ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານ ຈາກຄະນະກຳມະການກວດກາລະບຽບວິໃນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດຈີນ

08/06/2026

ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຄະນະຊ່ຽວຊານ ຈາກຄະນະກຳມະການກວດກາລະບຽບວິໃນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດຈີນ

ໃນຕອນແລງ ຂອງວັນທີ 7 ມິຖູນາ 2026 ນີ້,ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ມາຈັນ, ຮອງຫົວໜ້າກົມຕິດຕາມກວດກາ ແບບແຜນພັກ-ລັດ, ຄະນະກຳມະການກວດກາລະບຽບວິໃນສູນກາງພັກກອມມູນິດຈີນ, ຄະນະກໍາມະການກວດກາລັດແຫ່ງຊາດຈີນ, ⁠ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດ ວຽກຢູ່ສປປ ລາວ ໃນລະຫວ່າງວັນທີ 7-10 ມີຖູນາ 2026. ພ້ອມນີ້ ຍັງມີທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ ຮ່ວມເຂົ້າຢ້ຽມຂໍ່ານັບອີກດ້ວຍ.

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຊ່ຽວຊານ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້, ພ້ອມນີ້ ກໍໄດ້ສະແດງຄວາມຂອບໃຈຕໍ່ຄະນະຊ່ຽວຊານ ທີ່ໃຫ້ກຽດມາປາຖະກະຖາເອກະສານບົດຮຽນ ສປ ຈີນ ກ່ຽວກັບ ສະພາບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຈິດໃຈຂໍ້ກຳນົດ 08 ຂໍ້ຂອງສູນກາງພັກກອມມູນິດຈີນ; ທັດສະນະ ແລະ ຜົນສໍາເລັດໃນການຊຸກຍູ້ການສ້າງຄວາມປອດໃສຂາວສະອາດຂອງພັກ ແລະ ວຽກງານຕ້ານການສໍ້ລາດບັງຫຼວງຂອງປະເທດຈີນໃຫ້ພະນັກງານກວດກາຂອງຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ບັນດາກະຊວງ-ອົງການ ແລະ ຖ້ອງຖິ່ນຂອງສປປລາວ, ພ້ອມນີ້ທ່ານຍັງໄດ້ກ່າວຕື່ມອີກວ່າ: ຂ້າພະເຈົ້າຫວັງວ່າທ່ານຈະນໍາເອົາບົດຮຽນອັນມີຄຸນຄ່າຂອງສປຈີນມາເເບ່ງປັນໃຫ້ພະນັກງານກວດກາ ສປປ ລາວຂອງພວກຂ້າພະເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ ແລະ ສາມາດນຳມາໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຂອງ ສປປ ລາວ ໃນຕໍ່ໜ້າ.
ຈາກນັ້ນ ທ່ານ ນາງ ມາຈັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ວັນໄຊ ພອງສະຫວັນ ພ້ອມດ້ວຍຄະນະ ທີ່ໃຫ້ກຽດຕ້ອນຮັບຄະນະຊ່ຽວຊານຈາກຄະນະກຳມະການກວດກາລະບຽບວິໃນສູນກາງພັກກອມມູນິດຈີນ ແລະ ຄະນະກຳມະການກວດກາລັດແຫ່ງຊາດຈີນ ໃນຄັ້ງນີ້ ຢ່ງອົບອຸ່ນ ແລະ ກ່າວຕື່ມອີກວ່າ ການເດີນທາງມາສປປ ລາວຂອງພວກຂ້າພະເຈົ້າໃນຄັ້ງນີ້ແມ່ນໄດ້ຮັບການມອບໝາຍຈາກສູນກາງພັກ ແລະ ລັດຖະບານສປຈີນ ໃຫ້ພວກຂ້າພະເຈົ້ານໍາເອົາບົດຮຽນກ່ຽວກັບກ່ຽວກັບ ສະພາບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຈິດໃຈຂໍ້ກຳນົດ 08 ຂໍ້ຂອງສູນກາງພັກກອມມູນິດຈີນ; ທັດສະນະ ແລະ ຜົນສໍາເລັດໃນການຊຸກຍູ້ການສ້າງຄວາມປອດໃສຂາວສະອາດຂອງພັກ ແລະ ວຽກງານຕ້ານການສໍ້ລາດບັງຫຼວງຂອງປະເທດຈີນ ມາປາຖະກະຖາໃຫ້ພະນັກງານກວດກາຂອງ ສປປ ລາວ, ພວກເຮົາຈະສຸມສະຕິປັນຍາ ແລະ ບົດຮຽນທີ່ພວກເຮົາມີຖອດຖອນບົດຮຽນໃຫ້ພະນັກງານກວດກາຂອງ ສປປ ລາວ ໄດ້ຮັບຮູ້ເຂົ້າໃຈ ແລະ ນໍາໄປໝູນໃຊ້ເຂົ້າໃນການເຄື່ອນໄຫວວຽກງານກວດກາຕົວຈິງ.

 

ຊົມເຊີຍວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 44 ປີ
ວັນຕ້ານການສໍ້ລາດບັງຫລວງສາກົນ ຄົບຮອບ 22 ປີ
ຄຳແນະນຳ 331 ອກຫລ (ສະບັບປັບປຸງ)
ກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ)
ແອັບກົດໝາຍລາວ LaoLaw - Official
ວາລະສານກວດກາ ສະບັບທີ 76 ປະຈຳເດືອນ 3-4 2025
ສະ​ຖິ​ຕີການ​ເຂົ້າ​ເບີ່ງ
ລະບົບບໍລິການພາກລັດປະຕູດຽວ (Gov-X)