28/07/2026
ຕອນບ່າຍວັນທີ 27 ກໍລະກົດ 2026 ນີ້ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງ ຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງຍອດອູ 
ໂອກາດນີ້ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີຂອງເມືອງຈາກສະຫາຍ ສົມຫວັງ ສຸມວິໄລ ເລຂາພັກເມືອງ ຍອດອູ ເຊິ່ງສະຫາຍໃຫ້ຮູ້ວ່າເມືອງຍອດອູ ເປັນເມືອງທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ ຫ່າງຈາກເທດສະບານແຂວງ 93 ກິໂລແມັດ ຊຶ່ງມີເນື້ອທີ່ທັງໝົດ 3.105,59 ກິໂລຕາແມັດ, ເນື້ອທີ່ 97% ເປັນພູດອຍ, ເນື້ອທີ່ປ່າໄມ້ປົກ ຫຸ້ມ 65%, ມີຊາຍແດນຕິດກັບເມືອງຫຼ້າ ແລະ ເມືອງຈ່ຽງເຊີນ ສປ ຈີນ ມີຄວາມຍາວ 151 ກິໂລແມັດ, ຕິດ ກັບ ເມືອງແຍ້ ສສ ຫວຽດນາມ 52,2 ກິໂລແມັດ, ມີດ່ານສາກົນ 1 ແຫ່ງ, ດ່ານປະເພນີ 2 ແຫ່ງ, ມີ 8 ກຸ່ມ 73 ບ້ານ, ມີພົນລະເມືອງ 34.596 ຄົນ ຍິງ 16.931 ຄົນ, ຄວາມໜາແໜ້ນຂອງພົນລະເມືອງ 10 ຄົນຕໍ່ກິ ໂລຕາແມັດ, ປະກອບມີ 10 ຊົນເຜົ່າເຊັ່ນ: ເຜົ່າລື້, ອີວມຽນ, ຫໍ້, ອາຄາ, ສີດາ, ໂລໂລໂພ, ໄທເໜືອ, ຢັ້ງ, ຮາຢີ ແລະ ພູນ້ອຍ; ຄະນະບໍລິຫານ ງານພັກເມືອງ ໄດ້ແບ່ງຄວາມຮັບຜິດຊອບພາຍໃນ, ກຳນົດແຜນດຳເນີນງານ ແລະ ລະບອບແບບແຜນວິທີ ເຮັດວຽກ ຢ່າງລະອຽດຈະແຈ້ງ ໂດຍໄດ້ກຳນົດ ແລະ ສຸມໃສຈັດຕັ້ງປະຕິບັດ 9 ບັນຫາ, 5 ທ່າແຮງ, 7 ແລວພັດທະນາ, 4 ທາງອອກ ແລະ 10 ແຜນງານ 36 ໂຄງການຕິດພັນກັບການຫັນລົງກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ຕິດພັນກັບການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ໂດຍສຸມໃສ 18 ບ້ານເປົ້າໝາຍ ຂອງເມືອງ. ໃນ 06 ເດືອນຕົ້ນປີ 2026 ເສດຖະກິດຍັງສືບຕໍ່ຂະຫຍາຍຕົວໃນທາງທີ່ດີ ສະແດງອອກລວມຍອດມູນຄ່າຜົນຜະລິດພາຍໃນເມືອງ ສາມາດບັນລຸໄດ້ 707.88 ຕື້ກີບ, ທຽບໃສ່ແຜນການປະຕິບັດໄດ້ 73.09 %, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 20.47 ລ້ານກີບ. ສາມາດປະຕິບັດລາຍຮັບໄດ້ທັງໝົດ 5,926.19 ລ້ານກີບໃນນີ້: ລາຍຮັບທ້ອງຖີ່ນປະຕິບັດໄດ້ 3,176.76 ລ້ານກີບທຽບໃສ່ໄລຍະດຽວປີຜ່ານມາເທົ່າກັບ 143.27%, ທຽບໃສ່ແຜນການປີປະຕິບັດໄດ້ 62.52%(ແຜນການ 5,081.06 ລ້ານກີບ) ແລະ ລາຍຮັບດຸ່ນດ່ຽງຈາກ ແຂວງ 2,749.42 ລ້ານກີບ, ສາມາດ ຈັດຕັ້ງປະຕິບັດໂຄງການ ລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 38 ໂຄງການ, ມູນຄ່າການລົງທຶນລວມ 3,190.98 ຕື້ກີບ, ໄດ້ລົງທຶນເຂົ້າແຕ່ລະຂະແໜງການລາຍລະອຽດຄື: ຂະແໜງກະສິກຳ ແລະ ປ່າໄມ້ມີ 27 ໂຄງການ, ມູນຄ່າການລົງທຶນ 63.34 ຕື້ກີບ, ຂະແໜງອຸດສາຫະກຳ ແລະ ການຄ້າມີ 11 ໂຄງການ, ມູນຄ່າການລົງທຶນ 3,127.64 ຕື້ກີບ, ທົ່ວເມືອງຈຳນວນບ້ານທີ່ມີເສັ້ນທາງເຂົ້າເຖີງມີ 73 ບ້ານ ກວມ ເອົາ 100%, ທາງທຽວໄດ້ 2 ລະດູມີ 50 ບ້ານ ກວມເອົາ 68.49% ຂອງບ້ານທົ່ວເມືອງ, ທາງທ່ຽວໄດ້ ລະດູດຽວມີ 23 ບ້ານ ກວມເອົາ 32%; ຂອງບ້ານທົ່ວເມືອງ, ວຽກງານນໍ້າປະປາ ຈໍານວນບ້ານທີ່ຊົມໃຊ້ນໍ້າ ປະປາມີ 7 ບ້ານ.



