08/06/2026
ໃນວັນທີ 8 ມີຖູນາ 2026 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຈັດກອງປະຊຸມ ປາຖະກະຖາ ບົດຮຽນຂອງພັກກອມມູນິດຈີນ ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກ, ການສ້າງພັກໃຫ້ປອດໃສ ແລະ ການຕ້ານການສໍ້ລາດບັງຫຼວງ ຈາກຄະນະຊ່ຽວຊານ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດ ຈີນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ແລະ ສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີ ຄະນະຊ່ຽວຊານຈາກ ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດ ແຫ່ງຊາດຈີນ, ມີບັນດາສະຫາຍ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ,ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຫົວໜ້າຫ້ອງການ,ຮອງຫົວໜ້າຫ້ອງການ, ບັນດາສະຫາຍຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການ ຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ມີບັນດາສະຫາຍປະທານ, ຮອງປະທານກວດກາ, ຜູ້ເຮັດວຽກງານກວດກາຈາກບັນດາກະຊວງ-ອົງການ ແລະ ຜ່ານທາງອອນລາຍໃຫ້ບັນດາຄະນະກວດກາພັກ-ລັດແຂວງ, ເມືອງ ມີຜູ້ເຂົ້າຮ່ວມທັງໝົດ 982 ສະຫາຍ, ຍິງ 176 ສະຫາຍ.
ໃນພິທີ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ກ່າວວ່າ ການປາຖະກະຖາຄັ້ງນີ້, ເປັນການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ (ປີ 2024 - 2028) ລະຫວ່າງພັກປະຊາຊົນປະຕິວັດລາວກັບພັກກອມມູນິດ ຈີນ, ເພື່ອສືບຕໍ່ເພີ່ມທະວີ ການພົວພັນຮ່ວມມື ໃນຂົງເຂດວຽກງານຕິດຕາມ, ກວດກາ ແລະ ບົດບັນທຶກການຮ່ວມມື ລະຫວ່າງ ສອງອົງການກວດກາພັກ-ລັດ ລາວ-ຈີນ ໃຫ້ເປັນຮູບປະທໍາ, ຕິດພັນ ກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X ແລະ ການກະກຽມຈັດກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V ໃຫ້ມີບັນຍາກາດຟົດຟືນ; ພ້ອມນີ້ ສະຫາຍ ຄຳໄຫຼ ສີປະເສີດ ຍັງໄດ້ຮຽກຮ້ອງ ມາຍັງບັນດາ ຄະນະຊ່ຽວຊານຈົ່ງສຸມໃສ່ບັນລະຍາຍ ແລະ ຖ່າຍຖອດຄວາມຮູ້ປະສົບການ ໂດຍສະເພາະ ກ່ຽວກັບບົດຮຽນຕົວຈິງຂອງ ສປ ຈີນ, ວິທີການກວດກາພັກ, ກວດກາລັດ, ຕ້ານການສໍ້ລາດບັງຫຼວງ, ເນັ້ນການຈັດຕັ້ງຜັນຂະຫຍາຍແຜນຍຸທະສາດ, ກົດໝາຍ ແລະ ດໍາລັດ ເຂົ້າສູ່ວຽກງານຕົວຈິງໃຫ້ຫຼາຍ ແລະ ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງໄດ້ເອົາໃຈໃສ່, ຕິດຕາມການບັນລະຍາຍ, ຕັ້ງຄໍາຖາມ, ສົນທະນາ, ແລກປ່ຽນບົດຮຽນ ທີ່ຕິດພັນກັບຄວາມຮັບຜິດຊອບຂອງຕົນ ແລະ ຍົກສູງ ຄວາມຮັບຜິດຊອບການເມືອງ ໃນການເຂົ້າຮ່ວມກອງປະຊຸມແຕ່ຕົ້ນຕະຫຼອດປາຍ ເພື່ອເກັບກໍາບົດຮຽນ, ປະສົບການໃໝ່ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ແລະ ເພື່ອເຮັດໃຫ້ການປາຖະກະຖາໃນ ຄັ້ງນີ້ ມີຜົນສໍາເລັດ ຕາມຈຸດປະສົງ ລະດັບຄາດໝາຍ.
ຈາກນັ້ນ ສະຫາຍ ນາງ ມາຈັນ ຮອງຫົວໜ້າກົມຕິດຕາມກວດກາ ແບບແຜນພັກ-ລັດ, ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ຄະນະກໍາມະການກວດກາລັດແຫ່ງຊາດຈີນ. ກໍ່ໄດ້ໃຫ້ກຽດຂຶ້ນປາຖະກະຖາເອກະສານກ່ຽວກັບ ສະພາບການຈັດຕັ້ງປະຕິບັດ ຈິດໃຈຂໍ້ກຳນົດ 8 ຂໍ້ ຂອງສູນກາງພັກກອມມູນິດຈີນ; ສະຫາຍ ມາຊຸນໂຜ່ ຮອງຫົວໜ້າສະຖາບັນກວດກາວິໄນພັກ ແລະ ຕິດຕາມກວດກາແຫ່ງລັດຈີນ, ຄະນະກຳມະການກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ຄະນະກໍາມະການກວດກາລັດແຫ່ງຊາດຈີນ ກໍ່ໄດ້ໃຫ້ກຽດຂຶ້ນປາຖະກະຖາເອກະສານກ່ຽວກັບ ທັດສະນະ ແລະ ຜົນສຳເລັດໃນການຊຸກຍູ້ການສ້າງຄວາມປອດໃສຂາວສະອາດຂອງພັກ ແລະ ວຽກງານຕ້ານການສໍ້ລາດບັງຫຼວງຂອງ ສປ ຈີນ, ພ້ອມນີ້ ຜູ້ເຂົ້າຮ່ວມກໍ່ໄດ້ມີຄຳຖາມແລກປ່ຽນໃນແຕ່ລະຫົວຂໍ້ອີກດ້ວຍ. ກອງປະຊຸມປາຖະກະຖາຄັ້ງນີ້ ແມ່ນໄດ້ຈັດເປັນເວລາ 1 ວັນເຕັມ.




