ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈຳພັກ 5 ສະຫາຍຄື: ສະຫາຍ ວັນໄຊ ພອງສະຫວັນ, ສະຫາຍ ຄຳໄຫຼ ສີປະເສີດ, ສະຫາຍ ນາງ ປິ່ງຄຳ ລາຊະສິມມາ, ສະຫາຍ ສຸກຄຳເພັດ ເຮືອງບຸດສີ ແລະ ສະຫາຍ ຄຳສຸກ ອອຍຍະວົງ; ເລືອກເອົາເລຂາ, ຮອງເລຂາ ຄະນະບໍລິຫານງານພັກຄື: ສະຫາຍ ວັນໄຊ ພອງສະຫວັນ ເປັນເລຂາຄະນະພັກ; ສະຫາຍ ຄໍາໄຫຼ ສີປະເສີດ ເປັນຮອງເລຂາຄະນະພັກ; ເລືອກເອົາປະທານ ແລະ ຮອງປະທານຄະນະກວດກາພັກຄື: ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ເປັນປະທານຄະນະກວດກາພັກ; ສະຫາຍ ອັອດສຸລິເດດ ໄຊສີທອນ, ສະຫາຍ ໄພວັນ ພົມມະແສງ, ສະຫາຍ ວົງສະຫວັນ ກັນຫາລີຄຳ ແລະ ສະຫາຍ ນາງ ເກດມະນີ ຈຸນລະມະນີ ເປັນຮອງປະທານຄະນະກວດກາພັກ ຄະນະກວດກາສູນກາງພັກ. ກອງປະຊຸມຍັງໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກຄະນະກວດກາສູນກາງພັກ.
ໂອກາດນີ້ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ໃຫ້ກຽດມີຄຳເຫັນໂອລົມຕໍ່ກອງປະຊຸມ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຊຸດເກົ່າ ທີ່ຍາດມາໄດ້ ແລະ ເນັ້ນຕໍ່ກອງປະຊຸມຄື:


ໜຶ່ງ: ຄະນະພັກ, ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງສູນກາງ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນກ່ວາເວລາໃດໝົດ, ເປັນເຈົ້າການນໍາພາສຶກສາອົບຮົມການເມືອງ, ນໍາພາແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເຊື່ອມຊຶມ, ກຳແໜ້ນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ 3 ຂອງພັກ, ກົດລະບຽບຂອງພັກ ສະໄໝທີ XII, ກໍຄືບັນດາມະຕິຂອງສູນກາງພັກ ໃຫ້ເລິກເຊິ່ງ; ສ້າງພະນັກງານກວດກາ ໃຫ້ມີທັດສະນະຫຼັກໝັ້ນການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຊື່ສັດບໍລິສຸດ, ມີຈັນຍາບັນ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ໂປ່ງໃສ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ.
ສອງ: ການຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ທີ່ຫາກໍສໍາເລັດ ແລະ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ, ມະຕິ, ຄໍາສັ່ງ, ກົນໄກ, ລະບອບລະບຽບການລະອຽດ ຂອງຄະນະກວດກາໂດຍໄວ, ພວກສະຫາຍ ຕ້ອງຄົ້ນຄວ້າ “ປົດລ໋ອກ” ຂອດຂັ້ນ ຂອງການກວດກາ ທີ່ຊໍາເຮື້ອແກ່ຍາວເວລາ ແລະ ແກ້ໄຂຜົນຂອງການກວດກາໃຫ້ເຂັ້ມງວດ, ເດັດຂາດ ແລະ ເປັນຮູບປະທໍາ.
ໃນສະເພາະໜ້ານີ້, ໃຫ້ຮີບຮ້ອນປັບປຸງ ແລະ ສ້າງນິຕິກຳທີ່ຈຳເປັນ ເປັນຕົ້ນ ຄຳສັ່ງ, ຄຳແນະນຳ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີການມີສ່ວນຮ່ວມ ຂອງອົງການແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ ເຂົ້າໃນວຽກງານກວດກາພັກ-ລັດ ໃນໄລຍະໃໝ່; ຄໍາສັ່ງ, ແນະນໍາ ຂອງຄະນະເລຂາທິການສູນກາງພັກ ກ່ຽວກັບ ການຜັນຂະຫຍາຍ ມະຕິ ຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂ ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປາກົດການຫຍໍ້ທໍ້, ການຟູມເຟືອຍ ໃນກົງຈັກການຈັດ ຕັ້ງພັກ-ລັດ ແລະ ສັງຄົມ ເພື່ອເປັນບ່ອນອີງໃຫ້ຄະນະພັກ, ຄະນະກວດກາແຕ່ລະຂັ້ນຈັດຕັ້ງປະຕິບັດ.
