17/06/2026
ໃນວັນທີ 17 ມິຖຸນາ 2026 ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມ ທາບທາມເນື້ອໃນເອກະສານກອງປະຊຸມໃຫຍ່ ແລະ ບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະໄໝທີ V ຮອບທີ II ຂຶ້ນ ທີ່ສະໂມສອນ ຄະນະກວດກາສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີສະຫາຍ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາສະຫາຍຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບຄະນະກວດກາສູນກາງພັກເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສຸກຄຳເພັດ ເຮືອງບຸດສີ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ IV; ສະຫາຍ ນາງ ປິ່ງຄຳ ລາຊະສີມມາ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍໄດ້ຜ່ານຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ ວຽກງານກວດກາ 5 ປີ (2021-2025) ແລະ ທິດທາງແຜນການພັດທະນາວຽກງານກວດກາ 5 ປີ (2026-2030); ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ຜ່ານຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ສະໄໝທີ IV.

ຈາກນັ້ນປະທານກອງປະຊຸມ ກໍໄດ້ມີຄຳເຫັນຊີ້ນຳຕໍ່ການປະກອບຄຳເຫັນໃສ່ 3 ຮ່າງເອກະສານດັ່ງກ່າວນັ້ນໂດຍສະເພາະໃຫ້ເບິ່ງດ້ານດີ, ດ້ານອ່ອນ ແລະ ທິດທາງແຜນການ 5 ປີຕໍ່ໜ້ານັ້ນ ພ້ອມກັນຕີລາຄາໃສ່ເນື້ອໃນໃຫ້ສອດຄ່ອງແທດເໝາະກັບມະຕິ 12 ຂອງພັກ, ເບິ່ງຄວາມອາດສາມາດໃນການຈັດຕັ້ງປະຕິບັດເນື້ອໃນຈິດໃຈຊີ້ນຳຂອງຂັ້ນເທິງ, ພ້ອມນີ້ ສະຫາຍຍັງໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ເຊີດຊູຄວາມຮັບຜິດຊອບ ເປັນເຈົ້າການ ໃນການປະກອບຄຳເຫັນຕໍ່ເອກະສານ ເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳເຫັນ ຕໍ່ 3 ຮ່າງເອກະສານທີ່ເຫັນວ່າບໍ່ທັນແທດເໝາະສົມບູນຄົບຖ້ວນ.




ຫຼັງຈາກນັ້ນ ສະຫາຍ ວິໄລວັນ ບຸດດາຄຳ ກໍໄດ້ຜ່ານມາດຕະຖານ ເງື່ອນໄຂຜູ້ອອກຮັບສະໝັກເລືອກຕັ້ງ ຄະ ນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ-ຮອງເລຂາຄະນະພັກ, ປະທານ-ຮອງປະທານ ຄະນະກວດກາພັກ ຮອບທີ II.
ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນຕໍ່ການທາບທາມ ຄະນະບໍລິຫານງານພັກ, ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ, ປະທານ ແລະ ຮອງປະທານກວດກາພັກເຊິ່ງສະຫາຍໄດ້ເນັ້ນໃຫ້ ຜູ້ແທນຍົກສູງຄວາມເປັນເຈົ້າການໃນການຄົ້ນຄວ້າເລືອກເຟັ້ນເອົາບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກໃນຄັ້ງນີ້ໂດຍໃຫ້ອີງໃສ່ມາດຕະຖານເງື່ອນໄຂເປັນຕົ້ນແມ່ນມາດຕະຖານທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດ, ຄວາມຮູ້ຄວາມສາມາດ, ແບບແຜນການນຳພາ, ວິທີເຮັດວຽກ ແລະ ດ້ານສຸຂະພາບ; ຫຼີກເວັ້ນທັດສະນະອັກຄະຕິສ່ວນຕົວ, ໃຫ້ຍົກສູງຜົນປະໂຫຍດສ່ວນລວມເປັນກົກ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ໃຊ້ສິດໃນການປ່ອນບັດທາບທາມຮອບທີ II ເພື່ອເລືອກເອົາບຸກຄະລາກອນອອກຮັບສະໝັກເລືອກຕັ້ງໃນກອງປະຊຸມໃຫຍ່ ສະມາຊິກພັກ ຂອງອົງຄະນະພັກ ຄະນນະກວດກາສູນກາງພັກ ຄັ້ງທີ V.

