ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ດຳເນີນຊີວິດການເມືອງທ້າຍສະໄໝ

17/06/2026

ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ດຳເນີນຊີວິດການເມືອງທ້າຍສະໄໝ

ວັນທີ 16 ມິຖຸນາ 2026 ຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ດຳເນີນຊີວິດການເມືອງທ້າຍສະໄໝທີ IV ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຮອງປະທານຄະນະກວດກາສູນກາງພັກ, ກໍາມະການພັກ, ເລຂາໜ່ວຍພັກ, ຫົວໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ ໄດ້ຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກ ສະໄໝທີ IV. ພ້ອມນີ້ ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ແນະນຳກ່ຽວກັບການປະກອບຄຳເຫັນຕໍ່ບົດສຳຫຼວດການນຳພາລວມຂອງຄະນະພັກ, ຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄຳເຫັນໃສ່ຫ່າງບົດສຳຫຼວດເພື່ອໃຫ້ມີເນື້ອໃນສົມບູນຄົບຖ້ວນ
ພ້ອມດຽວກັນນີ້ ແຕ່ລະສະຫາຍພາຍໃນຄະນະພັກໄດ້ຜ່ານບົດສຳຫຼວດຕົນເອງ ແລະ ປະກອບຄຳເຫັນຕຳນິສົ່ງຂ່າວເພື່ອຊ່ວຍເຫຼືອກໍ່ສ້າງເຊິ່ງກັນ ແລະ ກັນອີກດ້ວຍ. ຈາກນັ້ນປະທານກອງປະຊຸມກໍ່ໄດ້ສະຫຼຸບຜົນການດຳເນີນຊີວິດການເມືອງ ຄະນະພັກ ຄະນະກວດກາສູນກາງພັກ ທ້າຍສະໄໝທີ IV

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)