ກອງປະຊຸມສໍາມະນາ ຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ

18/07/2026

ກອງປະຊຸມສໍາມະນາ ຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ

ໃນການສຶກສາຄົ້ນຄວ້ານິຕິກໍາທີ່ກ່ຽວຂ້ອງກັບວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ລະຫວ່າງວັນທີ 06-07 ກໍລະກົດ 2026, ອົງການກວດກາແຫ່ງລັດ ໄດ້ຮ່ວມກັບ ອົງການອ໋ອກຟາມ ປະຈໍາ ສປປ ລາວ ຈັດກອງປະຊຸມສໍາມະນາ ການຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ໃນການສຶກສາຄົ້ນຄວ້ານິຕິກໍາທີ່ກ່ຽວຂ້ອງກັບວຽກງານກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ທີ່ ຫ້ອງປະຊຸມ ໂຮງແຮມ ທະວີສຸກ ໄອແລນ ເມືອງ ວັງວຽງ, ແຂວງ ວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ຮອງປະທານ ອົງການກວດກາແຫ່ງລັດ, ຫົວໜ້າຄະນະຄຸ້ມຄອງໂຄງການ, ມີພະນັກງານຈາກອົງການກວດກາແຫ່ງລັດ, ກະຊວງການຕ່າງປະເທດ, ອົງການກວດກາລັດ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ, ແຂວງ ໄຊຍະບູລີ, ເມືອງ-ນະຄອນເປົ້າໝາຍຂອງໂຄງການ, ພະນັກງານອົງການອ໋ອກຟາມ ປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງທາງສັງຄົມຈໍານວນໜຶ່ງ ເຂົ້າຮ່ວມທັງໝົດ 51 ທ່ານ, ຍິງ 13 ທ່ານ.
ໃນກອງປະຊຸມ ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງກອງປະຊຸມສໍາມະນາ ຈັດຕັ້ງປະຕິບັດໂຄງການສົ່ງເສີມຄວາມເຂັ້ມແຂງວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫຼວງ ໃນຄັ້ງນີ້ເປັນການປະຕິບັດ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ອົງການກວດກາແຫ່ງລັດ ແລະ ອົງການອ໋ອມຟາມ ປະຈໍາ ສປປ ລາວ ເປັນບາດກ້າວທີ່ສໍາຄັນ ໃນການຊ່ວຍຊຸກຍູ້ໃຫ້, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງການປັບປຸງ ດຳລັດ 159/ລບ, ລົງວັນທີ 13 ພຶດສະພາ 2013 ວ່າດ້ວຍການແຈ້ງຊັບສິນ ເປັນລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການແຈ້ງຊັບສິນ ໃຫ້ມີເນື້ອໃນຄົບຖ້ວນຂຶ້ນຕື່ມ ເຊິ່ງເປັນນິຕິກໍາທີ່ສໍາຄັນ ແລະ ຢູ່ໃນໜຶ່ງນິຕິກໍາທີ່ເປັນຍຸດທະສາດໃນການປັບປຸງນິຕິກໍາ ຂອງອົງການກວດກາແຫ່ງລັດ. ຈາກນັ້ນ ທ່ານ ພັນມະຫາ ສິລິພົນເດດ ຫົວໜ້າພະແນກ, ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ ໄດ້ຂຶ້ນຜ່ານຮ່າງການປັບປຸງ ດຳລັດ 159/ລບ, ລົງວັນທີ 13 ພຶດສະພາ 2013 ວ່າດ້ວຍການແຈ້ງຊັບສິນ ເປັນລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການແຈ້ງຊັບສິນ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຂັ້ນສູນກາງ ແລະ ຂັ້ນແຂວງເປົ້າໝາຍ ໄດ້ມີສ່ວນຮ່ວມຢ່າງສ້າງສັນ ໃນການປະກອບຄໍາຄິດເຫັນ ເຂົ້າໃສ່ແຕ່ລະໝວດ ແລະ ແຕ່ລະມາດຕາ ເພື່ອເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນ, ສອດຄ່ອງ ແລະ ເໝາະສົມກັບສະພາບການນໍາໃຊ້ໃນທາງປະຕິບັດຕົວຈິງ. ຕໍ່ຈາກນັ້ນ ທ່ານ ຄໍາພີ ຄໍາມະວົງ ຫົວໜ້າແຜນງານ ພັດທະນາສັງຄົມ ອົງການອ໋ອກຟາມ ປະຈໍາ ສປປ ລາວ ພ້ອມດ້ວຍທີມງານ ໄດ້ຂຶ້ນນໍາສະເໜີ ກ່ຽວກັບການຈັດຕັ້ງປະຕິບັດໂຄງການ ແລະ ການສ້າງແຜນລະອຽດແຕ່ລະກິດຈະກໍາ, ວິທີການ ກ່ຽວກັບການບໍລິຫານໂຄງການ ແລະ ການເງິນ, ຫຼັກການຈັດຊື້ຈັດຈ້າງ ພ້ອມທັງລະບົບການລາຍງານ ໃຫ້ສອດຄອງ ແລະ ເປັນໄປຕາມຂໍ້ກໍານົດຂອງຜູ້ໃຫ້ທຶນ.
ຕອນທ້າຍກອງປະຊຸມ ທ່ານ ສຸພາວົງ ວັນທານຸວົງ ຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ, ຮອງຫົວໜ້າຄະນະປະສານງານ ແລະ ຄຸ້ມຄອງໂຄງການ ໄດ້ມີຄໍາເຫັນເນັ້ນ ຄະນະປະສານງານຄຸ້ມຄອງໂຄງການ ແລະ ແຂວງເປົ້າໝາຍ ພ້ອມຜູ້ເຂົ້າຮ່ວມ ຈົ່ງນໍາເອົາເນື້ອໃນຂອງກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍກ່ຽວກັບການຈັດຕັ້ງປະຕິບັດໂຄງການ, ການສ້າງແຜນກິດຈະກໍາ ແລະ ນະໂຍບາຍຕ່າງໆ ຕ້ອງໃຫ້ສອດຄ່ອງ ແລະ ເປັນໄປຕາມຂໍ້ກໍານົດຂອງຜູ້ໃຫ້ທຶນ.
ຂຽນຂ່າວໂດຍ: ທ່ານ ວັນຄານ ລັດຊະວົງ (ກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ).

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)