ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສຳພັນ ແຂວງ ຜົ້ງສາລີ

29/07/2026

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ເມືອງສຳພັນ ແຂວງ ຜົ້ງສາລີ

ຕອນເຊົ້າວັນທີ 28 ກໍລະກົດ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງສຳພັນ.ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ຈາກສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ ສຳພັນ ເຊິ່ງສະຫາຍໃຫ້ຮູ້ວ່າ ລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍຕົວ ເພີ່ມຂຶ້ນ 3.43% ( ແຜນການປີ 5.55%); ສາມາດສ້າງມູນຄ່າເພີ່ມໃນປັດຈຸບັນໄດ້ 177.22 ຕື້ກີບ ເທົ່າກັບ 57.64% ຂອງແຜນການປີ, ສະເລ່ຍຕໍໍ່ຫົວຄົນ ໄດ້ປະມານ 6,320,000 ກີບ ຫຼື ເທົ່າກັບ 301.15 ໂດລາສະຫະລັດ, ທົ່ວເມືອງມີບ້ານພົ້ນທຸກ 09 ບ້ານ ເທົ່າກັບ 14.52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19.46%, ພົນລະເມືອງທຸກຍາກຍັງກວມເອົາ 83.47% ຂອງຈໍານວນພົນລະເມືອງໃນທົ່ວເມືອງ. ມີບ້ານພັດທະນາ 2 ບ້ານ, ປະກາດບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ.

ພາຍຫຼັງໄດ້ຮັບຟັງການລາຍງານ ສະຫາຍ ວັນໄຊ ພອງສະຫວັນ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຊິ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກ ຄະນະນຳຂອງເມືອງເອົາໃຈໃສ່ໃນການເຄື່ອນໄຫວວຽກງານໃນແຕ່ລະຂະແໜງການແມ່ນໃຫ້ຫັນເປັນແຜນງານລະອຽດໃນການເຄື່ອນໄຫວວຽກງານ ຂອງເມືອງພ້ອມຕິດຕາມ, ກວດກາໃນແຕ່ລະໄລຍະເພື່ອເຮັດໃຫ້ການເຄື່ອນໄຫວໄປຕາມແຜນການທີ່ວາງໄວ້,ໃຫ້ມີການປຶກສາຫາລືກັນໃນແຕ່ລະຂະແໜງການ, ຈັດສັນທີ່ດິນໃຫ້ປະຊາຊົນເພື່ອໃຫ້ມີພື້ນທີ່ຜະລິດໃຫ້ຫຼາຍຂຶ້ນ, ຕິດພັນກັບການປຸງແຕ່ງເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ກຸ້ມກິນ, ເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດ, ສິ່ງແວດລ້ອມ, ດືງດູດການລົງທຶນດ້ວຍທ່າແຮງຂອງເມືອງທີ່ມີ; ສົ່ງເສີມລູກຫຼານໃຫ້ໄດ້ຮຽນໜັງສືເພື່ອເປັນກໍາລັງແຮງໃນການແກ້ໄຂຄວາມທຸກຍາກ, ຄູອາຈານກໍຕ້ອງໄດ້ເອົາໃຈໃສ່ໃນການສິດສອນ, ສຳລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກຍຸດທະສາດທີ່ສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາໂດຍສະເພາະບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ກົນອຸບາຍຕ່າງໆຂອງອິດທິກຳລັງປໍລະປັກ; ວຽກງານກໍ່ສ້າງພັກ-ພະນັກງານ ຕ້ອງຍົກສູງຄຸນນະພາບຂອງການຈັດຕັ້ງພັກ, ການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆຂອງພັກ, ການຂະຫຍາຍພັກ, ຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ-ພະນັກງານ, ການເຄື່ອນໄຫວວຽກງານລວມແມ່ນຍຶດຖືຜົນປະໂຫຍດສ່ວນລວມເປັນຫຼັກ ຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແມ່ນເປັນເຄື່ອງມືໜຶ່ງໃນການນໍາພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນຜົນໃນແຕ່ລະໄລຍະ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງໃນການເຄື່ອນໄຫວວຽກງານຕ່າງໆ,ກວດກາການຜັນຂະຫຍາຍມະຕິ, ຄຳສັ່ງ, ການສ້າງແຜນ, ການຈັດຕັ້ງປະຕິບັດແຜນ, ການປະເມີນແຜນ ກວດເຫັນອັນດີກະຕ້ອງໄດ້ຊຸກຍູ້ສົ່ງເສີມ ໂຄສະນາເຜີຍແຜ່, ຖ້າມີດ້ານອ່ອນກໍ່ຕ້ອງໄດ້ປັບປຸງປ່ຽນແປງ, ບັນດາສະຫາຍຄະນະພັກ, ຄະນະນຳຂອງເມືອງ ຕ້ອງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເປັນກຳລັງແຮງເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນວຽກງານຕ່າງໆໃນທົ່ວເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາແຕ່ລະຂະແໜງການຢ່າງແທດເຖິງຕົວຈິງ.
ໂອກາດດຽວກັນນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50.000.000 ກີບ, ຄອມພິວເຕີ ແລະ ປີ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກະດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100.000.000 ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທດສະບານເມືອງອີກດ້ວຍ.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)