ສາມ: ເພີ່ມທະວີການຕິດຕາມ, ກວດກາພາຍໃນພັກ, ກວດກາການຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ກວດກາການປະຕິບັດຫຼັກການນຳພາຂອງພັກ, ຂອງຄະນະພັກແຕ່ລະຂັ້ນ, ການຈັດຕັ້ງປະຕິບັດກົດລະບຽບຂອງພັກ ແລະ ຂໍ້ຫ້າມຂອງສະມາຊິກພັກ ໃຫ້ເປັນປົກກະຕິຕໍ່ເນື່ອງ, ຖືກເອົາວຽກງານຕິດຕາມ, ກວດກາ ເປັນການສະກັດກັ້ນ ເພື່ອບໍ່ໃຫ້ເກີດຄວາມຜິດພາດແຕ່ຫົວທີ.
ສີ່: ຕ້ອງເພີ່ມປະສິດທິພາບ ແລະ ຄວາມສັກສິດ ຂອງວຽກງານກວດກາ, ປັບປຸງຮູບການ ແລະ ວິທີການກວດກາ ໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ, ສືບຕໍ່ກວດກາ ບັນດາເປົ້າໝາຍທີ່ພວມປະຕິບັດ ຍັງບໍ່ທັນສໍາເລັດ ໃຫ້ສໍາເລັດ ແລະ ໃຫ້ດໍາເນີນການກວດກາເປົ້າໝາຍໃໝ່ ທີ່ສັງຄົມພວມເລັ່ງທວງ ໂດຍຖືເອົາການຕິດຕາມ, ກວດກາປົກກະຕິ ດ້ານພັກ-ດ້ານລັດ ເລີ່ມແຕ່ຫົວທີ່ເປັນຕົ້ນຕໍ; ເອົາການກວດກາຕາມຄໍາສັ່ງ ແລະ ກວດກາຕາມເຫດ ການຂໍ້ມູນເບາະແສທີ່ສະທ້ອນຈາກສັງຄົມ. ສົມທົບການກວດກາລະບຽບວິໄນຂອງພັກ ກັບການກວດກາວຽກງານຄຸ້ມຄອງລັດ, ຕ້ານການສໍ້ລາດບັງຫຼວງ; ເອົາໃຈໃສ່ຕິດຕາມ, ກວດກາຂົງເຂດທີ່ມີຄວາມສ່ຽງ, ກວດກາການນຳໃຊ້ງົບປະມານ, ກວດກາການຄຸ້ມຄອງ ນໍາໃຊ້ຊັບພະຍາກອນປ່າໄມ້, ບໍ່ແຮ່ ທີ່ສັງຄົມພວມວິພາກວິຈານ ແລະ ມີຄວາມເປັນຫ່ວງຂອງການບົກແຫ້ງ, ສູນເສຍຊັບສິນຂອງລັດ ບັນຫານີ້ຕ້ອງແກ້ໃຫ້ໄດ້ ແລະ ຜູ້ລະເມີດຕ້ອງເດັດຂາດປະຕິບັດມາດຕະການທາງກົດໝາຍໃຫ້ເຂັ້ມງວດ.
