ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ແລກປ່ຽນບົດຮຽນຂັ້ນວິຊາການ ກັບ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ

10/06/2026

ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ແລກປ່ຽນບົດຮຽນຂັ້ນວິຊາການ ກັບ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ

ໃນວັນທີ 9 ມິຖຸນາ 2026 ທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ໄດ້ມິພິທີ ແລກປ່ຽນບົດຮຽນກ່ຽວກັບວຽກງານກວດກາຂັ້ນວິຊາການລະຫວ່າງ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ກັບ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ, ຝ່າຍ ສປປ ລາວ ນຳໂດຍ ທ່ານ ອ໋ອດສຸລິເດດ ໄຊສີທອນ ຫົວໜ້າກົມກວດກາພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສປປ ລາວ ພ້ອມດ້ວຍຄະນະ, ຝ່າຍ ສປ ຈີນ ນຳໂດຍທ່ານ ນາງ ມາຈັນ ຮອງຫົວໜ້າກົມຕິດຕາມກວດກາ ແບບແຜນພັກ-ລັດ, ຄະນະກຳມະການກວດກາລະບຽບວິໄນສູນກາງພັກ ກອມມູນິດຈີນ ແລະ ຄະນະກໍາມະການກວດກາລັດແຫ່ງຊາດ ຈີນ ພ້ອມດ້ວຍຄະນະ.ໃນພິທີ ທ່ານ ອ໋ອດສຸລິເດດ ໄຊສີທອນ ໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຊ່ຽວຊານຈາກ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 7-10 ມິຖຸນາ 2026 ນີ້ ພ້ອມນີ້ ກໍ່ໄດ້ສະເໜີ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ກົງຈັກການຈັດຕັ້ງຂອງອົງການກວດກາ ໂດຍຫຍໍ້ໃຫ້ຝ່າຍຈີນໄດ້ຮັບຊາບ; ຈາກນັ້ນ ກໍ່ໄດ້ສະເໜີບັນດາຫົວຂໍ້ແລກປ່ຽນຕໍ່ຝ່າຍຈີນ 6 ຂໍ້ຄື: (1). ບົດຮຽນໃນການຕິດຕາມກວດກາ ຄວາມປອດໄສໃນໄລຍະການກໍ່ສ້າງ ແລະ ດຳເນີນກິດຈະການຂອງບັນດາບໍລິສັດວິສາຫະກິດຂອງລັດ ຢູ່ ພາຍໃນ ສປ ຈີນ ແລະ ການລົງທຶນຢູ່ຕ່າງປະເທດດຳເນີນແນວໃດ ໂດຍສະເພາະແມ່ນການຕິດຕາມບັນດາໂຄງການຮ່ວມມືຂອງສອງລັດຖະບານລາວ-ຈີນ, ໃນການຕິດຕາມກວດກາ ໄລຍະດຳເນີນທຸລະກິດຂອງໂຄງການເສັ້ນທາງລົດໄຟລາວ-ຈີນ; (2). ບົດຮຽນການປົກປ້ອງພະນັກງານລັດຖະກອນ, ເຈົ້າໜ້າທີ່ຜູ້ເຮັດວຽກງານກວດກາ ແລະ ຜູ້ເຂົ້າຮ່ວມເຮັດວຽກງານກວດກາ, ສະກັດກັ້ນ ຕ້ານການສໍ້ລາດບັງຫຼວງ ແລະ ການພິຈາລະນາແກ້ໄຂຄຳຮ້ອງ- ຄໍາສະເໜີຂອງພົນລະເມືອງ ໄດ້ດຳເນີນແນວໃດ; (3). ການກຳນົດກົງຈັກການຈັດຕັ້ງຂອງຄະນະກວດກາໄດ້ກຳນົດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ໃນການກວດກາພັກ ແລະ ກວດກາລັດແຕ່ລະຂັ້ນ; ມີຮູບແບບ, ຂັ້ນຕອນດຳເນີນການກວດກາ ແລະ ການປະຕິບັດແຕ່ລະຮູບແບບມີແນວໃດ; (4). ໃນເວລາການດຳເນີນການກວດກາຕົວຈິງກັບເປົ້າໝາຍນັ້ນ ມີຂັ້ນຕອນ, ບາດກ້າວ ຫຼື ປະຕິບັດແນວໃດ?; (5). ການສະຫຼຸບຕີລາຄາ ຫຼື ການລາຍງານ ຜົນຂອງການກວດກາ ແມ່ນໃຜຮັບຮູ້ນຳ ຫຼື ຕ້ອງໄດ້ສະຫຼຸບລາຍງານ ໃຫ້ການຈັດຕັ້ງຂັ້ນໃດ ເພື່ອມີທິດຊີ້ນຳໃນການຈັດຕັ້ງປະຕິບັດໃນຂັ້ນຕໍ່ໄປ; (6). ບົດຮຽນ ແລະ ວິທີການກ່ຽວກັບການສົ່ງໜ່ວຍງານກວດກາ ແລະ ໜ່ວຍງານລາດຕະເວນຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນໄປປະຈຳຢູ່ກະຊວງ-ອົງການ ແລະ ທ້ອງຖິ່ນທີ່ຂຶ້ນກັບສູນກາງຄຸ້ມຄອງ.

ຈາກນັ້ນ ທ່ານມາຊຸນໂຜ່ ຮອງຫົວໜ້າສະຖາບັນກວດກາວິໄນພັກ ແລະ ຕິດຕາມກວດກາແຫ່ງລັດ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ຄະນະກໍາມະການກວດກາລັດແຫ່ງຊາດ ຈີນ ກໍ່ໄດ້ແລກ ປ່ຽນແຕ່ລະຫົວຂໍ້ໃຫ້ຝ່າຍລາວຮັບຊາບ. ພ້ອມນີ້ທັງສອງຝ່າຍຍັງໄດ້ຜັດປ່ຽນກັນແລກປ່ຽນບັນຫາທີ່ສົນໃຈຕື່ມອີກ.
ຕອນທ້າຍພິທີ ທ່ານ ອ໋ອດ ສຸລິເດດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບັນດາທ່ານຊ່ຽວຊານຈາກ ສປ ຈີນ ທີ່ໄດ້ແບ່ງປັນບົດຮຽນໃຫ້ຝ່າຍລາວໄດ້ຮັບຮູ້ ແລະ ເຂົ້າໃຈວິທີເຮັດວຽກຂອງ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດຈີນ. ການພົບປະໃນຄັ້ງນີ້ໄດ້ໃຊ້ເວລາເຄິ່ງວັນ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)