08/07/2026
ໃນວັນທີ 3 ກໍລະກົດ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ຮັບຟັງທິດຊີ້ນຳການກະກຽມຈັດຕັ້ງຜັນຂະຫຍາຍຜົນສຳເລັດວຽກງານກວດກາທົ່ວປະເທດ ຄັ້ງທີ V ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ປະທານຄະນະກວດກາພັກ, ອົງການກວດກາລັດຂອງບັນດາແຂວງໃນຂອບເຂດທົ່ວປະເທດ, ບັນດາທ່ານຫົວໜ້າກົມຂອງຄະນະກວດກາກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ເຂົ້າຮ່ວມ.




ໃນກອງປະຊຸມແມ່ນໄດ້ມີການປະກອບຄໍາເຫັນ, ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດກາໃນແຕ່ລະຂົງເຂດ, ເພື່ອປັບປຸງໃຫ້ສອດຄ່ອງກັບມະຕິກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ v ທີ່ໄດ້ວາງອອກ, ພ້ອມນີ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມກໍໄດ້ຜັດປ່ຽນກັນສະເໜີ, ແລກປ່ຽນບົດຮຽນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານກວດກາແຂວງຂອງຕົນໃຫ້ໄດ້ຮັບຊາບ, ພ້ອມນີ້ ຍັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບວຽກງານກວດກາລັດ, ກວດກາແຕ່ຫົວທີ ແລະ ການປະສານງານລະຫວ່າງອົງການກວດກາແຫ່ງລັດ ກັບບັນດາອົງການກວດກາລັດກະຊວງ-ອົງການ ແລະ ແຂວງ.

















ຕອນທ້າຍກອງປະຊຸມ ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ມີຄຳເຫັນຊີ້ນໍາຕື່ມອີກເປັນຕົ້ນແມ່ນ ໃຫ້ພ້ອມກັນເອົາໃຈໃສ່ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ເບິ່ງຄືນພາລະບົດບາດ, ໜ້າທີ່ຂອງຕົນ, ໂດຍອີງໃສ່ເນື້ອໃນຈິດໃຈຂອງກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ແລະ ການຊີ້ນໍາຂອງຂັ້ນເທິງ ກ່ຽວກັບການເພີ່ມທະວີວຽກງານກວດກາ ໃນໄລຍະໃໝ່, ເບິ່ງຄືນອັນໃດທີ່ຍັງບໍ່ສອດຄ່ອງໃນການເຄື່ອນໄຫວວຽກງານກວດກາ, ຕ້ອງສະເໜີຄະນະພັກ,ຄະນະນຳຂອງແຂວງໄດ້ມີການປັບປຸງຄືນໃໝ່ ເພາະວຽກງານກວດກາພັກ, ກວດກາລັດ,ວຽກງານຕ້ານການສໍ້ລາດບັງຫຼວງ ແມ່ນເປັນວຽກຂອງຄະນະພັກ ແລະ ຄະນະກວດກາແມ່ນເປັນເສນາທິການໃຫ້ແກ່ຄະນະພັກ ໃນການກວດກາຕາມແຜນວຽກ,ຕາມແຜນການທີ່ໄດ້ກຳນົດໄວ້ໃນແຕ່ລະໄລຍະຂອງຄະນະພັກ; ການເຄື່ອນໄຫວວຽກງານກວດກາໃນຕໍ່ໜ້າ ພວກເຮົາຈະແກ້ໃຫ້ໄດ້ກ່ຽວກັບການສ້າງແຜນການກວດກາ; ຂຶ້ນແຜນການຝຶກອົບຮົມໂດຍເນັ້ນໃສ່ວຽກງານວິຊາສະເພາະທີ່ເຮັດຕົວຈິງ, ພ້ອມນີ້ນັກສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມກໍ່ຕ້ອງໄດ້ມີການແລກປ່ຽນບົດຮຽນໂດຍນຳເອົາບັນຫາທີ່ພົບມາແລກປ່ຽນສົນທະນາກັນ ແລະ ຕັ້ງຄຳຖາມ, ນອກຈາກການຝຶກອົບຮົມແລ້ວພາຍໃນຄະນະກວດກາກໍຕ້ອງໄດ້ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.

