01/07/2026
ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “ ເພີ່ມທະວີ ວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 1 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ, ຮອງລັດຖະມົນຕີ, ປະທານກຳມະການປົກຄອງນະຄອນຫຼວງ-ແຂວງ, ບັນດາສະຫາຍປະທານ, ຮອງປະທານຄະນະກວດກາພັກຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງ-ແຂວງ, ພະນັກງານອະວຸໂສບຳນານ, ພະນັກງານ-ລັດຖະກອນທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວວ່າ ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນເປັນຕົ້ນແມ່ນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ 5 ປີ ຜ່ານມາ ມີຜົນສໍາເລັດ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ລວມທັງບົດຮຽນຕົວຈິງ ທີ່ຖອດຖອນໄດ້, ພ້ອມທັງບັນດາທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດປີ 2030, ເພື່ອເຮັດໃຫ້ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າຕາມທິດທາງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນຕົວຈິງ, ພ້ອມນີ້ ຍັງໄດ້ກ່າວເປີດກອງປະຊຸມວຽກງານກວດກາທົ່ວປະເທດ ຢ່າງເປັນທາງການ.
ຈາກນັ້ນ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030 ແລະ ສະຫາຍ ນາງ ປີ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍ່ໄດ້ຂຶ້ນຜ່ານຮ່າງລາຍງານແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030; ພ້ອມນີ້ບັນດາກະຊວງ-ອົງການ ແລະ ແຂວງ-ນະຄອນຫຼວງ ກໍໄດ້ປະກອບຄໍາເຫັນກ່ຽວກັບ ບົດຮຽນໃນການນໍາພາ-ຊີ້ນໍາວຽກງານຕິດຕາມ-ກວດກາຂອງຕົນ ຕໍ່ກອງປະຊຸມ; ຫຼັງຈາກນັ້ນ, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຂຶ້ນຜ່ານຮ່າງມະຕິວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້, ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. 