ຫ້າ: ການກວດກາທຸກເປົ້າໝາຍ ຕ້ອງພາວະວິໄສ, ຮອບຄອບ, ເລິກເຊິ່ງ, ຂໍ້ມູນຕ້ອງຊັດເຈນ ແລະ ບໍ່ແກ່ຍາວເວລາ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ຍຸຕິທຳ; ການຕິດຕາມ, ກວດກາ ຕ້ອງໃຫ້ເຫັນທັງ 2 ດ້ານ, ຊອກໃຫ້ເຫັນດ້ານດີ, ຕົວແບບດີເດັ່ນ ເພື່ອສົ່ງເສີມ, ເຫັນດ້ານອ່ອນຂໍ້ຄົງຄ້າງເພື່ອແນະນຳໃຫ້ປັບປຸງປ່ຽນແປງແກ້ໄຂ, ຖ້າມີການລະ ເມີດກົດໝາຍ, ລະບຽບການຂອງລັດ ກໍ່ປະຕິບັດມາດຕະການທາງດ້ານກົດໝາຍໃຫ້ເດັດ ຂາດ, ເຂັ້ມງວດ ໂດຍບໍ່ມີເຂດຫວງຫ້າມ ແລະ ຂໍ້ຍົກເວັ້ນໃດໆ. ໃນສະພາບປັດຈຸບັນ ແມ່ນມີຄວາມສໍາຄັນ ແລະ ມີຄວາມຈໍາເປັນຍິ່ງກວ່າເວລາໃດໝົດ ທີ່ຄະນະພັກ, ຄະນະກຳມະການປົກຄອງທຸກຂັ້ນ ແລະ ທຸກການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ຕະຫຼອດຮອດສະ ມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ຕ້ອງເອົາໃຈໃສ່ເປັນເຈົ້າການ ເຂົ້າຮ່ວມວຽກງານນີ້ຢ່າງກວ້າງຂວາງ, ທົ່ວເຖິງ ເພື່ອເຮັດໃຫ້ວຽກງານຕິດຕາມ, ກວດກາ, ຕ້ານການສໍ້ລາດບັງຫຼວງກາຍເປັນໜ້າທີ່ ຂອງທຸກພາກສ່ວນທົ່ວສັງຄົມ.
ຫົກ: ເພີ່ມທະວີຄວາມຮັບຜິດຊອບ ຕິດຕາມ, ຊຸກຍູ້, ແນະນຳຄະນະພັກທຸກຂັ້ນ ຕໍ່ການແກ້ໄຂຜົນຂອງການກວດກາໃຫ້ທັນການ, ເຂັ້ມງວດ, ຖືກຕ້ອງຕາມກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ຜ່ານມາພວກສະຫາຍກໍ່ໄດ້ກວດກາ ແລະ ເຫັນບັນຫາຫຼາຍ ແຕ່ວ່າການແກ້ໄຂຜົນຂອງການກວດກາເຮັດໄດ້ໜ້ອຍ, ບໍ່ກ້າເວົ້າກັນ , ຈົ່ງຈຽມກັນ, ຜ່ອນສັ້ນຜ່ອນຍາວໃຫ້ກັນເກີນໄປ ໂດຍບໍ່ຄຳນຶງເຖິງລະບຽບກົດໝາຍ, ສຸດທ້າຍການກວດກາກໍ່ບໍ່ມີຄວາມໝາຍ ເຮັດໃຫ້ສັງຄົມຈົ່ມວ່າໃຫ້ພວກເຮົາວ່າ: ພັກ-ລັດເຮົາ ບໍ່ເດັດຂາດ, ບໍ່ກ້າຫານຕໍ່ສູ້ກັບສິ່ງບໍ່ຖືກຕ້ອງ; ບັນຫາດັ່ງກ່າວໃນຕໍ່ໄປນີ້ ພວກສະຫາຍຕ້ອງແກ້ໄຂໃຫ້ໄດ້ແທ້ໆ ເພື່ອສ້າງຊັດທາ ແລະ ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນຳພາຂອງພັກ-ລັດເຮົາ.
ເຈັດ: ເອົາໃຈໃສ່ປະສານສົມທົບກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ເປັນລະບົບກົມກຽວ, ລົ່ງລຽນ ເປັນຕົ້ນແມ່ນ ອົງການກວດກາ ກັບ ອົງການກວດສອບແຫ່ງລັດ; ໄອຍະການ ແລະ ສານ ກ່ຽວກັບການຄຸ້ມຄອງຂອງກາງຄະດີ ທີ່ບໍ່ທັນສິ້ນສຸດ ຍັງບໍ່ທັນເປັນລະບົບ, ລະບຽບ, ຫຼາຍພາກສ່ວນຄຸ້ມຄອງ, ຈຳນວນໜຶ່ງຕົກເຮ່ຍເສຍຫາຍ, ເສື່ອມຄຸນນະ ພາບ ແລະ ອື່ນໆ; ການຕັດສິນຄະດີຕ່າງໆໃຫ້ວ່ອງໄວ, ທັນສະພາບການ, ຖືກຕ້ອງຕາມກົດໝາຍ ແລະ ຖືກຕ້ອງຕາມຄວາມເປັນຈິງ ເພື່ອໃຫ້ເກີດຄວາມຍຸຕິທຳໃນສັງຄົມ. ປັດຈຸບັນນີ້ ຕາມທີ່ຂ້າພະເຈົ້າ ໄດ້ຮັບການລາຍງານ ຄະດີຕ່າງໆທີ່ຍັງຄ້າງຢູ່ໄອຍະການ, ຢູ່ສານ ຍັງຫຼາຍ.
