ປິດກອງປະຊຸມສຳມະນາ ໃນຫົວຂໍ້ ການຮິບຊັບ ໂດຍບໍ່ອີງໃສ່ຄຳຕັດສີນຂອງສານ ແລະ ການເກັບກູ້ຊັບສິນຄືນ

13/06/2026

ປິດກອງປະຊຸມສຳມະນາ ໃນຫົວຂໍ້ ການຮິບຊັບ ໂດຍບໍ່ອີງໃສ່ຄຳຕັດສີນຂອງສານ ແລະ ການເກັບກູ້ຊັບສິນຄືນ

ໃນຕອນບ່າຍຂອງວັນທີ 11 ມິຖຸນາ 2026 ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ປິດກອງປະຊຸມສຳມະນາ ໃນຫົວຂໍ້ ການຮິບຊັບ ໂດຍບໍ່ອີງໃສ່ຄຳຕັດສີນຂອງສານ ແລະ ການເກັບກູ້ຊັບສິນຄືນ . ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີບັນດາ ວິທະຍາກອນຊ່ຽວຊານຈາກຕ່າງປະເທດ ແລະ ອົງການກວດການແຫ່ງລັດ, ຜູ້ຕາງໜ້າຈາກອົງການ UNODC ພ້ອມດ້ວຍສຳມະນາກອນເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ກ່າວວ່າຜ່ານການສໍາມະນາເຫັນວ່າ ບັນດາຊ່ຽວຊານ, ນັກວິທະຍາກອນ ແລະ ນັກສໍາມະນາກອນ ລ້ວນແຕ່ໄດ້ມີຄວາມເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການບັນລະຍາຍ-ຖ່າຍຖອດຄວາມຮູ້ປະສົບການ, ຕິດຕາມ, ສົນທະນາແລກປ່ຽນບົດຮຽນຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງ ເປັນຕົ້ນ: ການນໍາໃຊ້ກໍລະນີສຶກສາ, ຕົວຢ່າງສົມມຸດຖານ ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຄົ້ນຄ້ວາ, ລົງເລິກ ຮຽນຮູ້ບົດຮຽນ ແລະ ປະສົບການອັນໃໝ່ເພີ້ມຕື່ມ ກ່ຽວກັບການສືບສວນ-ສອບສວນທາງການເງິນ, ຮິບຊັບໂດຍບໍ່ອີງໃສ່ຄໍາຕັດສິນຂອງສານ ແລະ ການເກັບກູ້ຊັບສິນຄືນ, ກົນໄກການປະສານງານລະຫວ່າງອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ, ເນື້ອໃນຈິດໃຈຂອງສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ອື່ນໆ ຊຶ່ງເປັນການເພີ່ມພູນ ແລະ ຍົກລະດັບຄວາມຮູ້ທີ່ສໍາຄັນ ແລະ ເປັນປະໂຫຍດສໍາລັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຢູ່ແຕ່ລະພາກສ່ວນ. ການສໍາມະນາດັ່ງກ່າວນີ້ ບໍ່ສະເພາະແຕ່ເປັນການປະກອບສ່ວນເຂົ້າໃນການຍົກລະດັບຄວາມສາມາດຂອງຜູ້ເຂົ້າຮ່ວມເທົ່ານັ້ນ ແຕ່ຍັງປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດຕ້ານການສໍ້ລາດບັງຫຼວງປີ 2025-2035, ການຈັດຕັ້ງຜັນຂະຫຍາຍສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ; ສະໜັບສະໜູນຄວາມມຸ້ງໝັ້ນຂອງລັດຖະບານ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການປົກຄອງດ້ວຍກົດໝາຍ; ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງລັດຖະບານ ໃນການເພີ່ມທະວີການຮ່ວມມືດ້ານເຕັກນິກວິຊາການກັບຕ່າງປະເທດ ກໍຄື ອົງການຈັດຕັ້ງສາກົນ ໃນວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ.
ພ້ອມນີ້ ທ່ານ ນາງ ປີ່ງຄຳ ລາຊະສິມມາ ຍັງໄດ້ ຂອບໃຈຢ່າງຈິງໃຈ ມາຍັງອົງການ UNODC ປະຈໍາພາກພື້ນ ທີ່ໄດ້ຊ່ວຍເຫຼືອ, ກະກຽມ ແລະ ຈັດກອງປະຊຸມສໍາມະນາໃນຄັ້ງນີ້ ດ້ວຍຜົນສໍາເລັດອັນຈົບງາມ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)