09/06/2026
ໃນຕອນເຊົ້າຂອງວັນທີ 9 ມິຖຸນາ 2026 ຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້ ການຮິບຊັບ ໂດຍບໍ່ອີງໃສ່ຄຳຕັດສີນຂອງສານ ແລະ ການເກັບກູ້ຊັບສິນຄືນ ຂຶ້ນທີ່ສະໂມສອນຂອງຄະນະກວດກາສູນກາງພັກ. ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ທ່ານ SUNG HO HWANG ຫົວໜ້າຫ້ອງການອົງການ UNODC ປະຈຳ ສປປ ລາວ. ມີບັນດາ ວິທະຍາກອນຊ່ຽວຊານຈາກຕ່າງປະເທດ ແລະ ອົງການກວດການແຫ່ງລັດ, ຜູ້ຕາງໜ້າຈາກອົງການ UNODC ພ້ອມດ້ວຍສຳມະນາກອນເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 11 ທ່ານ. 

ໃນພິທີ ທ່ານ SUNG HO HWANG ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນ ຄວາມໝາຍ ຄວາມສຳຄັນ ຂອງວຽກງານດັ່ງກ່າວ. ພ້ອມນີ້, ທ່ານ ນາງ ປິ່ງຄຳ ລາຊະສິມມາ ຍັງໄດ້ກ່າວຄຳເຫັນເປີດກອງກະຊຸມ, ເຊິ່ງກ່ອນອື່ນໄດ້ສະແດງຄວາມຊົມເຊີຍໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້. ພ້ອມທັງຍົກໃຫ້ເຫັນເຖິງບັນຫາການສໍ້ລາດບັງຫລວງທີ່ກໍ່ຄວາມເສຍຫາຍອັນໃຫຍ່ຫຼວງໃຫ້ແກ່ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ບຸກຄົນ, ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເຊິ່ງລັດຖະບານແຫ່ງ ສປປ ລາວ ໄດ້ມີການເອົາໃຈໃສ່ຕໍ່ກັບບັນຫາດັ່ງກ່າວດ້ວຍຫຼາຍຮູບການ ເປັນຕົ້ນ: ການປັບປຸງບັນດາກົດໜາຍຕ່າງໆ, ການໂຄສະນາເຜີຍແຜ່, ການຮ່ວມມືກັບສາກົນ, ບັນດາປະເທດອາຊຽນ ແຕ່ກໍຍັງມີສິ່ງທ້າທາຍຫຼາຍດ້ານ. ສະນັ້ນການສຳມະນາໃນຄັ້ງນີ້ ແມ່ນເປັນອີກກ້າວທີ່ສຳຄັນ ທີ່ຈະໄດ້ຖອດຖອນ, ແລກປ່ຽນບົດຮຽນ, ພ້ອມທັງລົງເລິກບາງເນື້ອໃນສະເພາະ. ເຊິ່ງມີທັງໝົດຈຳນວນ 12 ຫົວຂໍ້ດ້ວຍກັນຄື: 1: ນຳສະເໜີ ການເກັບກູ້ຊັບສິນຄືນ; 2: ພາກທີ V ຂອງສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ແລະ ຂໍ້ແນະນໍາຂອງອົງການຕ້ານການຟອກເງິນ-ພັນທະ ແລະ ມາດຕະ ຖານສາກົນ (FATF); 3: ລະບົບກົດໝາຍ ແລະ ການຈັດຕັ້ງ ຂອງ ສປປ ລາວ ສຳລັບການເກັບກູ້ຊັບສິນຄືນ, ລວມທັງການຮິບຊັບ ໂດຍບໍ່ອີງໃສ່ຄໍາຕັດສິນລົງໂທດ ແລະ ບົດຮຽນປະສົບການຕົວຈິງໃນການປະສານງານ ລະຫວ່າງອົງການຈັດຕັ້ງ ແລະ ສິ່ງທ້າທາຍຕ່າງໆ; 4: ບົດບາດ, ການປະສານງານລະຫວ່າງອົງການຕ່າງໆ ແລະ ການສືບສວນ-ສອບສວນຮ່ວມ; 5: ເຕັກນິກການສືບສວນ-ສອບສວນທາງການເງິນ; 6: ການນຳໃຊ້ຂໍ້ມູນທາງການເງິນໃນການສືບສວນ-ສອບສວນ ແລະ ການດຳເນີນຄະດີ; 7: ບົດຮຽນປະສົບການຕົວຈິງໃນການປະສານງານ ລະຫວ່າງອົງການຈັດຕັ້ງ ແລະ ສິ່ງທ້າທາຍຕ່າງໆ; 8: ຂັ້ນຕອນການຕິດຕາມຊັບສິນ, ອາຍັດຊັບ, ຍຶດຊັບ ແລະ ຮິບຊັບ ຂອງ ສປປ ລາວ; 9: ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທາງກົດໝາຍ ແລະ ການຮ່ວມມືສາກົນ; 10: ເຄື່ອຂາຍລະດັບພາກພື້ນ (SEA-Just, ARIN-AP) ແລະ ແລກປ່ຽນ; 11: ການສົ່ງຊັບສິນຄືນ, ມາດຕະການຄຸ້ມຄອງ ແລະ ຄວາມຊື່ສັດ; 12: ແຜນຍຸດທະສາດ ຕ້ານການສໍ້ລາດບັງຫຼວງຂອງ ສປປ ລາວ ແຕ່ປີ 2025-2035. ນອກຈາກນີ້, ທ່ານ ຍັງຮຽກຮ້ອງ ຜູ້ເຂົ້າຮ່ວມທຸກທ່ານໃຫ້ສຸມໃສ່ແລກປ່ຽນບົດຮຽນກັບຜູ້ມີປະສົບການ ໂດຍສະເພາະດ້ານການເຄື່ອນໄຫວວຽກງານຕົວຈິງ, ມີການຕັ້ງຄຳຖາມ-ແລກປ່ຽນ ບົດຮຽນ ສາມາດນຳໄປໝູນໃຊ້ເຂົ້າໃນຂົງເຂດວຽກງານຕົວຈິງ ແລະ ເຮັດໃຫ້ການສຳມະນາໃນຄັ້ງນີ້ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ກອງປະຊຸມສຳມະນາ ແມ່ນຈະໄດ້ດຳເນີນໄປເປັນເວລາ 03 ວັນ (09-11 ມິຖຸນາ 2026)