ແປດ: ສືບຕໍ່ເພີ່ມທະວີປັບປຸງການຈັດຕັ້ງຂອງຄະນະກວດກາແຕ່ລະຂັ້ນ ໃຫ້ເຂັ້ມ ແຂງ, ສາມາດເປັນເສນາທິການທີ່ແຂງແຮງ, ໜັກແໜ້ນໃນວຽກງານກວດກາໃຫ້ຄະນະພັກຂັ້ນຕົນ. ສ້າງຖັນແຖວພະນັກງານກວດກາໃຫ້ມີ 4 ຄຸນລັກສະນະດັ່ງນີ້: “ ມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊືື່, ມືສະອາດ ”.
- ສາຍຕາແຫຼມຄົມ: ພະນັກງານກວດກາ ຕ້ອງມີວິໄສທັດ ແລະ ຄວາມຮູ້ຄວາມສາມາດ ເບິ່ງບັນຫາຢ່າງພາວະວິໃສ, ຮູ້ຈັກວິເຄາະວິໃຈ, ຈຳແນກໄດ້ອັນຖືກອັນຜິດ ແລະ ເຫັນໄດ້ເລ່ຫຼ່ຽມຂອງການສໍ້ລາດບັງຫຼວງ.
- ຫູໄວ: ພະນັກງານກວດກາ ຕ້ອງເອົາໃຈໃສ່ເກາະຕິດຂໍ້ມູນ, ຮັບຟັງຫາງສຽງ, ຮັບຮູ້ຂໍ້ມູນຂ່າວສານໄດ້ວ່ອງໄວ, ເກັບກຳຫາງສຽງສັງຄົມໄດ້ທັນການ, ບໍ່ເມີນເສີຍຟັງຄວາມທຸກຮ້ອນ ແລະ ເບາະແສການກະທຳຜິດ.
- ໃຈສັດຊື່: ພະນັກງານກວດກາ ຕ້ອງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຍຶດໝັ້ນໃນຄວາມຖືກຕ້ອງ, ບໍ່ຫວັ່ນໄຫວຕໍ່ການຂົ່ມຂູ່, ບໍ່ເຫັນແກ່ຜົນປະໂຫຍດສ່ວນຕົວ ຫຼື ພັກພວກ.
- ມືສະອາດ: ພະນັກງານກວດກາ ຕ້ອງສັດຊື່ບໍລິສຸດ, ໂປ່ງໃສ, ບໍ່ຮັບສິນບົນ, ບໍ່ພົວພັນກັບຜົນປະໂຫຍດທັບຊ້ອນ ຈຶ່ງຈະສາມາດໄປກວດຜູູ້ອື່ນໄດ້.
ເກົ້າ: ເພີ່ມທະວີການປັບປຸງ, ກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ການຂະຫຍາຍພັກຕ້ອງຖືເອົາຄຸນນະພາບ ເປັນກົກ; ຈັດຕັ້ງຮໍ່າຮຽນກົດລະບຽບຂອງພັກ ສະໄໝທີ XII ແລະ ຄວາມຮູ້ພື້ນຖານກ່ຽວກັບພັກໃຫ້ສະມາຊິກພັກໃໝ່ຢູ່ເລື້ອຍໆ, ຍົກສູງຄວາມເປັນແບບຢ່າງຂອງຄະນະພັກ ແລະ ສະມາຊິກພັກ; ເດັດດ່ຽວແກ້ໄຂສະມາຊິກພັກ ຜູ້ທີ່ຝ່າຝືນກົດລະບຽບຂອງພັກ, ກົດໝາຍ ແລະ ລະ ບຽບການຂອງລັດ; ພ້ອມນັ້ນ ກໍ່ເດັດດ່ຽວປ້ອງກັນ ຜູ້ທີ່ຖືກໃສ່ຮ້າຍ, ຖືກນາບຂູ່ ໂດຍທີ່ບໍ່ມີມູນຄວາມຈິງ ເພື່ອບໍ່ໃຫ້ພະນັກງານທໍ້ຖອຍເສຍກໍາລັງໃຈ.
