສະບານເມືອງ, ຂົວອູ່ ແລະ ຫ້ອງການຕາແສງຈອມຕານອີກດ້ວຍ. 


ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນໍາໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄດ້ໄປຢ້ຽມຊົມເທດສະບານເມືອງ, ຂົວອູ່ ແລະ ຫ້ອງການຕາແສງຈອມຕານອີກດ້ວຍ. 



