ອົງການກວດກາແຫ່ງລັດ ເຂົ້າຮ່ວມກອງປະຊຸມວິຊາການ ຕ້ານການສໍ້ລາດບັງຫຼວງໃນລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 04

22/06/2026

ອົງການກວດກາແຫ່ງລັດ ເຂົ້າຮ່ວມກອງປະຊຸມວິຊາການ ຕ້ານການສໍ້ລາດບັງຫຼວງໃນລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 04

ວັນທີ 18 ມິຖຸນາ 2026 ອົງການກວດກາແຫ່ງລັດ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມວິຊາການ ຕ້ານການສໍ້ລາດບັງຫຼວງໃນລະດັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 04 ພາຍໃຕ້ການເປັນເຈົ້າພາບຂອງ ຄະນະກຳມະການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງແຫ່ງຊາດ ຣາຊະອານາຈັກໄທ (ປປຊ ໄທ), ມີຜູ້ເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນໄລນ໌ ທັງໝົດ780 ກວ່າທ່ານ; ຊຶ່ງ ອົງການກວດກາແຫ່ງລັດ ສປປ ລາວ ແມ່ນເຂົ້າຮ່ວມກອງປະຊຸມຜ່ານທາງອອນໄລນ໌ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳສຸກ ອອຍຍະວົງ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ.
ໃນກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ໂດຍ ທ່ານ ມົງຄົນ ວຸດນິິມິດ, ຜູ້ຊ່ວຍເລຂາທິການ ປປຊ ໄທ, ຈາກນັ້ນ ທ່ານ ພັດທະຣະສັກ ວັນນະແສງ, ຄະນະກໍາມະການ, ປປຊ ໄທ ແລະ ທ່ານ ນາງ Michaela Friberg-Storey, ຜູ້ປະສານງານສະຫະປະຊາຊາດປະຈໍາປະເທດໄທ ກໍໄດ້ໃຫ້ກຽດກ່າວຄຳປາໃສ ແລະ ກ່າວເປີດກອງປະຊຸມ.
ຫຼັງຈາກນັ້ນໃນກອງປະຊຸມກໍ່ໄດ້ຮັບຟັງການຂຶ້ນບັນຍາຍຂອງຄະນະຊ່ຽວຊານທີ່ມາຈາກສະຖາບັນ ແລະ ອົງການຕ້ານການສໍ້ລາດບັງຫຼວງຕ່າງໆ ເຊິ່ງລວມມີທັງໝົດ 3 ຫົວຂໍ້ ຄື: “ການປົກຄອງທີ່ດີໃນຍົກສະໄໝ ດີຈີຕອນ”; “ຄວາມໂປ່ງໃສຂອງຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ”; “ການຮັບມືກັບຄວາມສ່ຽງດ້ານຄວາມຊື່ສັດໃນພາກທຸລະກິດທີ່ເກີດຈາກເທັກໂນໂລຊີໄຊເບີ”.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອ ເປີດໂອກາດໃຫ້ນັກວິທະຍາກອນ ແລະ ນັກສຳມະນາກອນຂອງພາກສ່ວນຕ່າງໆໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກ ໄດ້ແລກປ່ຽນປະສົບການ, ບົດຮຽນທີ່ດີໃນການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນຍຸກດິຈິຕອນ ລວມທັງ ນະວັດຕະກຳໃໝ່ໆທີ່ນຳໃຊ້ເຂົ້າໃນວຽກງານຕິດຕາມກວດກາສິ່ງທ້າທາຍຕ່າງໆທີ່ຕິດພັນກັບການປົກຄອງທີ່ດີ, ຄວາມຊື່ສັດ ແລະ ຄວາມໂປ່ງໃສທີ່ເກີດຂຶ້ນໃນຢູ່ໃນສັງຄົມຍຸກດິຈິຕອນ ໂດຍສະເພາະແມ່ນບັນຫາຕ່າງໆທີ່ກ່ຽວຂ້ອງກັບຄວາມໂປ່ງໃສ, ຄວາມຮັບຜິດຊອບ, ຄວາມຊື່ສັດໃນພາກລັດ ແລະ ເອກະຊົນ; ເພື່ອເນັ້ນໃຫ້ເຫັນເຖິງນະໂຍບາຍໃໝ່ໆ, ເຄື່ອງມືດິຈິຕອນ ແລະ ວິທີການທີ່ ເປັນພື້ນຖານໃນການເສີມສ້າງຄວາມໂປ່ງໃສ ແລະ ສະກັດກັ້ນການສໍ້ລາດບັງຫຼວງ; ເພື່ອຊອກຫາທິດທາງໃນການປົກຄອງແບບເທົ່າທຽມ, ທັນສະໄໝ ແລະ ວິທີການຕ່າງໆທີ່ລັດຖະບານສາມາດເສີມສ້າງຄວາມໂປ່ງໃສ, ຄວາມຊື່ສັດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບສະພາບແວດລ້ອມໃນຍຸກດິຈິຕອນ; ພ້ອມທັງເພື່ອສຸມໃສ່ບົດບາດຂອງຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ແທ້ຈິງໃນການສ້າງຄວາມເຂັ້ມແຂງດ້ານການຕ້ານການສໍ້ລາດບັງຫຼວງຂອງປະເທດໄທ ແລະ ປະເທດຕ່າງໆໃນພາກພື້ນແລະ ການສະໜັບສະໜູນໃຫ້ເຂົ້າເປັນສະມາຊິກຂອງອົງການຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD) ລວມທັງເພື່ອສະແດງໃຫ້ເຫັນເຖິງວິທີການເຊື່ອມໂຍງຂໍ້ມູນທີ່ກ່ຽວຂ້ອງກັບຜູ້ທີ່ໄດ້ຮັບຜົນປະໂຫຍດທີ່ແທ້ຈິງ (BO Data) ແລະ ການເປີດເຜີຍຂໍ້ມູນຂອງບຸກຄົນ ທີ່ມີໜ້າທີ່ຕຳແໜ່ງທາງການເມືອງ (PEPs), ມາດຕະຖານປັບປຸງການກວດກາຄວາມສ່ຽງຕໍ່ການສໍ້ລາດບັງຫຼວງ ແລະ ຄວາມຮັບຜິດຊອບ; ເພື່ອແນະນໍາແພັລດຟອມຂໍ້ມູນເປີດຂອງເຄືອຄ່າຍອົງກອນພາກປະຊາສັງຄົມໃນອາຊີຕາເວັນອອກສຽງໃຕ້ ເພື່ອຕ້ານການສໍ້ລາດບັງຫຼວງ (SEA-CAN) ເພື່ອເປັນເຄື່ອງມືໃຫ້ແກ່ນັກຂ່າວ, ອົງການທາງສັງຄົມນິຍົມ ແລະ ສະຖາບັນທີ່ກ່ຽວຂ້ອງ; ເມື່ອການສໍ້ລາດບັງຫຼວງແຜ່ຫຼາຍຂຶ້ນອອກເປັນວົງກວ້າງໃນຮູບແບບດີຈິຕອນ, ບັນດາຫົວໜ່ວຍທຸລະກິດ ແລະ ສະຖາບັນຕ່າງໆ ຈຶ່ງປະເຊີນກັບຄວາມສ່ຽງ ໃໝ່ໆ ນັບຕັ້ງແຕ່ການໃຫ້ສິນບົນຜ່ານສະກຸນເງິນດີຈິຕອນ (crypto) ໄປຈົນເຖິງການສໍ້ໂກງທາງອິນເຕີເນັດ ແລະ ລະບົບຫ່ວງໂສ້ອຸປະທານດິຈິຕອນທີ່ບໍ່ໂປ່ງໃສ. ສະນັ້ນ, ການມາຮ່ວມກັນຂອງຜູ້ນໍາໃນພາກເອກະຊົນທົ່ວໂລກ ແລະ ພາກພື້ນ ເພື່ອຫາວິທີການຫັນເປັນທັນສະໄໝ, ການປະຕິບັດຕາມກົດລະບຽບ ແລະ ການຮ່ວມມືສ້າງຄວາມໂປ່ງໃສທາງທຸລະກິດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ.
ນອກນີ້ ໃນກອງປະຊຸມຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນບົດຮຽນທີ່ໜ້າສົນໃຈເຊິ່ງກັນ ແລະ ກັນຕື່ມອີກ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)