- ສືບຕໍ່ຊຸກຍູ້ ບັນດາອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ, ປຸກລະດົມສະມາຊິກ ຂອງແຕ່ລະອົງການ ໃຫ້ເຂົ້າຮ່ວມຂະບວນການຕ່າງໆ ເປັນຕົ້ນແມ່ນ ຂະບວນການແຂ່ງຂັນ" ຮັກຊາດ ແລະ ພັດທະນາ” ກໍ່ຄືຂໍ້ແຂ່ງຂັນຕ່າງໆ ທີ່ອົງການຈັດຕັ້ງຂອງຕົນວາງອອກ.
- ປັບປຸງຂອດການຄຸ້ມຄອງບໍລິຫານ ໃຫ້ວ່ອງໄວ-ແທດເຖິງ ແລະ ຫັນເປັນທັນສະໄໝ ເພື່ອອຳນວຍຄວາມສະດວກ ແລະ ຮັບປະກັນໃນການປະຕິບັດໜ້າທີ່ວິຊາສະເພາະ ຄຸ້ມຄອງ -ນໍາໃຊ້ຊັບສົມບັດ ແລະ ງົບປະມານ ໃຫ້ຖືກຕ້ອງ, ປະຢັດ; ປະຕິບັດລະບອບປະສານງານ ແລະ ສ່ອງແສງລາຍງານ ໃຫ້ຂັ້ນເທິງເປັນປົກກະຕິ.
ສີບ: ບັນດາສະຫາຍຄະນະພັກຊຸດໃໝ່ ຈໍານວນ 17 ສະຫາຍ ທີ່ໄດ້ຮັບການເລືອກຕັ້ງຈາກກອງປະຊຸມໃຫຍ່ຄັ້ງນີ້ ແມ່ນສະແດງເຖິງຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຂອງບັນ ດາສະຫາຍສະມາຊິກພັກໃນທົ່ວອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ທີ່ມີຕໍ່ບັນດາສະຫາຍ ແລະ ທັງເປັນການມອບໝາຍໜ້າທີ່ສຳຄັນໃຫຍ່ຫຼວງ, ໜັກໜ່ວງ ໃຫ້ບັນດາສະຫາຍ ສືບຕໍ່ນຳພາ-ຊີ້ນຳວຽກງານຮອບດ້ານຕະຫຼອດໄລຍະ 5 ປີຕໍ່ໜ້າ. ເສີມຂະຫຍາຍມູນເຊື້ອທີ່ດີທີ່ຄະນະພັກຊຸດຜ່ານມາໄດ້ສ້າງໄວ້, ແກ້ໄຂຈຸດອ່ອນຂໍ້ ຄົງຄ້າງໃຫ້ຕົກໄປ. ຈຶ່ງສະເໜີໃຫ້ບັນດາສະຫາຍເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີຢູ່ພາຍໃນໃຫ້ເປັນປຶກແຜນ, ປະຕິບັດຫຼັກການນຳພາຂອງພັກຢ່າງເຂັ້ມງວດ, ປຸກລະດົມກຳລັງແຮງໃນທົ່ວອົງ ຄະນະພັກ ເພື່ອພ້ອມກັນປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ, ພ້ອມກັນນີ້ ຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກ ທີ່ປະຈຳການ ແລະ ພະນັກງານອາວຸໂສບຳນານ ທີ່ເປັນອາດີດການນຳ ຈົ່ງໃຫ້ຄວາມຮ່ວມມື, ສະໜັບສະໜູນ ເພື່ອໃຫ້ຄະນະພັກ ເຄື່ອນໄຫວປະຕິບັດໜ້າທີ່ເປັນຢ່າງດີ.