ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

16/07/2026

ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ

ວັນທີ 16 ກໍລະກົດ 2026 ກອງປະຊຸມໃຫຍ່ ສະມາຊິກພັກຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ສະໂມສອນຫ້ອງວ່າການສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນປະທານກອງປະຊຸມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກ, ບັນດາສະຫາຍຜູ້ແທນສົມບູນ, ສະຫາຍສະມາຊິກພັກ ອາວຸໂສບຳນານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.ໃນກອງປະຊຸມ ສະຫາຍ ວັນໄຊ ພອງສະຫວັນ ໄດ້ມີຄຳເຫັນກ່າວເປີດກອງປະຊຸມເຊິ່ງສະຫາຍໄດ້ກ່າວວ່າ: ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ຈະໄດ້ຜ່ານຮ່າງລາຍງານການເມືອງ ເພື່ອສະຫຼຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕະຫຼອດໄລຍະ 5 ປີຜ່ານມາ ເຊິ່ງເປັນວຽກງານສຳຄັນຍຸດທະສາດຂອງພັກ ແລະ ລັດເຮົາ ແລະ ພ້ອມທັງກຳນົດທິດທາງວຽກງານຕິດຕາມ, ກວດກາພັກ, ກວດກາລັດ ແລະ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງໃນ 5 ປີ ຕໍ່ໜ້າ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການການເມືອງສະບັບທີ 3 ຂອງພັກ, ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ ແລະ ກຳນົດແຜນພັດທະນາວຽກງານກວດກາ 5 ປີ ຕໍ່ໜ້າ (2026-2030), ສິ່ງສໍາຄັນອີກອັນໜຶ່ງ ແລະ ມີລັກສະນະຕັດສິນຂອງພັກເຮົາ ກອງປະຊຸມໃຫຍ່ຈະໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ V ເພື່ອເປັນຄັນທຸງສືບຕໍ່ນໍາພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ມະຕິກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ.ຈາກນັ້ນ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກ ສະໄໝທີ IV ຂອງອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ; ສະຫາຍ ນາງ ປິ່ງຄຳ ລາຊະສິມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ໄດ້ຜ່ານຮ່າງບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາວຽກງານກວດກາ 5 ປີ (2021-2025) ແລະ ແຜນພັດທະນາວຽກງານກວດກາ 5 ປີໃນຕໍ່ໜ້າ (2026-2030); ແລະ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະພັກ ສະໄໝທີ IV. ນອກນີ້ ຍັງໄດ້ຮັບຟັງບົດປະກອບຄຳເຫັນກ່ຽວກັບການສ້າງຄວາມເຂັ້ມແຂງໃນການຕິດຕາມ, ກວດກາພັກ; ບົດປະກອບຄຳເຫັນກ່ຽວກັບ ການເຄື່ອນໄຫວປະຕິບັດວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນ.ຫຼັງຈາກນັ້ນ ສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຖານເງື່ອນໄຂຜູ້ຈະອອກສະໝັກຮັບເລືອກຕັ້ງ ຄະນະບໍລິຫານງານພັກ, ຄະນະກວດກາສູນກາງພັກ ສະໄໝທີ V, ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດ ລາຍຊື່ບຸກຄະລາກອນອອກສະໝັກເລືອກຕັ້ງ ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ V.
ພ້ອມນີ້ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກໍໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເຊິ່ງສະຫາຍໄດ້ເນັ້ນໃຫ້ຜູ້ແທນກອງປະຊຸມມີຄວາມຮັບຜິດຊອບສູງ, ມີຫຼັກໝັ້ນໃນການຄົ້ນຄວ້າເລືອກເຟັ້ນເອົາຄະນະພັກຊຸດໃໝ່, ຖືສຳຄັນດ້ານໂຄງປະກອບຂອງຄະນະພັກຊຸດໃໝ່ໃຫ້ມີ 3 ຮຸ່ນຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ, ໃຫ້ຖືເອົາຜົນປະໂຫຍດສ່ວນລວມ, ຫຼີກລ້ຽງແນວຄິດອັກຄະຕິສ່ວນຕົວ, ຄົ້ນຄວ້າພິຈາລະນາຢ່າງເລິກເຊິ່ງ.
ຈາກນັ້ນ ສະມາຊິກພັກກໍໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ກົດລະບຽບຂອງພັກ ທັງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 21 ສະຫາຍ, ຍິງ 03 ສະຫາຍ, ເລືອກເອົາ 17 ສະຫາຍ.

 

ຄຳຂວັນວຽກງານກວດກາ
ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)