15/06/2026
ໃນຕອນເຊົ້າ ຂອງວັນທີ 15 ມິຖຸນາ 2026, ຢູ່ຫ້ອງປະຊຸມຊັ້ນ 5 ຕຶກສູນຂໍ້ມູນຂ່າວສານ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີເປີດຝຶກອົບຮົມວຽກງານກວດກາ ໄລຍະ 3 ເດືອນ ໃຫ້ພະນັກງານກວດກາທົ່ວປະເທດ ຊຸດທີ I ຂຶ້ນ. ໂດຍການເປັນປະທານຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ມີຜູ້ຕາງໜ້າຈາກ ຄະນະກວດກາສູນກາງພັກ ແລະ ສໍາມະນາກອນ ເຂົ້າຮ່ວມທັງໝົດ 60 ທ່ານ, ມາຈາກບັນດາເມືອງ-ນະຄອນ 54 ທ່ານ, ນະຄອນຫຼວງ 1 ທ່ານ ແລະ ຈາກສູນກາງ 5 ທ່ານ.
ໃນພິທີ ທ່ານ ປທ ນວນແສງ ຄຳມີໄຊ ຫົວໜ້າພະແນກຄຸ້ມຄອງລະບົບບຳລຸງ ໄດ້ຜ່ານຂໍ້ຕົກລົງເປີດ ແລະ ແຜນການເຄື່ອນໄຫວຂອງການຝຶກອົບຮົມ, ເຊິ່ງຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ກໍແມ່ນ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບພື້ນຖານທາງດ້ານທິດສະດີການເມືອງ, ວຽກງານກວດກາໃຫ້ແກ່ສະມາຊິກພັກ-ພະນັກງານກວດກາ ເພື່ອຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ຂອງພະນັກງານກວດກາຂັ້ນເມືອງ, ຂັ້ນແຂວງ ແລະ ສູນກາງ. ຍົກສູງລະດັບຄວາມຮູ້, ຄວາມສາມາດໃໝ່ໃຫ້ຖັນແຖວສະມາຊິກພັກ-ພະນັກງານໃຫ້ກຳແໜ້ນບັນດາຫຼັກມູນທິດສະດີມາກ-ເລນິນ ເປັນຕົ້ນຫຼັກມູນທິດສະດີປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອຂອງພັກ, ຂອງຄະນະກວດກາ ສູນກາງພັກ ແລະ ອົງການກວດກາແຫ່ງລັດ, ນິຕິກຳຂອງພັກ, ລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ວຽກງານວິຊາສະເພາະ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ສາມາດນໍາເອົາຄວາມຮູ້ທາງດ້ານທິດສະດີ ໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ ຂອງວຽກງານຢ່າງຖືກຕ້ອງ. ເຊິ່ງເນື້ອໃນຫຼັກສູດແມ່ນຈະໄດ້ຝຶກອົບຮົມຕາມຫຼັກສູດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ. ເນື້ອໃນຫຼັກສູດຝຶກອົບຮົມ ປະກອບມີທັງໝົດ 3 ພາກໃຫຍ່ຄື: ໜຶ່ງ: ພາກທິດສະດີການເມືອງ ແລະ ການປົກຄອງ ມີ 31 ບົດ; ສອງ: ພາກກົດໝາຍ ກ່ຽວກັບວຽກງານກວດກາ ມີ 7 ບົດ; ສາມ: ພາກລົງເລິກສະເພາະວຽກງານກວດກາ ມີ 17 ບົດ.

ຕອນທ້າຍຂອງພິທີ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ຍັງໄດ້ມີຄຳເຫັນ, ໂດຍທ່ານໄດ້ເນັ້ນໃຫ້ຮີບຮ້ອນປັບປຸງກົງຈັກການຈັດຕັ້ງຂອງຫ້ອງ ໃນການແບ່ງຈຸແບ່ງໜ່ວຍ ເພື່ອຄວາມສະດວກວ່ອງໄວໃນການຮຽນ, ກຳໄດ້ບັນຫາຄວາມຫຍຸ້ງຍາກ ແລະ ແກ້ໄຂໃຫ້ທັນການ. ພ້ອມທັງໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ແລກປ່ຽນບົດຮຽນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແລະ ຖືເອົາໂອກາດນີ້ ຄົ້ນຄວ້າບົດຮຽນໃຫ້ເລິກເຊິ່ງ ໂດຍສະເພາະບັນດາມະຕິ, ເອກະສານ ທີ່ສຳຄັນຕ່າງໆ ເປັນຕົ້ນທີ່ພົວພັນເຖິງວຽກງານກວດກາ, ເອົາໃຈໃສ່ແລກປ່ຽນນຳຄູ-ອາຈານ ຕໍ່ກັບບັນຫາວຽກງານຕົວຈິງ. ສຳລັບຄູ-ອາຈານ ໃຫ້ຖືເອົາສຳມະນາກອນເປັນໃຈກາງ ເນັ້ນໃນການຕັ້ງບັນຫາແລກປ່ຽນກ່ຽວກັບ ບັນດາທິດສະດີ, ໜ້າວຽກຕົວຈິງມາແລກປ່ຽນ ເພື່ອເຮັດໃຫ້ການຮຽນການສອນມີຄວາມເຂົ້າໃຈເລິກເຊິ່ງ ແລະ ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

